ຮຶງ​ອຽນ​ ເປີດກວ້າງ​ການ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ Logistics ຫຼາຍແບບ​ວິ​ທີ

(VOVWORLD) - ຮຶງອຽນ ພວມຫັນປ່ຽນຢ່າງແຮງ, ບໍ່ພຽງແຕ່ແມ່ນສູນອຸດສາຫະກຳຂອງເຂດທົ່ງພຽງແມ່ນ້ຳແດງເທົ່ານັ້ນ ຫາກຍັງມຸ່ງໄປເຖິງກາຍເປັນສູນ logistics ຫຼາຍແບບວິທີ ເຊິ່ງແມ່ນຕາໂສ້ສຳຄັນໃນລະບົບຂົນສົ່ງ, ແລກປ່ຽນການຄ້າຢູ່ເຂດພາກເໜືອ.

ຮຶງ​ອຽນ​ ເປີດກວ້າງ​ການ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ Logistics ຫຼາຍແບບ​ວິ​ທີ - ảnh 1ສູນຈັດແບ່ງປະເພດສິນຄ້າ SPX Express  (ພາບ: SPX Express )

ຮຶງອຽນມີທີ່ຕັ້ງໃຈກາງເຂດສາມລ່ຽມເສດຖະກິດຈຸດສຸມທາງທິດເໜືອ, ນອນຢູ່ບັນດາເສັ້ນທາງຄົມມະນາຄົມທີ່ສຳຄັນຄື ເສັ້ນທາງຫຼວງເລກ 5A, ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫ໋າຍຝ່ອງ…

ດ້ວຍທ່າໄດ້ປຽບແມ່ນປະຕູເຂົ້າອອກ ເຊື່ອມຕໍ່ນະຄອນຫຼວງກັບບັນດາທ່າກຳປັ່ນທະເລ, ສະໜາມບິນ ແລະ ເຂດອຸດສາຫະກຳໃຫຍ່, ຮຶງອຽນ ກຳນົດວ່າ Logistics ບໍ່ພຽງແຕ່ແມ່ນຂະແໜງບໍລິການໜູນຊ່ວຍເທົ່ານັ້ນ ຫາກຍັງຕ້ອງກາຍເປັນຂະແໜງເສດຖະກິດປາຍແຫຼມ, ສວມບົດບາດນຳພາລະບົບຕ່ອງໂສ້ມູນຄ່າການຜະລິດ - ຈຳໜ່າຍ - ສົ່ງອອກນຳເຂົ້າອີກດ້ວຍ. ທ່ານ ເຈິ່ນກວັກວັນ, ຮອງເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງ ຮຶງອຽນ ຢັ້ງຢືນວ່າ:

ມະຕິກອງປະຊຸມໃຫຍ່ໄດ້ກຳນົດຢ່າງຈະແຈ້ງແລ້ວວ່າ ການພັດທະນາຄົມມະນາຄົມແມ່ນບຸລິມະສິດແຖວໜ້າ. ໄປຄຽງຄູ່ກັບບັນດາລະບົບຄົມມະນາຄົມແມ່ນການພັດທະນາບັນດາເຂດອຸດສາຫະກຳເພື່ອດຶງດູດບັນດາວິສາຫະກິດມາລົງທຶນຢູ່ແຂວງ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ.

ຈາກການກຳນົດທິດທາງນັ້ນ, ມີຫຼາຍກິດຈະກຳໄດ້ຮັບການຜັນຂະຫຍາຍ. ທ່າກຳປັ່ນສິນຄ້າເຫຼວ ບາຫຼາດ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກໍລະກົດ 2025, ຢູ່ຕາແສງ ຮຶງຝູ, ເປີດປະຕູໃໝ່ໃຫ້ແກ່ການຂົນສົ່ງທາງນ້ຳ ແລະ Logistics ແຄມທະເລ. ດ້ວຍຄວາມສາມາດຮັບກຳປັ່ນທີ່ມີນ້ຳໜັກເຖິງ 3.000 ໂຕນ, ທ່າກຳປັ່ນ ບາຫຼາດ ບໍ່ພຽງແຕ່ຮັບໃຊ້ການຂົນສົ່ງວັດຖຸດິບພະລັງງານ, ສິນຄ້າອຸດສາຫະກຳເທົ່ານັ້ນ ຫາກຍັງສ້າງຕາໂສ້ ເຊື່ອມຕໍ່ສຳຄັນລະຫວ່າງສູນອຸດສາຫະກຳ ຮຶງອຽນ ກັບລະບົບທ່າກຳປັ່ນທະເລທາງທິດເໜືອ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຍຸດທະສາດຊ່ວຍໃຫ້ແຂວງ ເຂົ້າຮ່ວມລະບົບຕ່ອງໂສ້ການສະໜອງທົ່ວເຂດແຄມທະເລຢ່າງເລິກເຊິ່ງກວ່າເທື່ອລະກ້າວ. ທ່ານ ໂງວັນຟາດ, ປະທານສະພາບໍລິຫານ ບໍລິສັດຫຸ້ນສ່ວນ ກຸ່ມບໍລິສັດ ຝູແທັ່ງ, ຜູ້ລົງທຶນໂຄງການ ຢັ້ງຢືນວ່າ:

