ຫ​ວຽດ​ນາມ ມີກຳລັັງບົ່ມຊ້ອນເພື່ອ​ກາຍ​ເປັນຕາ​ໂສ້​ສຳ​ຄັນ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ພະ​ລັງ​ງານ​ທົດ​ແທນ​ທົ່ວ​ໂລກ

(VOVWORLD) - ຫາຍຊາຍທະເລຍາວຢຽດ, ອາກາດເຂດຮ້ອນລົມມໍລະສຸມ, ແຜງລັງສີ ແລະ ຄວາມໄວແຮງລົມສູງແມ່ນຄວາມສາມາດບົ່ມຊ້ອນ, ຄວາມສະດວກໃຫ້ແກ່ຫວຽດນາມ ໃນການພັດທະນາພະລັງງານທົດແທນຄື: ໄຟຟ້າແສງຕາເວັນ, ໄຟຟ້າແຮງລົມ, ພະລັງງານຊີວະມວນ. ດ້ານອື່ນ, ຍ້ອນຕັ້ງຢູ່ໃກ້ກັບສູນຜະລິດພະລັງງານທົດແທນ ແລະ ຕ່ອງໂສ້ການສະໜອງວັດຖຸອຸປະກອນໃຫຍ່ຄື: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ… ດັ່ງນັ້ນ ຫວຽດນາມ ມີໂອກາດກາຍເປັນຕາໂສ້ສຳຄັນໃນຕ່ອງໂສ້ການສະໜອງພະລັງງານທົດແທນທົ່ວໂລກ.



ທ່າອ່ຽງຫັນປ່ຽນການນຳໃຊ້ພະລັງງານຟອກຊິວມາເປັນການນຳໃຊ້ພະລັງງານສະອາດ, ພະລັງງານທົດແທນ ພວມດຳເນີນຢ່າງແຮງໃນທົ່ວໂລກ. ບັນດາພື້ນຖານເສດຖະກິດໃນໂລກ ພວມມານະພະຍາຍາມກຳນົດຄືນໃໝ່ຍຸດທະສາດພັດທະນາໂດຍອີງຕາມບັນດາມາດຖານສີຂຽວ, ສະອາດ, ຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ. ຫວຽດນາມ ພວມຢູ່ໃນວິວັດການຫັນປ່ຽນພະລັງງານຢ່າງແຮງ. ເຖິງວ່າຍັງບໍ່ທັນເປັນເຈົ້າເຕັກໂນໂລຢີຫຼັກຂອງຂະແໜງພະລັງງານທົດແທນ, ແຕ່ ຫວຽດນາມ ກໍ່ບັນລຸໄດ້ບາດກ້າວທຳອິດໃນການເຂົ້າຮ່ວມຕ່ອງໂສ້ການຕິດຕັ້ງ ປະກອບເຄື່ອງອາໄຫຼ່ທີ່ໃຊ້ໃຫ້ແກ່ພະລັງງານທົດແທນຄື: ແຜ່ນແບັດເຕີຣີ ແສງຕາເວັນ, ຫໍກັງຫັນລົມໃບພັດ.

ເພື່ອກາຍເປັນສູນກາງໃນຕ່ອງໂສ້ກາສະໜອງພະລັງງານທົດແທນທົ່ວໂລກ ຫວຽດນາມ ຕ້ອງກຳນົດທິດທາງປະຕິບັດຍຸດທະສາດຍາວນານຄືນເພື່ອຫຼຸດຜ່ອນການປ່ອຍກາກບອນໃນໄລຍະຍາວ, ກາກບອນເປັນກາງໃນປີ 2050 ໃຫ້ເໝາະສົມກັບທ່າອ່ຽງລວມຂອງໂລກ. ໃນສະເພາະໜ້າ, ຫວຽດາມ ຄວນສ້າງຍຸດທະສາດພັດທະນາພະລັງງານແບບຍືນຍົງ, ລວມມີການຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ ແລະ ລົງທຶນຢ່າງແຮງເຂົ້າພະລັງງານທົດແທນ. ລັດຖະບານມີນະໂຍບາຍສົ່ງເສີມການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ ແລະ ພັດທະນາຜະລິດຕະພັນ “Make in Vietnam” ໃຫ້ແກ່ຂະແໜງພະລັງງານທົດແທນ. ພ້ອມກັນນັ້ນ ກໍ່ເພີ່ມທະວີການຮ່ວມມືສາກົນໃນຂົງເຂດພະລັງງານ, ເປັນຕົ້ນແມ່ນພະລັງງານທົດແທນ, ແບ່ງປັນບົດຮຽນປະສົບການ ແລະ ເຕັກໂນໂລຢີກັບບັນດາປະເທດທີ່ກ້າວໜ້າ. ທ່ານ ເຈິ່ນວັນຢາງ, ຫົວໜ້າຄະນະພະລັງງານໄຟຟ້າ, ກຸ່ມບໍລິສັດອຸດສາຫະກຳ ຖ່ານຫີນ - ບໍ່ແຮ່ ຫວຽດນາມ ໃຫ້ຮູ້ວ່າ:

ການພັດທະນາບັນດາແຫຼ່ງໄຟຟ້າທີ່ມີຢູ່ແລ້ວ ແລະ ທົດແທນຢ່າງຄົບຊຸດ, ຂຸດຄົ້ນ ຄວາມສາມາດບົ່ມຊ້ອນໄຟຟ້າແຮງລົມຢູ່ນອກຝັ່ງ, ໄຟຟ້າແສງຕາເວັນ, ເຂື່ອນໄຟຟ້າຂະໜາດນ້ອຍ, ຊີວະມວນ, ໄຟຟ້າຂີ້ເຫຍື້ອຢ່າງມີປະສິດທິຜົນ…ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແມ່ນໜ້າທີ່ຍຸດທະສາດ, ຍາວນານ ແລະ ຮອບດ້ານ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານພະລັງງານໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ, ຮັບປະກັນຄວາມສາມາດກຽມເພື່ອ ແລະ ເປັນເຈົ້າການແຫຼ່ງສະໜອງ.

