(VOVWORLD) - ໃນຊຸມມື້ນີ້, ເຂດດິນແດນ ອູມິນຮະ, ແຂວງ ກ່າເມົາ ກະກຽມເຂົ້າສູ່ລະດູບານໃໝ່. ນັ້ນແມ່ນວິທີເອີ້ນຊວ່ງໄລຍະເວລາເກັບນ້ຳເຜິ້ງຂອງນາຍຊ່າງປ່າ (ຊ່າງຂຸດຄົ້ນໄມ້ໃນປ່າ) ເມື່ອລະດູຝົນສິ້ນສຸດລົງ, ດອກສະນັດເບັ່ງບານ, ຝູງເຜິ້ງໄດ້ຍົກທັບກັບມາພາຍຫຼັງການອົບພະຍົບ. ຈາກການອີງໃສ່ແຕ່ທຳມະຊາດ, ນາຍຊ່າງປ່າໄດ້ປະດິດສ້າງ, ນຳອາຊີບລ້ຽງເຜິ້ງດ້ວຍສີຍົວໄມ້ກາຍເປັນມໍລະດົກ, ສ້າງແຫຼ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ຄອບຄົວ.
ໃນຈຸດເວລາເດືອນ 9, 10 ໄລ່ຕາມຈັນທະປະຕິທິນ, ແມ່ນຊຸມເດືອນທີ່ດິນຟ້າອາກາດບໍ່ດີຢູ່ປ່າສະນັດ ອູມິນຮະ, ຝົນຕົກຫຼາຍ, ເຜິ້ງໄດ້ຍົກຍ້າຍໄປບ່ອນອື່ນ. ຮອດເດືອນ 11 ໄລ່ຕາມຈັນທະປະຕິທິນ, ເມື່ອມີແດດ, ຝູງເຜິ້ງຈຶ່ງກັບມາ. ນັບແຕ່ນັ້ນໄປຮອດເດືອນ 3, 4 ໄລ່ຕາມຈັນທະປະຕິທິນຂອງປີຕໍ່ໄປ ຈະແມ່ນລະດູເກັບນ້ຳເຜິ້ງ ແລະ ປຊຊ ເຄີຍໄດ້ເອີ້ນວ່າ ນັ້ນແມ່ນລະດູບານໃໝ່ຢູ່ ອູມິນຮະ.
ຍາດເວລາໃນຊຸມວັນມີແສງແດດ, ອ້າຍ ຮວິ່ງຫວູ້ຮວ່າງ ໄດ້ເອົາເປືອກລຳຕົ້ນສະນັດທີ່ມີຄວາມຍາວກ່ວາ 1 ແມັດ ອອກ ແລ້ວຕາກໃຫ້ແຫ້ງ, ຂັດໃຫ້ເຫຼື້ອມ ແລະ ເຈາະລຳໄມ້ 2 ຮູ. ຊ່າງປ່າແຕ່ລະຄົນຈະມີເຂດດິນປູກຕົ້ນສະນັດສະເພາະຂອງຄອບຄົວ, ໃນການເຂົ້າໄປປ່າແຕ່ລະເທື່ອ, ເຂົາເຈົ້າຈະໝາຍໃສ່ບ່ອນທີ່ເໝາະສົມ, ເອົາໄມ້ສະນັດສ້າງເປັນຮັງໃຫ້ເຜິ້ງ. ໃນລະດູຝົນ, ເຜິ້ງຍັງເຮັດຮັງ ແຕ່ໃຫ້ນ້ຳເຜິ້ງບໍ່ຫຼາຍ. ອ້າຍ ຮວິ່ງຫວູ້ຮວ່າງ ໃຫ້ຮູ້ວ່າ:
ເຮົາເອົາລຳໄມ້ເຮັດສີຍົວ ປະມານ 20-30 ອັນເພື່ອສ້າງເປັນຮັງ. ພາຍຫຼັງໜຶ່ງອາທິດຈະໄປເບິ່ງຮັງ ແລ້ວຕ້ອງຈື່ວ່າ ເຜິ້ງມາຮັງໃນມື້ໃດ. ຫຼັງຈາກນັ້ນປະມານ 2 ອາທິດແມ່ນສາມາດເກັບເອົານ້ຳເຜິ້ງໄດ້ແລ້ວ. ຖ້າຮັງເຜິ້ງແຕ່ 1 ແມັດຂຶ້ນໄປກໍ່ເກັບໄດ້ນ້ຳເຜິ້ງໄດ້ປະມານ 9-10 ລິດໃນຄັ້ງໜຶ່ງ. ຄັ້ງທີສອງບາງເທື່ອໄດ້ຫຼາຍກວ່າຄັ້ງທີໜຶ່ງ.
