ກາເຟ Arabica ​ຊ່ວຍໃຫ້ເສດຖະກິດຂອງ ຈ່ຽງອານ ເຕີບ​ໂຕ

(VOVWORLD) - ຕາແສງຈ່ຽງອານ, ແຂວງເຊີນລາ ພວມກາຍເປັນສູນຂອງຕົ້ນກາເຟ Arabicaຄຸນນະພາບສູງ. ບັນດາໄຮ່ກາເຟຢູ່ຕາມເນີນພູໄດ້ເປີດທິດທຳມາຫາກິນໃໝ່, ຊ່ວຍໃຫ້ຫຼາຍຄອບຄົວຢູ່ຈ່ຽງອານ ຫຼຸດພົ້ນອອກຈາກຄວາມທຸກຍາກ, ບືນຕົວຂຶ້ນສ້າງຄວາມຮັ່ງມີ. ປີ 2025, ຈ່ຽງອານ ໄດ້ຍູ້ແຮງການປູກກາເຟແນວພັນ Arabica ທີ່ໃຫ້ປະສິດທິພາບສູງ, ດ້ວຍເຕັກນິກປູກຝັງທີ່ທັນສະໄໝ ແລະ ຮູບແບບເສດຖະກິດຮ່ວມມື.



ກາເຟ Arabica ​ຊ່ວຍໃຫ້ເສດຖະກິດຂອງ ຈ່ຽງອານ ເຕີບ​ໂຕ - ảnh 1ແຂວງເຊີນລາ ແມ່ນ ແຂວງປູກກາເຟ Arabica ຫຼາຍທີ່ສຸດຢູ່ພາກເໜືອ ຫວຽດນາມ (ພາບ: VOV5)

ໂດຍຫ່າງຈາກນະຄອນເຊີນລາບໍ່ໄກປານໃດ, ບັນດາໄຮ່ກາເຟ Arabica ຢູ່ຈ່ຽງອານ ເຕັມໄປດ້ວຍສີຂຽວອຸ່ມທຸ່ມ, ໝາກເຕັມງ່າ. ຢູ່ຄວາມສູງປະມານກວ່າ 900 ແມັດ, ອາກາດເຢັນສະບາຍຕະຫຼອດປີ, ເມັດ Arabica ຢູ່ບ່ອນນີ້ ມີກິ່ນຫອມ, ລົດສົ້ມໜ້ອຍໜຶ່ງ, ມີຫຼາຍວິສາຫະກິດມາຊື້ເພື່ອປຸງແຕ່ງເປັນກາເຟທີ່ມີຊື່ສຽງພິເສດ.

ຕາມການສະຖິຕິຂອງປີ 2025, ທົ່ວຕາແສງຈ່ຽງອານ ມີເນື້ອທີ່ປູກກາເຟກວ່າ 350 ເຮັກຕາ, ໃນນັ້ນມີ 80% ແມ່ນແນວພັນກາເຟ Arabica ທີ່ໃຫ້ສະມັດຕະພາບສູງ, ປະລິມານການຜະລິດສະເລ່ຍແຕ່ 15 – 18 ໂຕນ/ເຮັກຕາ, ເພີ່ມຂຶ້ນ 10 -12% ເມື່ອທຽບກັບໄລຍະ 2020 – 2023. ຕົວເລກນີ້ບໍ່ພຽງແຕ່ສະແດງໃຫ້ເຫັນປະສິດທິຜົນໃນການປູກຝັງເທົ່ານັ້ນ ຫາກຍັງແມ່ນສິ່ງພິສູດໃຫ້ເຫັນການປ່ຽນແປງໃນຈິນຕະນາການເຮັດ ເສດຖະກິດກະສິກຳອີກດ້ວຍ. ທ່່ານ ງຽມວັນຕວັນ, ປະທານຄະນະກຳມະການປະຊາຊົນຕາແສງຈ່ຽນອານ, ແຂວງເຊີນລາ ໃຫ້ຮູ້ວ່າ:

