ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ​ໃນ​ການ​ເລືອກ​ຕັ້ງ

(VOVWORLD) -  ການເລືອກຕັ້ງ ສສຊ ແຕ່ລະຄັ້ງແມ່ນການທົດລອງໃຫຍ່ທີ່ສຸດກ່ຽວກັບຄວາມເຊື່ອໝັ້ນ ແລະ ຄວາມສະໜິດຕິດພັນລະຫວ່າງ ພັກ, ລັດ ແລະ ປຊຊ. ໃນສະພາບການທີ່ປະເທດຊາດ ພວມຢືນຢູ່ຕໍ່ໜ້າກາລະໂອກາດໃໝ່ ແລະ ບັນດາສິ່ງທ້າທາຍແບບໃໝ່ນັ້ນ, ຄວາມເຫັນດີເຫັນພ້ອມໄດ້ມີຄວາມສຳຄັນຍິ່ງກ່ວາເວລາໃດໝົດ. ນັ້ນແມ່ນແກ່ນສານຂອງກຳລັງແຮງຂອງຊາດ.
ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ​ໃນ​ການ​ເລືອກ​ຕັ້ງ - ảnh 1ຢູ່ເຂດເລືອກຕັງ ລາວກາຍ (ພາບ: ເທື່ອຊວັນ)

    ການເລືອກຕັ້ງ ສສຊ ຊຸດທີ XVI ແມ່ນການເລືອກຕັ້ງທີ່ມີຄວາມໝາຍພິເສດ ຍ້ອນໄດ້ຈັດຂຶ້ນໃນສະພາບການທີ່ປະເທດຊາດພວມຢືນຢູ່ຕໍ່ໜ້າຄຳຮຽກຮ້ອງຫັນປ່ຽນຮູບແບບການພັດທະນາ.

ຄວາມເຫັນດີເຫັນພ້ອມຂອງສັງຄົມ: ສ້າງຄວາມສະໜິດຕິດພັນ ແລະ ພື້ນຖານຂອງຄວາມມີສະຖຽນລະພາບ

   ການເລືອກຕັ້ງ ສສຊ ຊຸດທີ XVI ໄດ້ຈັດຂຶ້ນໃນເວລາທີ່ ຫວຽດນາມ ພວມຍູ້ແຮງວິວັດການປ່ຽນແປງໃໝ່, ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາເສດຖະກິດສັງຄົມໄລຍະຍາວ. ໃນວິວັດການກະກຽມໃຫ້ແກ່ການເລືອກຕັ້ງ, ຄວາມເຫັນດີເຫັນພ້ອມສະແດງໃຫ້ເຫັນແຈ້ງຢູ່ແຕ່ລະຂັ້ນຕອນ, ພ້ອມກັນມຸ່ງໄປເຖິງເປົ້າໝາຍ: ຄັດເລືອກເອົາບັນດາຜູ້ທີ່ດີເດັ່ນເຂົ້າໃນອົງການສິດອຳນາດຂອງລັດ.

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ​ໃນ​ການ​ເລືອກ​ຕັ້ງ - ảnh 2(ພາບ: ລອງຟີ)

   ຕົວຈິງໄດ້ຮັບຮູ້ວ່າໃນວິວັດການກະກຽມການເລືອກຕັ້ງ, ບັນດາການພົບປະກັບຜູ້ມີສິດເລືອກຕັ້ງແມ່ນໂອກາດເພື່ອໃຫ້ ປຊຊ ປະຕິບັດສິດຕີລາຄາ. ຄວາມເຫັນດີເຫັນພ້ອມໄດ້ເລີ່ມມາຈາກວິວັດການແລກປ່ຽນຂໍ້ມູນລະຫວ່າງຜູ້ໄປປ່ອນບັດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງ.

   ທ່ານສາດສະດາຈານ ປະລິນຍາເອກ ຫງວຽນແອັງຈີ, ສສຊ ຊຸດທີ XIV, XV ໃຫ້ຮູ້ວ່າ: ຜູ້ມີສິດເລືອກຕັ້ງໄດ້ຝາກຝັງຄວາມຄາດຫວັງ, ຄວາມເຊື່ອໝັ້ນຫຼາຍຢ່າງຕໍ່ບັນດາ ສສຊ ຊຸດທີ  XVI ກໍ່ຄືສະມາຊິກສະພາ ປຊຊ ທຸກຂັ້ນ ອາຍຸການ 2026-2031. ຄວາມເຊື່ອໝັ້ນນັ້ນ ບໍ່ແມ່ນຄວາມຮູ້ສຶກສ່ວນຕົວ ຫາກໄດ້ອີງຕາມບັນດາພື້ນຖານອັນໜັກແໜ້ນ:

          ວຽກງານກະກຽມການເລືອກຕັ້ງໄດ້ຮັບການກະກຽມຢ່າງລອບຄອບທີ່ຖ້ວນ, ຮີບເຮັ່ງ. ຈາກບົດບຽນປະສົບການຂອງຂ້າພະເຈົ້າ, ຜ່ານການອອກສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ XIV, XV, ຂ້າພະເຈົ້າເຫັນວ່າ ວິວັດການຄັດເລືອກ ແລະ ແນະນຳຜູ້ສະໝັກຮັບເລືອກຕັ້ງແມ່ນມີປະຊາທິປະໄຕ, ຈະແຈ້ງທີ່ສຸດ. ຄຸນນະພາບຂອງການພົບປະກັບຜູ້ມີສິດເລືອກຕັ້ງລ້ວນແຕ່ດີທີ່ສຸດ. ພິເສດ, ຂໍ້ມູນກ່ຽວກັບຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ ຊຸດທີ XVI ໄດ້ເອົາລົງ VNeID, ຊ່ວຍໃຫ້ຜູ້ມີສິດເລືອກຕັ້ງສາມາດຊອກຮູ້ຊີວະປະຫວັດຫຍໍ້, ລາຍການເຄື່ອນໄຫວ ແລະ ບັນຊີລາຍຊື່ລະອຽດຕາມເຂດເລືອກຕັ້ງໄດ້ຢ່າງງ່າຍດາຍ, ເຮັດໃຫ້ເພີ່ມລັກສະນະຈະແຈ້ງຂອງການເລືອກຕັ້ງຂຶ້ນຕື່ມ.

ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ສັງ​ຄົມ​ໃນ​ການ​ເລືອກ​ຕັ້ງ - ảnh 3ບັນຍາກາດຢູ່ນະຄອນ ເກີນເທີ (ພາບ: ເຈິ່ນຮຽວ)

 ບັນຍາກາດສັງຄົມທີ່ຕັ້ງໜ້າ

   ສຳລັບບັນດາຊາວຕ່າງປະເທດທີ່ພວມດຳລົງຊີວິດຢູ່ ຫວຽດນາມ, ເຂົາເຈົ້າເຫັນວ່າວຽກງານກະກຽມການເລືອກຕັ້ງໄດ້ປະຕິບັດຢ່າງຄົບຖ້ວນ ແລະ ບັນຍາກາດສັງຄົມແມ່ນຕັ້ງໜ້າທີ່ສຸດ. ປຊຊ ຫຼາຍຄົນໄດ້ໃຫ້ຄວາມສົນໃຈຕໍ່ການເລືອກຕັ້ງ, ເປັນເຈົ້າການຊອກຮູ້ຂໍ້ມູນກ່ຽວກັບບັນດາຜູ້ສະໝັກຮັບເລືອກຕັ້ງ ເພື່ອຄັດເລືອກເອົາບັນດາຜູ້ແທນທີ່ຕາງໜ້າໃຫ້ແກ່ຄວາມມຸ່ງຫວັງຂອງ ປຊຊ ຢ່າງແທ້ຈິງ.

     ນາງ ລັດຕະນາພອນ ເພັດພິລະນົນ, ຜູ້ຮຽນປະລິນຍາໂທຢູ່ສະຖາບັນການຕ່າງປະເທດ ຫວຽດນາມ ໄດ້ສະແດງຄວາມປະທັບໃຈຕໍ່ການສົມທົບລະຫວ່າງບັນຍາກາດອັນຮຸ່ງເຮືອງເຫຼືອງເຫຼື້ອມ ແລະ ລັກສະນະລະບຽບວິໄນໃນວຽກງານການຈັດຕັ້ງ. ວັນເລືອກຕັ້ງຢູ່ ຫວຽດນາມ ແມ່ນໂອກາດເພື່ອໃຫ້ ປຊຊ ປະຕິບັດສິດປະຊາທິປະໄຕໂດຍກົງ ແລະ ສະແດງນ້ຳໃຈສາມັກຄີຂອງສັງຄົມ.

             ຕາມນາງ ລັດຕະນາພອນ ເພັດພິລະນົນ ແລ້ວ, ໃນບັນດາພາຫະນະສື່ມວນຊົນ ແລະ ສື່ສັງຄົມອອນໄລ, ບັນດາຂໍ້ມູນຂ່າວກ່ຽວກັບການເລືອກຕັ້ງ ໄດ້ອັບເດດຢ່າງຈະແຈ້ງ. ຜູ້ມີສິດເລືອກຕັ້ງສາມາດກົດລະຫັດ QR ຢູ່ເຂດຊຸມຊົນແມ່ນຈະສາມາດຊອກຮູ້ກ່ຽວກັບຊີວະປະຫວັດຫຍໍ້, ລາຍການເຄື່ອນໄຫວຂອງບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ແລ້ວ. ການສົມທົບລະຫວ່າງເຕັກໂນໂລຊີ ແລະ ການເຄື່ອນໄຫວການເມືອງນີ້ ສະແດງໃຫ້ເຫັນປະເທດ ຫວຽດນາມ ທີ່ທັນສະໄໝ ແລະ ເປີດອົກເປີດໃຈ.

          ການເລືອກຕັ້ງ ສສຊ ຊຸດທີ XVI ແລະ ການເລືອກຕັ້ງສະມາຊິກສສະພາ ປຊຊ ທຸກຂັ້ນ, ອາຍຸການ 2026-2031 ບໍ່ພຽງແຕ່ແມ່ນເຫດການການເມືອງເປັນປະຈຳອາຍຸການເທົ່ານັ້ນ, ມັນຍັງແມ່ນສັນຍາລັກຂອງເຈດຈຳນົງຂອງຊາດ, ແມ່ນບ່ອນເຕົ້າໂຮມຂອງຈິດໃຈ ປຊຊ ແລະ ເຈດຈຳນົງຂອງພັກ. ຄວາມເຫັນດີເຫັນພ້ອມຂອງສັງຄົມ ໄດ້ສ້າງເປັນກຳລັງແຮງສາມັກຄີ, ພ້ອມກັນສ້າງສະພາແຫ່ງຊາດແຫ່ງການປ່ຽນແປງໃໝ່ ແລະ ການກະທຳ./.

ຕອບກັບ

ຂ່າວ/ບົດ​ອື່ນ