(VOVWORLD) -
ສະໂມສອນຕ່ຳຫູກບ້ານຟູງ, ຕາແສງ ບຽນໂຮ່, ນະຄອນ ໄປຼກູ, ແຂວງຢາລາຍ ໄດ້ສ້າງຕັ້ງຂຶ້ນກ່ອນນີ້ 3 ປີ (ຄືໃນວັນທີ 9 ກໍລະກົດ ປີ 2022). ນີ້ແມ່ນບ່ອນຮັກສາຈຸດຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອ, ພັດທະນາອາຊີບຕ່ຳຫູກພື້ນເມືອງຂອງຊາວເຜົ່າ ຢາຣາຍ ແລະ ປະກອບສ່ວນສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ຊາວເຜົ່າ ຢາຣາຍ ຢູ່ບ້ານຟູງ.
ພີທີເປີດຕົວ ສະໂມສອນຕ່ຳຫູກບ້ານຟູງ (ພາບ: ງອກແອັງ)
|
ສະໂມສອນຕ່ຳຫູກບ້ານຟູງ ໄດ້ຮັບການສ້າງຕັ້ງຂຶ້ນ ຕາມຄວາມສະໝັກໄຈຂອງບັນດາສະມາຊິກ ຊື່ງລ້ວນແຕ່ແມ່ນຊາວເຜົ່າ ຢາຣາຍ ຢູ່ທ້ອງຖິ່ນ. ສະໂມສອນມີສຳນັກງານ ແລະ ຫ້ອງວາງສະແດງຜະລິດຕະພັນຂອງນາຍຊ່າງ ເຣີລານແປນ ປະທານສະໂມສອນ. ບັນດາສະມາຊິກຂອງ ສະໂມສອນຕ່ຳຫູກບ້ານຟູງ ສາມາດຕ່ຳຫູກຢູ່ສະໂມສອນ ຫຼືເຮືອນສ່ວນຕົວ. ທ່ານ ດືກ ນາຍບ້ານຟູງ ໃຫ້ຮູ້ວ່າ:
ອາຊີບຕ່ຳຫູກພື້ນເມືອງແມ່ນອາຊີບທີ່ເປັນມູນເຊື້ອຂອງລຸ້ນກ່ອນ. ອາຊີບນີ້ມີແຕ່ດົນນານແລ້ວ ແລະ ໄດ້ສືບທອດກັນມາແຕ່ລຸ້ນພໍ່ເຖົ້າແມ່ເຖົ້າ ຈົນຮອດລຸ້ນລູກລຸ້ນຫຼານ. ເອື້ອຍນ້ອງແມ່ຍິງໄດ້ສ້າງຕັ້ງ ສະໂມສອນຕ່ຳຫູກບ້ານຟູງ ເພື່ອໂຄສະນາອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານ. ສະໂມສອນມີສະມາຊິກ 23 ຄົນ ແລະ ພວກເອື້ອຍໄດ້ສອນອາຊີບໃຫ້ແກ່ລຸ້ນໜຸ່ມ, ມີຫຼານ 10 ຄົນກຳລັງຮຽນວິຊາຊີບ. ເອື້ອຍນ້ອງໄດ້ຕ່ຳແຜ່ນແພ, ໂສ້ງ, ເສື້ອດ້ວຍມື, ມີຄວາມລະອຽດລະອໍ, ລວດລາຍພິເສດສວຍງາມຫຼາຍ. ຜະລິດຕະພັນທີ່ມີລວດລາຍທຳມະດາມີລາຄາເກືອບ 20 USD ສ່ວນລວດລາຍງາມກ່ວາຈະມີລາຄາເກືອບ 80 USD.
ເອື້ອຍນ້ອງ ສະໂມສອນຕ່ຳຫູກບ້ານຟູງກຳລັງຕ່ຳແຜ່ນແພ (ພາບ: ງອກແອັງ)
|
ເວລາປະຕິບັດແຕ່ລະຜະລິດຕະພັນສຳເລັດກໍ່ມີຄວາມແຕກຕ່າງກັນ, ອາດຈະແມ່ນ 1, 2 ອາທິດ…ບາງເທື່ອຈະແມ່ນ 1 ເດືອນຈຶ່ງສຳເລັດຜະລິດຕະພັນ 1. ຜະລິດຕະພັນຈະມີຫຼາຍຂອບຂະໜາດ, ຫຼາຍຮູບແບບ. ເອື້ອຍ ເງິນ, ສະມາຊິກຜູ້ໜຶ່ງຂອງ ສະໂມສອນຕ່ຳຫູກບ້ານຟູງ ໃຫ້ຮູ້ວ່າ:
ສະໂມສອນຕ່ຳຫູກບ້ານຟູງ ໄດ້ຕ່ຳສະເພາະບັນດາຜະລິດຕະພັນຄື: ໂສ້ງ, ເສື້ອ, ກະເປົາ, ແພພັນຄໍ… ລວດລາຍຂອງບັນດາຊົນເຜົ່າກໍ່ມີຄວາມແຕກຕ່າງກັນ. ຍ້ອນບໍ່ທັນໄດ້ໂຄສະນາຫຼາຍ, ດັ່ງນັ້ນ, ຜະລິດຕະພັນຂອງສະໂມສອນສ່ວນຫຼາຍແມ່ນຂາຍຢູ່ພາຍໃນບ້ານ ແລະ ແຂວງ ຢາລາຍ. ແຂກທ່ອງທ່ຽວຊາວ ອາເມລິກາ, ການາດາ, ອິນເດຍ ກໍ່ມາໝູ່ບ້ານເພື່ອຊື້ຜະລິດຕະພັນ. ແຂກຢູ່ນະຄອນ ໂຮ່ຈິມິນ ກໍ່ມາສັ່ງຊື້ສິນຄ້າຢູ່ນີ້.