ເມື່ອໂຄງການນຳເຂົ້າຂຸດຄົ້ນຈະປະກອບສ່ວນສຳຄັນເຂົ້າໃນການດຶງດູດການລົງທຶນ, ນຳມາເຊິ່ງການປ່ຽນແປງໃຫຍ່ໃຫ້ແກ່ຄຸນນະພາບການດຳລົງຊີວິດຂອງປະຊາຊົນ, ສ້າງເງື່ອນໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ. ພິເສດ, ໂຄງການຈະປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນງົບປະມານຂອງແຂວງ.

ຮຶງ​ອຽນ​ ເປີດກວ້າງ​ການ​ພັດ​ທະ​ນາ​ລະ​ບົບ​ນິ​ເວດ Logistics ຫຼາຍແບບ​ວິ​ທີ - ảnh 2ພິທີເລີ່ມລົງມືກໍ່ສ້າງ ສູນ SPX Express  (ພາບ:  SPX Express)

ຈຸດສຳຄັນທີ່ສຸດໃນຍຸດທະສາດພັດທະນາພື້ນຖານໂຄງລ່າງ Logistics ຂອງແຂວງແມ່ນການລົງທຶນບັນດາຮູບແບບຂົນສົ່ງຢ່າງຄົບຊຸດ. ແຂວງພວມຄົ້ນຄວ້າການຜັນຂະຫຍາຍ ສາມເສັ້ນທາງລົດໄຟຕົວເມືອງ ໃນວິວັດການມຸ່ງໄປເຖິງເປົ້າໝາຍກາຍເປັນນະຄອນຂຶ້ນກັບສູນກາງ. ທ່ານ ເຈິ່ນມິງຫ໋າຍ, ຜູ້ອຳນວຍການຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງກິດຈະກຳຄົມມະນາຄົມ ຮຶງອຽນ ໃຫ້ຮູ້ວ່າ:

ເສັ້ນທາງລົດໄຟທີໜຶ່ງຈະເຊື່ອມຕໍ່ຈາກຕົວເມືອງ ວັນຢາງ ກັບນະຄອນ ຮຶງອຽນ, ເຊື່ອມຕໍ່ 2 ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫ໋າຍຝ່ອງ ແລະ ເກົ່າແຢ - ນິງບິ່ງ. ເສັ້ນທາງລົດໄຟທີສອງຈະເຊື່ອມຕໍ່ສະຖານີລົດໄຟ ລາກດ້າວ ໄປຍັງ 2 ເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ຫ໋າຍຝ່ອງ ແລະ ເກົ່າແຢ - ນິງບິ່ງ ກັບນະຄອນ ຮຶງອຽນ. ເສັ້ນທາງລົດໄຟທີສາມ ແມ່ນເສັ້ນທາງເຊື່ອມຕໍ່ມໍລະດົກວັດທະນະທຳການທ່ອງທ່ຽວເສດຖະກິດ ລຽບຕາມແຄມແມ່ນ້ຳແດງ, ເຊື່ອມຕໍ່ແຕ່ ວັນຢາງ ໄປຫານະຄອນ ຮຶງອຽນ. ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະເປັນເສນາທິການໃຫ້ແຂວງ ກ່ຽວກັບບັນດາເຕັກໂນໂລຢີເສັ້ນທາງລົດໄຟ, ກໍ່ຄືການເຊື່ອມຕໍ່ກັບບັນດາລະບົບເສັ້ນທາງລົດໄຟຂອງນະຄອນຫຼວງ ຮ່າໂນ້ຍ.

