ໝູ່​ບ້ານ​ຊາວ​ເຜົ່າ​ມົ້ງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ

(VOVWORLD) - ບ້ານຕ່າໂຊ 1, ແສງມົກເຈົາ, ແຂວງເຊີນລາ ແມ່ນແຫ່ງດຳລົງຊີວິດຂອງຊ ຊາວເຜົ່າມົ້ງ. ນັ້ນແມ່ນບັນດາໝູ່ບ້ານຮົກເຮື້ອຕັ້ງຢູ່ປະຕູໂຂງຟ້າ ຫ່າງຈາກໃຈກາງຕາແສງມົກເຈົາ ປະມານ 20 ກມ. ຈາກການປູກສາລີ, ປູກເຂົ້າ, ຊ ຊາວເຜົ່າມົ້ງຢູ່ທີ່ນີ້ໄດ້ມີການປ່ຽນແປງ, ກາຍເປັນຜູ້ເຮັດການທ່ອງທ່ຽວເຂດຊຸມຊົນ. ນອກຈາກໄດ້ອີງໃສ່ທິທັດທຳມະຊາດແລ້ວ, ຊ ຊາວເຜົ່າມົ້ງຍັງຖືເປັນສຳຄັນການຮັກສາ, ເສີມຂະຫຍາຍ
ໝູ່​ບ້ານ​ຊາວ​ເຜົ່າ​ມົ້ງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 1ເຮືອນບູຮານຂອງຊາວເຜົ່າມົ້ງ ( ພາບ: ຮ່ວຽນຈາງ)

   ໂດຍຍາດແຍ່ງເວລາຫວ່າງ, ອ້າຍ ມົ່ວອາຍາ ໄດ້ດັດແປງ homestay ຂອງຕົນຕື່ອີກ ແລະ ບົວລະບັດສວນປູກໝາກໝັ້ນທີ່ມີເນື້ອທີ່ເກືອບ 1 ເຮັກຕາ. ກ່ອນປີ 2019, ມົ່ວອາຍາ ຮູ້ແຕ່ເຮັດໄຮ່ໄຖນາ, ປູກເຂົ້າ, ປູກສາລີເປັນຕົ້ນ. ຫຼັງຈາກນັ້ນ, ເມື່ອໂຄງການພັດທະນາການທ່ອງທ່ຽວເຂດຊຸມຊົນມາຮອດບ້ານ, ອ້າຍຍາ ກາຍເປັນຜູ້ນຳໜ້າເຮັດການທ່ອງທ່ຽວຢູ່ບ້ານຕ່າໂຊ 1. ອ້າຍ ມົ່ວອາຍາ ໃຫ້ຮູ້ວ່າ:

ເມື່ອເຮັດການທ່ອງທ່ຽວ ເຮົຈະສາມາດອະນຸລັກຮັກສາບັນດາຈຸດວັດທະນະທຳຂອງ ປຊ ຊາວເຜົ່າມົ້ງ. ໃນ homestay ຂອງຂ້າພະເຈົ້າ ໄດ້ດັບປະດາດ້ວຍລວດລາຍຂອງຊາວເຜົ່າມົ້ງ. ເມື່ອກໍ່ສ້າງ homestay, ຂ້າພະເຈົ້າຢາກເຮັດດ້ວຍໄມ້ເພື່ອໃຫ້ແຂກມານີ້ຈະຮູ້ສຶກໄດ້ສຳຜັດກັບທຳຊາດ, ເຂົ້າເຖິງສີສັນວັດທະນະທຳຂອງຊາວເຜົ້າມົ້ງ. ນັແຕ່ເມື່ອເຮັດການອ່ງທ່ຽວ, ເສດຖະກິດເປັນປົກກະຕິກວ່າການປູກເຂົ້າ, ປູກສາລີ.

ໝູ່​ບ້ານ​ຊາວ​ເຜົ່າ​ມົ້ງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 2ຊາວເຜົ່າມົ້ງຮັກສາສີສັນຊາດເພື່ອເຮັດການທ່ອງທ່ຽວ ( ພາບ: ຮ່ວຽນຈາງ)

    ຢູ່ຫ່າງຈາກນັ້ນບໍ່ໄກ, ໃນເຮືອນບູຮານທີ່ໄດ້ກໍ່ສ້າງແຕ່ປີ 1964, ອ້າຍ ມົ່ອາຟາ ກຳລັງປະຕິບັດບັນດາພິທີກຳຈິດວິນຍານພື້ນເມືອງ. ນີ້ແມ່ນບັນດາປະເພນີພິເສດສະເພາະຂອງຊາວເຜົ່າມົ້ງຢູ່ຕ່າໂຊ. ນັບແຕ່ເມື່ອການທ່ອງທ່ຽວເຂດຊຸມຊົນໄດ້ພັດທະນາຢູ່ບ້ານ, ເຮືອນບູຮານໄດ້ຮັບການຮັກສາໄວ້ ກາຍເປັນສະຖານທີ່ທ່ຽວຊົມ, ຊອກຮູ້ກ່ຽວກັບຊີວິດຂອງຊາວເຜົ່າມົ້ງ. ອ້າຍ ມົ່ວອາຟາ ໃຫ້ຮູ້ວ່າ

