ກະ​ສິ​ກຳ ເຊີນ​ລາ ຊອກ​ຫາ​ທິດ​ກ້າວ​ເດີນ​ຍືນ​ຍົງ​ໃຫ້​ແກ່​ຂະ​ແໜງ​ກະ​ເຟ

(VOVWORLD) - ແຂວງເຊີນລາ ມີເນື້ອທີ່ປູກກາເຟ 24.300 ເຮັກຕາ, ມີປະລິມານການເກັບກ່ຽວເມັດກາເຟ ປະມານ 37.724 ໂຕນ. ລາຍຮັບສະເລ່ຍຂອງກາເຟບັນລຸແຕ່ 170 ລ້ານ ຫາ 200 ລ້ານດົງ (ກວ່າ 6.400 USD ຫາ 7.600 USD), ກຳໄລບັນລຸ 140 ລ້ານດົງ (ກວ່າ 5.300 USD). ໃນ 06 ເດືອນຕົ້ນປີ 2025, ທາງແຂວງເຊີນລາ ໄດ້ສົ່ງອອກກາເຟ 17.800 ໂຕນ, ບັນລຸເກືອບ 70 ລ້ານ USD, ເພີ່ມຂຶ້ນ30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024.

 
ກະ​ສິ​ກຳ ເຊີນ​ລາ ຊອກ​ຫາ​ທິດ​ກ້າວ​ເດີນ​ຍືນ​ຍົງ​ໃຫ້​ແກ່​ຂະ​ແໜງ​ກະ​ເຟ - ảnh 1ປະຊາຊົນເຂດໄຕບັກ ປະຕິບັດການກ້າເບ້ຍ ກາເຟ (ພາບ: VOV)

ເລີ່ມປູກຢູ່ດິນແດນ ເຊີນລາ ແຕ່ຊຸມປີ 1945, ພາຍຫຼັງໄລຍະ 80 ປີ, ກາເຟໄດ້ກາຍເປັນຜົນລະປູກຫຼັກຂອງແຂວງ. ດ້ວຍເນື້ອທີ່ ແລະ ປະລິມານການຜະລິດໃຫຍ່, ເຊີນລາ ແມ່ນທ້ອງຖິ່ນປູກກາເຟ (Arabica) ໃຫຍ່ທີ່ສຸດໃນທົ່ວປະເທດ, ກວມເອົາປະມານ 50% ເນື້ອທີ່ປູກ ແລະ 43,5% ປະລິມານການຜະລິດໃນທົ່ວປະເທດ. ນີ້ແມ່ນຂໍ້ສະດວກເພື່ອໃຫ້ແຂວງພັດທະນາເຂດປູກກາເຟທີ່ມີຄຸນນະພາບສູງ, ເໝາະສົມກັບທ່າອ່ຽງບໍລິໂພກສີຂຽວ, ຍືນຍົງໃນທົ່ວໂລກ. ທ່ານ ຕະແມັ້ງເກືອງ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ຮູ້ວ່າ: 

ຜະລິດຕະພັນ Arabica ຂອງເຊີນລາ ມີຄວາມສາມາດບົ່ມຊ້ອນທີ່ສຸດ. ບໍ່ແມ່ນຈະມີຢູ່ແລ້ວແບບທຳມະດາ ຫາກໃນຈຳນວນເກືອບ 10 ແຂວງທີ່ປູກ ແລະ ຜະລິດກາເຟຂອງທົ່ວປະເທດ, ເຊີນລາ ແມ່ນ 1 ໃນ 3 ທ້ອງຖິ່ນທີ່ໄດ້ຮັບການອາລັກຂາໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອໃຫ້ກາເຟເຊີນລາ ຢັ້ງຢືນທີ່ຕັ້ງ, ເຄື່ອງໝາຍການຄ້າຂອງຕົນ.

ເຊີນລາບໍ່ພຽງແຕ່ປູກກາເຟເທົ່ານັ້ນ ຫາກຍັງໄດ້ນຳເມັດກາເຟຂອງຕົນບືນຕົວອອກໄປໄກເທື່ອລະກ້າວ. ດ້ວຍຄວາມສະດວກກ່ຽວກັບເງື່ອນໄຂທຳມະຊາດ ກໍ່ຄືຄວາມດຸໝັ່ນຂະຫຍັນພຽນ, ຄວາມຜູກພັນຂອງຊາວກະສິກຳ, ຕົ້ນກາເຟ Arabica ໄດ້ເຕີບໃຫຍ່, ພັດທະນາ ແລະ ເມັດກາເຟເຊີນລາ ມີລົດຊາດດີທີ່ສຸດ, ບັນລຸໃບຢັ້ງຢືນພາຍໃນປະເທດ ແລະ ສາກົນໄດ້ຫຼາຍ. ທ່ານ ຮສ.ປອ ຫງວຽນວັນໂບະ, ອະດີດຫົວໜ້າສະຖາບັນວິທະຍາສາດ ກະສິກຳ ຫວຽດນາມ ໃຫ້ຮູ້ວ່າ:

ເຊີນລາ ບັນລຸໄດ້ໃບຢັ້ງຢືນສຳຄັນນັ້ນແມ່ນຢັ້ງຢືນກ່ຽວກັບການແນະນຳພູມີສາດ. ຜ່ານການຢັ້ງຢືນນີ້, ທາງແຂວງສາມາດຂາຍກາເຟດ້ວຍລາຄາສູງກວ່າ ແລະ ສົ່ງອອກໄປຫຼາຍປະເທດກວ່າ.