ໄປຄຽງຄູ່ກັບພື້ນຖານໂຄງລ່າງທ່າກຳປັ່ນທະເລ, ເສັ້ນທາງລົດໄຟ, ເສັ້ນທາງບົກ, ແຂວງ ຮຶງອຽນ ກໍ່ຍູ້ແຮງ logistics ພາຍໃນແຂວງ ແລະ ການຄ້າເອເລັກໂຕນິກ. ໂຄງການສູນຈັດແບ່ງປະເພດສິນຄ້າ SPX Express ມີເນື້ອທີ່ 17 ເຮັກຕາ, ສູນຈັດແບ່ງສິນຄ້າແບບອັດສະໂນມັດໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້, ໄດ້ຮັບການລົງທຶນກໍ່ສ້າງເມື່ອເດືອນ ຕຸລາ 2025. ເມື່ອນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນປີ 2027, ຄາດວ່າ ສູນຈະສາມາດຈັດແບ່ງສິນຄ້າປະມານ 7 ລ້ານພັດສະດຸຕໍ່ວັນ, ຮັບໃຊ້ຕະຫຼາດພາກເໜືອໂດຍກົງ ແລະ ເຊື່ອມຕໍ່ກັບເຄືອຂ່າຍຈຳໜ່າຍສິນຄ້າຂ້າມຊາຍແດນ. ທ່ານນາງ ຫງວຽນກິມແອັງ, ຜູ້ອຳນວຍການ SPX Express ຫວຽດນາມ ແບ່ງປັນວ່າ:

ບັນດາວັດຖຸອຸປະກອນທັນສະໄໝ ພ້ອມກັບເຕັກໂນໂລຢີແບບອັດຕະໂນມັດ ຈະຊ່ວຍໃຫ້ພວກຂ້າພະເຈົ້າຍູ້ໄວການຈັດແບ່ງປະເພດສິນຄ້າ, ເພີ່ມຄວາມໄວໃນການຈັດສົ່ງສິນຄ້າ. ຜ່ານນັ້ນ, ພວກຂ້າພະເຈົ້າກອາດສາມາດໜູນຊ່ວຍບັນດາພໍ່ຄ້າ, ວິສາຫະກິດທ້ອງຖິ່ນ ໃນການຫັນການເຄື່ອນໄຫວໃຫ້ດີທີ່ສຸດ ແລະ ຕອບສະໜອງຄວາມຕ້ອງການຊື້ເຄື່ອງຂອງທີ່ນັບມື້ນັບເພີ່ມຂຶ້ນສູງຂອງລູກຄ້າໃນໄລຍະທ້າຍປີ.

ບໍ່ພຽງແຕ່ເອົາໃຈໃສ່ເຖິງການກໍ່ສ້າງພື້ນຖານໂຄງລ່າງ, ຮຶງອຽນ ຍັງຍູ້ແຮງການປັບປຸງການບໍລິຫານ, ດຶງດູດການລົງທຶນເຂົ້າບັນດາເຂດອຸດສາຫະກຳ, ສ້າງເນື້ອທີດິນສະອາດເພື່ອສ້າງບັນດາສູນ logistics ອັດສະລິຍະ, ທັນສະໄໝ, ມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນຄ່າຂົນສົ່ງ, ຍົກສູງຄວາມສາມາດແກ້ງແຍ້ງໃຫ້ແກ່ວິສາຫະກິດ.

ການພັດທະນາລະບົບນິເວດ logistics ຫຼາຍແບບວິທີບໍ່ພຽງແຕ່ຊ່ວຍ ຮຶງອຽນ ຂຸດຄົ້ນທ່າໄດ້ປຽບດ້ານພູມີສາດເທົ່ານັ້ນ, ຫາກຍັງສ້າງກຳລັງໜູນໃໝ່ໃຫ້ແກ່ການເຕີບໂຕເສດຖະກິດເຂດທົ່ງພຽງແມ່ນ້ຳແດງ, ປະກອບສ່ວນສ້າງລະບົບຕ່ອງໂສ້ການສະໜອງສິນຄ້າໃຫ້ສົມບູນແບບ, ຊຸກຍູ້ການຄ້າພາຍໃນປະເທດ ແລະ ສາກົນ.

ການພັດທະນາລະບົບນິເວດ logistics ຫຼາຍແບບວິທີບໍ່ພຽງແຕ່ແມ່ນບາດກ້າວເດີນທີ່ເໝາະສົມກັບທ່າອ່ຽງເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນວິໄສທັດຍຸດທະສາດ, ໄລຍະຍາວ ຂອງແຂວງ ຮຶງອຽນ ໃນວິວັດການເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນຢ່າງເລິກເຊິ່ງກວ້າງຂວາງ.ແຂວງ ຮຶງອຽນ “ໃໝ່” ພວມກໍ່ຮ່າງສ້າງຕົວ - ຂະຫຍັນຂັນເຄື່ອນກວ່າເກົ່າ, ເຊື່ອມຕໍ່ກວ່າເກົ່າ ແລະ ມີກຳລັງແກ້ງແຍ້ງກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