ຜະລິດຕະພັນຂອງ ສະໂມສອນຕ່ຳຫູກບ້ານຟູງ (ພາບ: ງອກແອັງ)
|
ໃນວິວັດການຕ່ຳຫູກ, ຂັ້ນຕອນຕ່ຳລວດລາຍແມ່ນມີຄວາມລະອຽດລະອໍ ແລະ ເສຍເວລາຫຼາຍທີ່ສຸດ. ລວດລາຍໃນແຜ່ນແພພື້ນເມືອງຢູ່ທີ່ນີ້ ມີຄວາມອຸດົມສົມບູນທີ່ສຸດ, ແຕ່ລະລວດລາຍກໍ່ມີຄວາມໝາຍສະເພາະ ຊື່ງໄດ້ສ່ອງແສງການດຳເນີນຊີວິດ, ຊີວິດການເປັນຢູ່ຂອງບັນດາຊົນເຜົ່າ.
ບໍ່ພຽງແຕ່ໄດ້ຜະລິດ, ອະນຸລັກຮັກສາອາຊີບເທົ່ານັ້ນ, ສະໂມສອນຕ່ຳຫູກບ້ານຟູງ ຍັງໄດ້ສົມທົບກັບການພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນອີກດ້ວຍ. ໃນຫ້ອງວາງສະແດງຜະລິດຕະພັນຂອງສະໂມສອນຕ່ຳຫູກບ້ານຟູງ ໄດ້ວາງສະແດງບັນດາກີ່ຕ່ຳຫູກທີ່ເປັນມູນເຊື້ອ. ເມື່ອມາຢ້ຽມຢາມໝູ່ບ້ານຟູງ, ແຂກທ່ອງທ່ຽວຈະໄດ້ຮັບການແນະນຳຮີດຄອງປະເພນີ, ຈຸດວັດທະນະທຳອັນດີງາມຂອງຊາວເຜົ່າ ຢາຣາຍ, ແນະນຳອາຊີບຕ່ຳຫູກທີ່ເປັນມູນເຊື້ອຂອງໝູ່ບ້ານ ແລະ ໄດ້ຮັບການແນະນຳ, ລອງຕ່ຳຫູກ. ເອື້ອຍ ເຣີລານຮານ, ລູກສາວຂອງນາຍຊ່າງ ເຣີລານແປນ ປະທານສະໂມສອນຕ່ຳຫູກບ້ານຟູງ ແມ່ນຜູ້ແນະນຳດ້ວຍພາສາ ຫວຽດນາມ, ອັງກິດ ແລະ ພາສາ ຢາຣາຍ ເມື່ອມີຄະນະແຂກທ່ອງທ່ຽວມາຢ້ຽມຢາມໝູ່ຍບ້ານຟູງ. ເອື້ອຍ ເຣີລານຮານ ໃຫ້ຮູ້ວ່າ:
ແມ່ຍິງ ຢາຣາຍ ຕ້ອງຮູ້ຈັກວິທີຕ່ຳຫູກ ຍ້ອນວ່າ ນີ້ແມ່ນອາຊີບພື້ນເມືອງ. ອາຊີບຕົ້ນຕໍຂອງເອື້ອຍນ້ອງຍັງແມ່ນເຮັດກະສິກຳ, ສ່ວນອາຊີບຕ່ຳຫູກ ແມ່ນອາຊີບສຳຮອງ. ຍາມກາງເວັນ ເອື້ອຍນ້ອງໄປເຮັດໄຮ່ເຮັດນາ, ຍາມຄ່ຳກໍ່ກັບມາຕ່ຳຫູກ, ເຮັດວຽກເພີ່ມເພື່ອເພີ່ມລາຍຮັບໃຫ້ແກ່ຄອບຄົວ. ປະຈຸບັນ, ອາຊີບຕ່ຳຫູກໄດ້ສ້າງແຫຼ່ງລາຍຮັບໃຫ້ແກ່ຄອບຄົວ. ສະໂມສອນຈະຊ່ວຍຂາຍຜະລິດຕະພັນ ຜ່ານສື່ສັງຄົມອອນລາຍ, facebook, tiktok… ຜູ້ຊື້ມັກຜະລິດຕະພັນໃດກໍ່ສາມາດສັ່ງຊື້.
ບັນດາສະມາຊິກໃນສະໂມສອນຕ່ຳຫູກບ້ານຟູງ ໄດ້ຕັ້ງໜ້າຮ່ຳຮຽນ, ຊອກຮູ້, ປັບປຸງຮູບແບບ. ຍ້ອນເຫດນັ້ນ, ຜະລິດຕະພັນມີຈຸດພິເສດສະເພາະ, ຫຼາຍຮູບຫຼາຍສີ, ນັບມື້ນັບສອດຄ່ອງກັບຄວາມມັກຮັກຂອງລູກຄ້າ. ສະໂມສອນຕ່ຳຫູກບ້ານຟູງ ກາຍເປັນຈຸດພົ້ນເດັ່ນໃນການພັດທະນາເສດຖະກິດ ສັງຄົມ ເຂດຊົນນະບົດ ຢູ່ນະຄອນ ໄປຼກູ, ແຂວງຢາລາຍ.