ກະ​ສິ​ກຳ ເຊີນ​ລາ ຊອກ​ຫາ​ທິດ​ກ້າວ​ເດີນ​ຍືນ​ຍົງ​ໃຫ້​ແກ່​ຂະ​ແໜງ​ກະ​ເຟ - ảnh 2ຕົ້ນກາເຟ ກາຍເປັນຕົ້ນໄມ້ຫຼັກແຫຼ່ງໃນການຫາເງິນລ້ຽງຊີບຂອງປະຊາຊົນແຂວງ ເຊີນລາ (ພາບ: VOV)

ການຢັ້ງຢືນເຊິ່ງແຂວງເຊີນລາ ບັນລຸໄດ້ເຫຼົ່ານັ້ນ ບໍ່ພຽງແຕ່ແມ່ນໄມ້ວັດແທກມາດຖານເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາກ່ຽວກັບຕົ້ນກຳເນີດ, ຂັ້ນຕອນການຜະລິດໃນຂະແໜງກາເຟອີກດ້ວຍ. ອ້າຍ ຫວູງອກຮູຍ, ບໍລິສັດຫຸ້ນສ່ວນ ຟຸກຊິງເຊີນລາ ໃຫ້ຮູ້ວ່າ:

ປັດຈຸບັນ ເຂດວັດຖຸດິບຂອງພວກຂ້າພະເຈົ້າບັນລຸໄດ້ໃບຢັ້ງຢືນຈຳນວນໜຶ່ງກ່ຽວກັບຄວາມຍືນຍົງຂອງກາເຟຄື: ໃບຢັ້ງຢືນ Rainforest Alliance (RA) ແລະ ໃບຢັ້ງຢືນ Four C. ນີ້ແມ່ນສອງໃນຈຳນວນໃບຢັ້ງຢືນທົ່ວໄປທີ່ສຸດຂອງໂລກກ່ຽວກັບການພັດທະນາກາເຟແບບຍືນຍົງ. ຜົນສຳເລັດແມ່ນອີງຕາມເລື່ອງຊາວກະສິກອນຈະປະຕິບັດບັນດາການກະທຳກ່ຽວກັບການປູກຝັງຫຼືບໍ່.

ຈາກພາລະກຳລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ປັດຈຸບັນ ຕົ້ນກາເຟໄດ້ກາຍເປັນຕົ້ນໄມ້ອຸດສາຫະກຳຫຼັກຂອງແຂວງເຊີນລາ. ຜະລິດຕະພັນກາເຟສິນພິເສດ, ກາເຟມີຄຸນນະພາບສູງຄ່ອຍໆພິຊິດບັນດາຕະຫຼາດທີ່ຕ້ອງການມາດຖານສູງເທື່ອລະກ້າວ, ປະກອບສ່ວນຢັ້ງຢືນພາບພົດເຄື່ອງໝາຍກາເຟ ຫວຽດນາມ ໃນແຜນທີ່ກາເຟໂລກ. ເພື່ອສືບຕໍ່ພິຊິດບັນດາເປົ້າໝາຍພັດທະນາໃໝ່, ເຊີນລາ ໄດ້ ແລະ ພວມແກ້ໄຂຄວາມຫຍຸ້ງຍາກ, ມານະພະຍາຍາມຕອບສະໜອງບັນດາຂໍ້ກຳນົດ, ມາດຖານທີ່ເຄັ່ງຂັດຂອງສາກົນ, ສ້າງຜະລິດຕະພັນກາເຟທີ່ມີຄຸນນະພາບ. ທ່ານ ຫງວຽນແທັງກົງ, ຮອງປະທານຄະນະກຳມະການປະຊາຊົນແຂວງເຊີນລາ ໃຫ້ຮູ້ວ່າ:

ມາດຕະການແກ້ໄຂທີໜຶ່ງແມ່ນພັດທະນາກາເຟ ແບບຍືນຍົງ, ສ້າງຂັ້ນຕອນການຜະລິດກາເຟສະອາດຕາມມາດຖານ RA, 4C, UTZ, ບັນດາຂໍ້ກຳນົດຕ້ານການທຳລາຍປ່າຂອງ EU . ພ້ອມກັນນັ້ນ ກໍ່ແມ່ນບັນຫາກ່ຽວກັບແນວພັນປູກ, ຕ້ອງສືບຕໍ່ຄົ້ນຄ້ວາບັນດາແນວພັນກາເຟທີ່ດີທີ່ສຸດ, ເໝາະສົມກັບເງື່ອນໄຂຂອງເຂດປູກຝັງ ເຊີນລາ.