ໂດຍກຳນົດຕົ້ນກາເຟ Arabica ແມ່ນຕົ້ນໄມ້ຫຼັກໃຫ້ແກ່ການພັດທະນາເສດຖະກິດ. ພວກຂ້າພະເຈົ້າພວມມຸ່ງໄປເຖິງການພັດທະນາກາເຟອົງຄະທາດ ແລະ ຄ່ອຍໆປ່ຽນແນວພັນໃໝ່ເພື່ອປະແນວພັນເກົ່າເພື່ອຍົກສູງຄຸນນະພາບຂອງກາເຟ. ດ້ວຍປະລິມານການຜະລິດ ແລະ ລາຄາທີ່ດີຄືປີນີ້, ເງື່ອນໄຂເສດຖະກິດຂອງພໍ່ແມ່ປະຊາຊົນນັບມື້ນັບພັດທະນາ.

ຢູ່ສວນກາເຟຂອງຄອບຄົວ ປ້າ ກ່າທິເທືອງ, ນາຍບ້ານຕາມກວິ່ງ, ເມືອງຈ່ຽງອານ, ແຂວງເຊີນລາ ເຊິ່ງແມ່ນໜຶ່ງໃນບັນດາຄອບຄົວນຳໜ້າໃນການຫັນປ່ຽນໄປປູກແນວພັນ Arabica ທີ່ໃຫ້ສະມັດຕະພາບສູງ, ບັນດາພວງໝາກກາເຟສີແດງເຕັມກິ່ງແມ່ນສັນຍານສະແດງໃຫ້ເຫັນວ່າລະດູການເກັບກ່ຽວປີນີ້ຈະຮັບຜົນດີ. ປ້າ ກ່າທິເທືອງ ແບ່ງປັນດ້ວຍຄວາມດີໃຈວ່າ:

ບ້ານຕາມກວິ່ງ ມີເນື້ອທີ່ 772 ເຮັກຕາ, ໄລ່ສະເລ່ຍແຕ່ລະເຮັກຕາເກັບກ່ຽວກາເຟ Arabicaດ້ 8 ໂຕນ. ປີນີ້ການປູກກາເຟໄດ້ຮັບຜົນດີ, ພໍ່ແມ່ປະຊາຊົນເຮັ່ງມີແລ້ວ. ປີນີ້, ຄາດວ່າແຕ່ລະຄອບຄົວຈະໄດ້ເງິນ 100 ລ້າດົ່ງ (3.800 USD) ຂຶ້ນໄປ. ຄອບຄົວໄດ້ຫຼາຍທີ່ສຸດ ແມ່ນກວ່າ 1 ຕື້ດົ່ງ (38.000 USD).

ກາເຟ Arabica ​ຊ່ວຍໃຫ້ເສດຖະກິດຂອງ ຈ່ຽງອານ ເຕີບ​ໂຕ - ảnh 2ກາເຟ Arabica ບໍ່ພຽງແຕ່ນຳມາເຊິ່ງລາຍຮັບເປັນປົກກະຕິມາໃຫ້ປະຊາຊົນຢູ່ແຫ່ງນີ້, ຫາກຍັງແມ່ນສັນຍາລັກ ແລະ ຄວາມເອກອ້າງທະນົງໃຈຂອງແຂວງ ຈຽງອານ (ພາບ: VOV5)

ປັດຈຸບັນເຊີນລາ ແມ່ນເມືອງເອກຂອງ ກາເຟ Arabica ໃນທົ່ວປະເທດ, ດ້ວຍເນື້ອທີ່ປູກກວ່າ 20.000 ເຮັກຕາ ກວມເອົາເກືອບ 60% ເນື້ອທີ່ປູກກາເຟ Arabica ທັງໝົດຢູ່ຫວຽດນາມ. ຈາກບັນດາການແຂ່ງຂັນ ກາເຟຜະລິດຕິພັນພິເສດ, ບັນດາວິສາຫະກິດຂົ້ວບົດກາເຟ, ຕະຫຼອດຮອດການສົ່ງອອກ, ຊື່ Arabica ເຊີນລາ ຄ່ອຍໆກາຍເປັນເຄື່ອງໝາຍການຄ້າແຫ່ງຊາດ. ທ່ານ ເວືອງວັນຫ໋າຍ, ປະທານສະມາຄົມກາເຟເຊີນລາ ໃຫ້ຮູ້ວ່າ:

ຂະແໜງກາເຟ ພວມສຸມໃສ່ພັດທະນາຕາມກຳນົດທິດແມ່ນ ຜະລິດກາເຟເປັນຜະລິດຕະພັນພິເສດ, ມີຄຸນນະພາບສູງ. ພິເສດ ນັບແຕ່ເວລາກາເຟ ເຊີນລາ ໄດ້ຮັບຊີ້ບອກທາງພູມສາດ ມາຮອດປັດຈຸບັນ, ທາງສະມາຄົມ ແລະ ບັນດາວິສາຫະກິດ ໄດ້ມານະພະຍາຍາມ ເພື່ອພັດທະນາກາເຟ ຕາມຊີ້ບອກທາງພູມສາດ, ການປຸງແຕ່ງ ແລະ ຜະລິດກາເຟຮັບປະກັນຄຸນນະພາບຄືຄຳໝັ້ນສັນຍາ, ບໍ່ສົ່ງຜົນສະທ້ອນເຖິງສິ່ງແວດລ້ອມ ແລະ ຄຸນນະພາບຜະລິດຕະພັນ...

ກາເຟບໍ່ພຽງແຕ່ນຳມາເຊິ່ງລາຍຮັບເທົ່ານັ້ນ, ຫາກສ້າງການບໍລິການຕ່າງໆຄື ການບໍລິການປຸງແຕ່ງເບື້ອງຕົ້ນ, ປຸງແຕ່ງລົງເລິກ, ການຄ້າ, ການທ່ອງທ່ຽວກະສິກຳ... ສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນອີກດ້ວຍ.

ຈ່ຽງອານ ພວມມຸ່ງໄປເຖິງຮູບແບບ “ເສດຖະກິດກາເຟ” ຕາມລະບົບຄົບວົງຈອນ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແບບຍືນຍົງ. ໜຶ່ງໃນບັນດາຈຸດພົ້ນເດັ່ນຂອງປີ 2025 ແມ່ນການໝູນໃຊ້ເຕັກໂນໂລຢີ ເຂົ້າໃນການປູກຝັງ. ລະບົບຫົດນ້ຳແບບອັດສະລິຍະ, ໃສ່ຝຸ່ນອິນຊີຈຸນລະຊີບ, ເກັບກ່ຽວໂດຍມີການຄັດເລືອກ... ໄດ້ຮັບການຜັນຂະຫຍາຍຢ່າງກວ້າງຂວາງ, ດັ່ງນັ້ນ ຄຸນນະພາບຂອງເມັດກາເຟ Arabica ສະໝ່ຳສະເໜີກວ່າ, ມີທາດນ້ຳຕານສູງກວ່າ, ລົດຊາດເປັນປົກກະຕິກວ່າ.

ຈາກຕົ້ນກາເຟ Arabica ທີ່ປູກຕາມເນີນພູໃນປີນັ້ນ, ປັດຈຸບັນ, ຈ່ຽງອານ ພວມມຸ່ງໄປເຖິງອະນາຄົດດ້ວຍເສດຖະກິດເຕີບໂຕກວ່າ. ເມັດກາເຟ ແມ່ນສັນຍາລັກແຫ່ງການປ່ຽນແປງໃໝ່ຈິນຕະນາການ, ແມ່ນຄວາມໄວ້ເນື້ອເຊື່ອໃຈຕໍ່ເສັ້ນທາງເສດຖະກິດກະສິກຳທີ່ທັນສະໄໝ. ແລະເມື່ອບັນດາຄອບຄົວຊາວກະສິກອນຢູ່ທີ່ນີ້ ສືບຕໍ່ຕິດພັນກັບກາເຟ Arabica, ເລື່ອງລາວ “ສ້າງຄວາມຮັ່ງມີຈາກເນີນ” ຈະເຮັດໃຫ້ບັນດາໄຮ່ກາເຟຈ່ຽງອານມີສີຂຽວອຸ່ມທຸ່ມກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