(VOVWORLD) - ໂຄງການລ້ຽງງົວພັນໜູນຊ່ວຍຊີວິດ ປຊຊ ຢູ່ຕາແສງ ອີອາເປັດ, ເມືອງ ດັກດວາ, ແຂວງ ຢາລາຍ ໄດ້ຜັນຂະຫຍາຍນັບແຕ່ປີ 2022. ໂຄງການດັ່ງກ່າວຂຶ້ນກັບໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ-ສັງຄົມເຂດຊາວຊົນເຜົ່າສ່ວນໜ້ອຍ ແລະ ພູດອຍ ແລະ ໂຄງການເປົ້າໝາຍແຫ່ງຊາດຫລຸດຜ່ອນຄວາມທຸກຍາກແບບຍືນຍົງ.
ຄອກລ້ຽງງົວຂອງຄອບຄົວໜຶ່ງຢູ່ ຕາແສງ ອີອາເປັດ (ພາບ: ງອກແອັງ)
|
ອີອາເປັດ ແມ່ນຕາແສງປະສົບກັບຄວາມຫຍຸ້ງຍາກພິເສດຢູ່ແຂວງ ຢາລາຍ ຊື່ງມີກ່ວາ 1.800 ຄອບຄົວ ດ້ວຍປະຊາກອນ 9.200 ຄົນ, ໃນນັ້ນ, ສ່ວນຫຼາຍແມ່ນຊາວເຜົ່າ ຢາຣາຍ ແລະ ບານາ. ເພື່ອໜູນຊ່ວຍຊີວິດການເປັນຢູ່ໃຫ້ແກ່ ປຊຊ, ຕາແສງ ອີອາເປັດ ສະໜອງງົວແມ່ພັນ 1 ໂຕໃຫ້ແຕ່ລະຄອບຄົວທຸກຍາກ. ພາຍຫຼັງໄດ້ຜັນຂະຫຍາຍໂຄງການມາເປັນເວລາ 3 ປີ, ຫຼາຍຄອບຄົວທຸກຍາກໄດ້ຊົມໃຊ້ຈາກນະໂຍບາຍນີ້, ການລ້ຽງງົວນັບມື້ນັບພັດທະນາດີ. ອ້າຍ Rmah Thim, ຊາວເຜົ່າ ຢາຣາຍ ຢູ່ຕາແສງ ອານຟູນ, ຕາແສງ ອີອາເປັດ ໃຫ້ຮູ້ວ່າ:
ເພື່ອລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ລັດໄດ້ໜູນຊ່ວຍ ປຊຊ ໃນການລ້ຽງງົວ. ຢູ່ໃນບ້ານມີຫຼາຍຄົນໄດ້ລ້ຽງງົວພັນ, ຄອບຄົວຂ້າພະເຈົ້າໄດ້ລ້ຽງງົວພັນ 1 ໂຕ, ປີໜຶ່ງງົວໄດ້ເກີດລູກ 1 ໂຕ.
ຊາວກະສິກອນໃຫ້ງົວກິນ (ພາບ: ງອກແອັງ)
|
ພາຍຫຼັງໄດ້ຜັນຂະຫຍາຍໂຄງການ, ຕາແສງໄດ້ຈັດການປະຊຸມໃນບ້ານ, ຄັດເລືອກບັນດາຄອບຄົວທີ່ມີເງື່ອນໄຂພຽງພໍ ໄດ້ຮັບງົວຢ່າງເປັນທາງການ. ພາຍຫຼັງມີບັນຊີລາຍຊື່ບັນດາຄອບຄົວໄດ້ຊົມໃຊ້ໂຄງການ, ທາງຕາແສງຈະເຊົ່າລົດເພື່ອພາ ປຊຊ ໄປຍັງສະຖານທີ່ສະໜອງແນວພັນງົວ ເພື່ອໃຫ້ ປຊຊ ເລືອກງົວຕາມໃຈມັກ. ທ່ານ ລື້ກວັກຕວັນ, ປະທານຄະນະກຳມະການ ປຊຊ ຕາແສງ ອີອາເປັດ ໃຫ້ຮູ້ວ່າ:
ລັດໄດ້ໜູນຊ່ວຍ ປຊຊ ແນວພັນງົວໂຕ 1 ທີ່ມີລາຄາແຕ່ 14-15 ລ້ານດົ່ງ. ນອກຈາກທຶນໂດຍລັດໜູນຊ່ວຍໃຫ້ ປຊຊ, ປຊຊ ຈະປະກອບເງິນຕື່ມອີກເພື່ອສາມາດຊື້ງົວທີ່ມີນ້ຳໜັກຫຼາຍກ່ວາ. ເຂົາເຈົ້າປະກອບທຶນສົມທົບແຕ່ 1-3 ລ້ານດົ່ງ. ມາຮອດຈຸດເວລາປະຈຸບັນ, ມີ 109 ຄອບຄົວໄດ້ຮັບການໜູນຊ່ວຍແນວພັນງົວຈາກໂຄງການ.