ໃນສະພາບການຕະຫຼາດກາເຟທົ່ວໂລກນັບມື້ນັບມີການແກ້ງແຍ້ງຢ່າງຂ້ຽວຂາດນັ້ນ, ການຮັກສາເຄື່ອງໝາຍການຄ້າ ກາເຟ ເຊີນລາ ຢ່າງໃຫ້ໝັ້ນຄົງນັ້ນບໍ່ພຽງແຕ່ອີງໃສ່ປະລິມານການຜະລິດ ເທົ່ານັ້ນ, ຫາກສິ່ງສຳຄັນກ່ວາແມ່ນຮັກສາຄຸນນະພາບເປັນປົກກະຕິ, ຮັກສາລັກສະນະຍືນຍົງອີກດ້ວຍ. ແຂວງເຊີນລາ ພວມປະຕິບັດຖືກຕາມທິດທີ່ໄດ້ວາງອອກເມື່ອສຸມໃສ່ບັນດາມາດຕະການຄົບຊຸດ ນັບແຕ່ການວາງແຜນຜັງເຂດວັດຖຸດິບ, ຍົກສູງຄຸນນະພາບແນວພັນປູກ, ໝູນໃຊ້ມາດຕະຖານສາກົນໃນການຜະລິດ, ເຊື່ອມຕໍ່ຊາວກະສິກອນ - ວິສາຫະກິດ - ອົງການຄຸ້ມຄອງ,  ຕະຫຼອດຮອດການລົງທຶນປຸງແຕ່ງຢ່າງເລິກເຊິ່ງ ແລະ ສ້າງເຄື່ອງໝາຍການຄ້າແນະນຳພູມີສາດຢ່າງແນ້ນແຟ້ນ. ທ່ານ ຮສ.ປອ ຫງວຽນວັນໂບະ ຖືວ່າ:

ແຜນນະໂຍບາຍຂອງຂະແໜງແມ່ນຕ້ອງເຊື່ອມຕໍ່, ສະນັ້ນ, ກ່ອນອື່ນໝົດຊາວກະສິກອນຕ້ອງເຊື່ອມຕໍ່ນຳກັນເພື່ອຜະລິດຕາມຂັ້ນຕອນດຽວກັນ ແລະ ເຊື່ອມຕໍ່ກັບບັນດາວິສາຫະກິດເພື່ອສາມາດໜູນຊ່ວຍກັນໃນການເຮັດລະບຽບການ, ບັນລຸຄວາມຮຽກຮ້ອງຕ້ອງການກ່ຽວກັບຄຸນນະພາບ, ຕົ້ນກຳເນີດ, ບັນລຸໃບຢັ້ງຢືນກາເຟ. ຊາວກະສິກອນຕ້ອງເຂົ້າຮ່ວມບັນດາການເຄື່ອນໄຫວທີ່ມີລັກສະນະເຊື່ອມຕໍ່ຄືແນວນີ້. ນັ້ນແມ່ນຄວາມຮຽກຮ້ອງຕ້ອງການທຳອິດ ແລະ ມີຄວາມສຳຄັນທີ່ສຸດ.

ໃນຍຸດທະສາດພັດທະນາກາເຟ, ເຊີນລາ ສູ້ຊົນຮອດປີ 2030 ມີເນື້ອທີ່ປູກກາເຟ 25.000 ເຮັກຕາ, ປະລິມານການຜະລິດ 40.000 ໂຕນ, ພັດທະນາເນື້ອທີ່ປູກກາເຟສິນພິເສດ 5.950 ເຮັກຕາ, ເຂດບັນລຸມາດຖານແບບຍືນຍົງ 18.000 ເຮັກຕາ, ເນື້ອທີ່ປູກໃໝ່ນຳໃຊ້ແນວພັນມາດຖານ 80 - 90%. ວິໄສທັດຮອດປີ 2035 ເນື້ອທີ່ປູກກາເຟເພີ່ມຂຶ້ນ 27.000 ເຮັກຕາ, ສ້າງ ແລະ ພັດທະນາເຂດປູກກາເຟນຳໃຊ້ເຕັກໂນໂລຢີສູງ 5 ເຂດຂຶ້ນໄປ… ຄວາມຕັດສິນໃຈນີ້ສະແດງໃຫ້ເຫັນວ່າ ເຊີນລາພວມມານະພະຍາຍາມບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງເພື່ອກາຍເປັນສູນຜະລິດກາເຟ Arabica ທີ່ມີຄຸນນະພາບສູງຂອງ ຫວຽດນາມ, ຈາກນັ້ນ,ສ້າງທ່ວງທ່າເພື່ອໃຫ້ຜະລິດຕະພັນກາເຟທ້ອງຖິ່ນພິຊິດບັນດາຕະຫຼາດທີ່ຕ້ອງການກາເຟທີ່ມີມາດຕະຖານສູງຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