ຢູ່ບ້ານກໍ່ມີເຮືອນບູຮານຫຼາຍຫຼັງແຕ່ເຂົາເຈົ້າໄດ້ປ່ຽນແປງທາງໃນໝົດແລ້ວ, ສ່ວນເຮືອນຂອງຂ້າພະເຈົ້າຍັງຮັກວາໄວ້ຄືເກົ່າ. ມີແຂກມາຂ້າພະເຈົ້າກໍ່ໄດ້ແນະນຳລາຍລະອຽດສູ່ຟັງ. ເມື່ອແຂກມາ, ທຳອິດຈະມີເຂດໃຫ້ແຂກນັ່ງດື່ມນ້ຳ ແລະ ມີເຮືອນຄົວແຫ່ງຈິດວິນຍານ. ຫ້ອງກາງແມ່ນຫ້ອງຫຼັກ, ມີຮ້ານບູຊາຕັ້ງຢູ່ 3 ຈຸດ, ເສົາຄື່ເຮືອນ, ປະຕູຫຼັກຂອງເຮືອນ ເພື່ອແຫ່ໄພ້, ຮັບໄພ້, ເອົາສົບອອກເຮືອນ. ຕໍ່ຈາກນັ້ນແມ່ນມີຫ້ອງນອນຂອງເຈົ້າຂອງເຮືອນກົງກັນຂ້າມກັບເຂດເຮືອນຄົວຈິດວິນຍານ. ຖັດມາແມ່ນຫ້ອງຂອງລູກຊາຍກົກ.

ໝູ່​ບ້ານ​ຊາວ​ເຜົ່າ​ມົ້ງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 3( ພາບ: ຮ່ວຽນຈາງ)

   ແຕ່ກ່ອນ, ໝູ່ບ້ານຕ່າໂຊ 1 ແມ່ນເຂດບ້ານພູສູເກືອບຄືວ່າແຍກຢູ່ຕ່າງຫາກ ໂດຍຕັດຂາດກັບພາຍນອກ. ປຊ ຢູ່ທີ່ນີ້ພົວພັນກັບຄົນແປກໜ້າໜ້ອຍທີ່ສຸດ. ນັບແຕ່ເມື່ອໄດ້ເຮັດການທ່ອງທ່ຽວເຂດຊຸມຊົນ, ໄປຄຽງຄູ່ກັບການສ້າງເສດຖະກິດເປັນປົກກະຕິແລ້ວ, ຊາວເຜົ່າມົ້ງຍັງມີໂອກາດພັດນາຫຼາຍທັກສະຕື່ມອີກ. ອ້າຍ ມົ່ວອາຢີ, ນາຍບ້ານຕ່າໂຊ 1 ໃຫ້ຮູ້ວ່າ:

ແຂກມາຢ້ຽມຢາມ, ບ້ານຕ່າໂຊສາມາດລົງຕົວຈິງຫຼາຍຢ່າງ, ໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງ. ພິເສດ, ບ້ານຕ່າໂຊ 1 ຍັງໄດ້ເກັບຮັກສາບັນດາຈຸດຄວາມງາມພື້ນເມືອງຄື: ເຮັດແຄນ, ເຮືອນບູຮານ… ແຕ່ຕອນຍັງບໍ່ທັນເຮັດການທ່ອງທ່ຽວ, ຊ ພຽງແຕ່ປູກສາລີເປັນຕົ້ນ. ເມື່ອໄດ້ເຮັດການທ່ອງທ່ຽວ, ຊ ໄດ້ເລີ່ມດັດແປງເສັ້ນທາງ, ຮ່ອມທາງເຂົ້າບ້ານ, ເຮືອນຊານ. ຊີວິດການເປັນຢູ່ຂອງ ປຊ ລ້ວນແຕ່ໄດ້ຍົກສູງຂຶ້ນກວ່າຕອນທີ່ປູກສາລີ ແລະ ປຊ ມີເວລາເຮັດຫຼາຍຢ່າງຕື່ມຄື ປູກຕົ້ນໄມ້ກິນໝາກ, ຕ້ອນຮັບແຂກທ່ອງທ່ຽວ…

ໝູ່​ບ້ານ​ຊາວ​ເຜົ່າ​ມົ້ງ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ - ảnh 4 ( ພາບ: ຮ່ວຽນຈາງ)

 ການພັດທະນາການທ່ອງທ່ຽວຕິດພັນກັບການຮັກສາສີສັນວັດທະນະທຳຂອງຊາດ. ນັ້ນແມ່ນຄຳຢືນຢັນຂອງຊາວເຜົ່າມົ້ງຢູ່ບ້ານຕ່າໂຊ 1. ເຂົາເຈົ້າເຂົ້າໃຈວ່າ ໄປຄຽງຄູ່ກັບຄວາມງາມຂອງທຳມະຊາດ, ສີສັນແມ່ນປັດໄຈດູດດື່ມໃຈແຂກທ່ອງທ່ຽວຈາກທົ່ວທຸກແຫ່ງ. ປຊ ຊາວເຜົ່າມົ້ງຢູ່ຕ່າໂຊ ກຳລັງເສີມຂະຫຍາຍບັນດາຄຸນຄ່າທີ່ເປັນມູເຊື້ອນັ້ນ ເພື່ອເລົ່າເລື່ອງລາວສະເພາະຂອງໝູ່ບ້ານຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