ພ້ອມກັບການສະໜອງງົວໃຫ້ແກ່ ປຊຊ, ອຳນາດການປົກຄອງທ້ອງຖິ່ນຍັງໄດ້ແນະນຳເຕັກນິກການລ້ຽງ ແລະ ການປ້ອງກັນຕ້ານໂລກລະບາດໃນຝູງສັດລ້ຽງໃຫ້ແກ່ບັນດາຄອວຄົວເຂົ້າຮ່ວມໂຄງການ. ອ້າຍ ເລມິນທູ, ພະນັກງານທີ່ດິນ ຕາແສງ ອີອາເປັດ ໃຫ້ຮູ້ວ່າ:
ໃນວິວັດການຜັນຂະຫຍາຍໂຄງການ, ທາງຕາແສງໄດ້ເຊີນ ປຊຊ ມາປຶກສາຫາລື ເປັນເອກະພາບວິທິການ ເພື່ອ ປຊຊ ຄັດເລືອກເອງ. ພາຍຫຼັງທີ່ໂຄງການໄດ້ຮັບການອະນຸມັດຜ່ານແລ້ວ, ຕາແສງຈະແນະນຳ ປຊຊ ສ້າງຄອກລ້ຽງງົວ, ແນະນຳເຕັກນິກການລ້ຽງ, ສົມທົບກັບສູນຈັດຊຸດຝຶກອົບຮົມໃຫ້ແກ່ ປຊຊ ເພື່ອກຳເຕັກນິກການລ້ຽງງົວ. ນັບແຕ່ເວລາຜັນຂະຫຍາຍໂຄງການ, ມາຮອດປະຈຸບັນ, ມີຄອບຄົວຈຳນວນໜຶ່ງໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ.
ດ້ວຍການຊ່ວຍເຫຼືອຢ່າງຕັ້ງໜ້າຂອງອຳນາດການປົກຄອງທ້ອງຖິ່ນ, ປຊຊ ກຳໄດ້ຂັ້ນຕອນເຕັກນິກກໍ່ຄືວິທີການລ້ຽງງົວ. ດັ່ງນັ້ນ, ງົວສ່ວນຫຼາຍໄດ້ເຕີບໂຕດີ ແລະ ເກີດແມ່ແຜ່ລູກ. ອ້າຍ Nek, ປຊຊ ຢູ່ ຕາແສງ ອີອາເປັດ ໃຫ້ຮູ້ວ່າ:
ຄອບຄົວຂ້າພະເຈົ້າໄດ້ລ້ຽງງົວ 1 ໂຕ ແລະ ງົວໄດ້ເກີດລູກ 1 ໂຕແລ້ວ. ຊີວິດຂອງຄອບຄົວກໍ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ. ຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດ ແລະ ຈະພະຍາຍາມເຮັດວຽກຢ່າງດຸໝັ່ນເພື່ອບືນຕົວຂຶ້ນ, ປົວແປງຊີວິດການເປັນຢູ່, ຍົກສູງລາຍຮັບ.
ປຊຊ ຜູ້ໜຶ່ງຢູ່ບ້ານ ອານຟູນ, ຕາແສງ ອີອາເປັດ ໃຫ້ຮູ້ວ່າ:
ກ່ອນນີ້, ຄອບຄົວຂ້າພະເຈົ້າທຸກຍາກຫຼາຍ, ປະຈຸບັນ, ລັດໄດ້ໜູນຊ່ວຍ, ຄອບຄົວກໍ່ລ້ຽງງົວໄດ້ໂຕ 1, ຊີວິດກໍ່ບໍ່ປະສົບກັບຄວາມຫຍຸ້ງຍາກແລ້ວ, ຂໍຂອບໃຈນຳພັກ ແລະ ລັດ.
ໂຄງການລ້ຽງງົວພັນຢູ່ ຕາແສງ ອີອາເປັດ ໄດ້ປະກອບສ່ວນຊ່ວຍ ປຊຊ ບືນຕົວຂຶ້ນ ຫລຸດພົ້ນອອກຈາກຄວາມທຸກຍາກ, ພັດທະນາເສດຖະກິດຄອບຄົວ. ທາງຕາແສງຈະສືບຕໍ່ພັດທະນາໂຄງການ, ໜູນຊ່ວຍຫຼາຍຄອບຄົວຕື່ມອີກ. ໃນປີ 2025, ຕາແສງ ອີອາເປັດ ວາງເປົ້າໝາຍບັນລຸມາດຖານຊົນນະບົດໃໝ່. ຖ້າຫາກວ່າ ຕາແສງ ອີອາເປັດ ບັນລຸມາດຖານກໍ່ສ້າງຊົນນະບົດໃໝ່, ໂຄງການລ້ຽງງົວພັນກໍ່ໄດ້ປະກອບສ່ວນສ່ວນໃດສ່ວນໜຶ່ງເຂົ້າໃນເປົ້າໝາຍນີ້./.