ອາຊີບເຮັດຮັງລ້ຽງເຜິ້ງດ້ວຍສີຍົວໄມ້ຂອງຊາວ ອູມິນຮະ ໄດ້ຮັບຮູ້ວ່າແມ່ນມໍລະດົກວັດທະນະທຳບໍ່ເປັນຮູບຮ່າງລະດັບຊາດ. ກ່ອນນັ້ນ, ເຜິ້ງໄດ້ເຮັດຮັງຢູ່ເທິງຕົ້ນໄມ້. ພາຍຫຼັງໄດ້ສັງເກດ, ເຂົ້າໃຈອາຈິນຂອງໂຕເຜິ້ງ, ຊ່າງປ່າຢູ່ ອູມິນຮະ ໄດ້ປະດິດສ້າງອາຊີບເຮັດຮັງລ້ຽງເຜິ້ງດ້ວຍສີຍົວໄມ້. ນີ້ແມ່ນວິວັດການໄປຊອກຫາທິດແສງແດດ, ທິດລົມພັດໃນປ່າສີຂຽວ ທີ່ໄດ້ສືບທອດກັນມາຜ່ານຫຼາຍລຸ້ນຄົນ. ຫຼືເວົ້າແນວອື່ນແມ່ນເຕັກນິກການສ້າງຮັງເຜິ້ງ. ອ້າຍ ຟ້າມຢຸຍແຄງ, ຊ່າງປ່າຜູ້ໜຶ່ງໃຫ້ຮູ້ວ່າ:
ຕ້ອງອີງຕາມອາຈິນຂອງໂຕເຜິ້ງ ແລ້ວໃຊ້ໄມ້ສ້າງຮັງຄືແນວນັ້ນ, ຊ່າງປ່າເຫັນວ່າບ່ອນໃດສ້າງຮັງທີ່ຖືກໃຈ ແມ່ນຕ້ອງຈື່ໄວ້. ເມື່ອເອົາລຳໄມ້ມາສ້າງຮັງກໍ່ອາດຈະໄດ້ແປງໄປແປງມາ. ສຳຄັນທີ່ສຸດແມ່ນທິດລົມພັດ. ທີສອງແມ່ນແສງແດດກໍ່ສຳຄັນທີ່ສຸດ. ຮັງເຜິ້ງມີນ້ຳເຜິ້ງຫຼາຍ ຫຼືເຜິ້ງຢາກມາຮັງ ແມ່ນຂຶ້ນກັບແສງແດດ…
ໃນຊຸມວັນແດດແຫ້ງກ່ອນລະດູບານໃໝ່ວຽນມາ, ຊ່າງປ່າໄດ້ພາແຂກທ່ອງທ່ຽວເຂົ້າປ່າຂຸດຄົ້ນນ້ຳເຜິ້ງ. ບັນດາຮັງເຜິ້ງໃຫ່ຍ, ຍາວ 1 ແມັດ ຫຼືຫຼາຍນັ້ນ ໄດ້ເຮັດໃຫ້ແຂກທ່່ອງທ່ຽວຫຼາຍຄົນມີຄວາມຈັບອົກຈັບໃຈທີ່ສຸດ. ປີ 2015, ແຂວງ ກ່າເມົາ ໄດ້ສົ່ງເສີມການພັດທະນາຮູບແບບທ່ອງທ່ຽວເຂດຊຸມຊົນຢູ່ເຂດປ່າ ອູມິນຮະ. ຈາກນັ້ນ, ອາຊີບສ້າງຮັງເຜິ້ງດ້ວຍສີຍົວໄມ້ ມີໂອກາດພັດທະນາຢ່າງແຮງ. ຮອດລະດູດອກສະນັດບານ, ຫຼາຍຄະນະແຂກທ່ອງທ່ຽວກໍ່ຕາມຊ່າງປ່າໄປເບິ່ງຮັງເຜິ້ງ ແລະ ເບິ່ງວິທີຊ່າງປ່າຂຸດຄົ້ນນ້ຳເຜິ້ງ. ຜ່ານນັ້ນ ກໍ່ເຫັນໄດ້ນ້ຳໃຈຄວາມຮັກແພງຂອງຊາວ ອູມິນຮະ ທີ່ມີໃຫ້ສຳລັບປ່າ ແລະ ທຳມະຊາດ. ເມື່ອຕັດຮັງເຜິ້ງເອົານ້ຳເຜິ້ງ, ຍາມໃດຊ່າງປ່າກໍ່ປະສ່ວນສຳຄັນຂອງຮັງເຜິ້ງ ເພື່ອໃຫ້ຝູງເຜິ້ງສືບຕໍ່ຂະຫຍາຍຮັງ. ນັບແຕ່ເວລາເຮັດການທ່ອງທ່ຽວ, ນ້ຳເຜິ້ງກໍ່ຂາຍໄດ້ລາຄາດີ, ດັ່ງນັ້ນ, ປຊຊ ໄດ້ມີແຫຼ່ງລາຍຮັບສູງ, ເປັນປົກກະຕິ, ຍັງຮັກສາໄດ້ອາຊີບພື້ນເມືອງຂອງລຸ້ນພໍ່ລຸ້ນອ້າຍ. ທ່ານ ຟ້າມວັນງອດ, ຜູ້ທີ່ໄດ້ຕິດພັນກັບອາຊີບນີ້ເປັນເວລາຫຼາຍປີ ໃຫ້ຮູ້ວ່າ:
ເມື່ອສ້າງຮັງແລ້ວ, ໂຕເຜິ້ງມາຫຼາຍທີ່ສຸດ. ຖ້າເຮົາເອົາລຳໄມ້ 40 ລຳມາເຮັດຮັງ, ແນວໃດກໍ່ມີ 20 ກວ່າລຳທີ່ມີເຜິ້ງມາ. ບາງເທື່ອກໍ່ໄດ້ນ້ຳເຜິ້ງຫຼາຍ, ບາງເທື່ອກໍ່ໄດ້ໜ້ອຍແຕ່ຍັງໄດ້ຫຼາຍກວ່າການເຮັດກະສິກຳ. ປຊຊ ຢູ່ທີ່ນີ້ກໍ່ມັກເຮັດອາຊີບສ້າງຮັງເຜິ້ງນີ້ຫຼາຍ.
ຢູ່ເຂດດິນແດນ ອູມິນຮະ ແຫ່ງທີ່ລຸ້ນພໍ່ລຸ້ນອ້າຍນັບຫຼາຍລຸ້ນຄົນໄດ້ປົກປັກຮັກສາເຂດປ່າຂຽວອຸ່ມທຸ່ມໃຫ້ເຜິ້ງມາເຮັດນ້ຳເຜິ້ງທີ່ຫອມແຊບນັ້ນ, ຕົ້ນໄມ້ທີ່ເອົາມາເຮັດຮັງເຜິ້ງແຕ່ລະຕົ້ນ ກໍ່ແມ່ນກຳລັງເຫື່ອແຮງບ່ໍຈັກວ່າເທົ່າໃດຂອງຊ່າງປ່າ ແຕ່ກໍ່ແມ່ນນ້ຳຈິດນ້ຳໃຈຄວາມຮັກແພງ, ຄວາມໄຝ່ຝັນກ່ຽວກັບຊີວິດອັນດີງາມທີ່ໄດ້ຝາກຝັງໃນເຂດຜືນປ່າຕົ້ນສະນັດ./.