ໄປຄຽງຄູ່ກັນນັ້ນ, ວິສາຫະກິດ ຫວຽດນາມ ຕ້ອງການໄດ້ຮັບໜູນຊ່ວຍກ່ຽວກັບເຕັກໂນໂລຢີ, ການເງິນ ແລະ ການຮ່ວມມືສາກົນ ເພື່ອເຂົ້າຮ່ວມລະບົບມູນຄ່າຢ່າງເລິກເຊິ່ງກວ່າ. ໃນນັ້ນ, ນະໂຍບາຍການເງິນໄດ້ຮັບຖືວ່າແມ່ນເຄື່ອງມືຍຸດທະສາດເພື່ອໃຫ້ ຫວຽດນາມ ຊຸກຍູ້ວິວັດການຫັນປ່ຽນພະລັງງານ. ທ່ານ ຮສ.ປອ ໂງຈີລອງ ອະດີດຫົວໜ້າສະຖາບັນຄົ້ນຄ້ວາຕະຫຼາດ ລາຄາ (ກະຊວງການເງິນ ຫວຽດນາມ) ໃຫ້ຮູ້ວ່າ:

ຫວຽດນາມ ຈຳເປັນຕ້ອງສ້າງກອງທຶນຫັນປ່ຽນພະລັງງານແຫ່ງຊາດ. ເຫດຜົນແມ່ນ, ກອງທຶນນີ້ອາດສາມາດໜູນຊ່ວຍວິສາຫະກິດລົງທຶນເຂົ້າຂົງເຂດພະລັງງານສະອາດ, ສ້າງເງື່ອນໄຂສະໜອງທຶນໃຫ້ແກ່ການເຄື່ອນໄຫວຂອງວິສາຫະກິດພະລັງງານ. ທີສອງແມ່ນ ສ້າງກົນໄກສິນເຊື່ອສີຂຽວ ໃຫ້ແກ່ບັນດາທະນາຄານການຄ້າ ຍ້ອນວ່າປັດຈຸບັນ ຍັງບໍ່ທັນມີກົນໄກສິນເຊື່ອສີຂຽວຢ່າງຈະແຈ້ງ. ຖ້າມີກົນໄກສິນເຊື່ອສີຂຽວຢ່າງມີປະສິດທິຜົນ ຈະສ້າງເງື່ອນໄຂ, ຍົກສູງຄວາມສາມາດແກ້ງແຍ້ງໃຫ້ບັນດາວິສາຫະກິດ.

ຫ​ວຽດ​ນາມ ມີກຳລັັງບົ່ມຊ້ອນເພື່ອ​ກາຍ​ເປັນຕາ​ໂສ້​ສຳ​ຄັນ​ໃນ​ຕ່ອງ​ໂສ້​ການ​ສະ​ໜອງ​ພະ​ລັງ​ງານ​ທົດ​ແທນ​ທົ່ວ​ໂລກ - ảnh 1ຫວຽດນາມມີເນື້ອທີ່ຕິດຕັ້ງລະບົບໄຟຟ້າແສງຕາເວັນໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ (ພາບ: TTXVN)

ການບຳລຸງກໍ່ສ້າງຖັນແຖວນັກວິສະວະກອນ, ນັກຊ່ຽວຊານດ້ານເຕັກນິກທີ່ມີຄຸນນະພາບສູງໃຫ້ແກ່ຂະແໜງພະລັງງານ ພວມແມ່ນຄວາມຮຽກຮ້ອງຕ້ອງການຢ່າງຮີບດ່ວນ. ທ່ານ ປອ ຫງວຽນມິງດາດ, ຫົວໜ້າພະແນກຄຸ້ມຄອງເຕັກໂນໂລຢີ ແລະ ພະລັງງານ, ມະຫາວິທະຍາໄລ ໄຟຟ້າ ໃຫ້ຮູ້ວ່າ:

ຊັບພະຍາກອນມະນຸດສວມບົດບາດສຳຄັນໃນຈ່ອງໂສ້ການສະໜອງພະລັງງານ. ຄາດວ່າ, ໃນໄລຍະຈະມາເຖິງຢູ່ ຫວຽດນາມ ຈະຕ້ອງການຊັບພະກອນມະນຸດ ໃນຂົງເຂດນີ້ ນັບໝື່ນຄົນ, ນັບແຕ່ກຳມະກອນ, ນັກເຕັກນິກ ຈົນຮອດນັກວິສະວະກອນອອກແບບ, ນັກວິສະວະກອນເຄື່ອນໄຫວໝູນໃຊ້, ນັກວິສະວະກອນບຳລຸງຮັກສາ. ດັ່ງນັ້ນ, ຕ້ອງນຳບັນດາໂຄງການບຳລຸງກໍ່ສ້າງຂອງບັນດາມະຫາວິທະຍາໄລ, ສະຖາບັນ ກັບບັນດາວຽກງານລະອຽດ ໃນບັນດາວິສາຫະກິດຂະແໜງພະລັງງານ.

ໃນສະພາບການຫັນປ່ຽນພະລັງງານພວມດຳເນີນຢ່າງແຮງໃນທົ່ວໂລກ, ການຍົກສູງຄວາມສາມາດແກ້ງແຍ້ງ ແລະ ຖານະບົດບາດຂອງວິສາຫະກິດ ຫວຽດນາມ ໃນຕ່ອງໂສ້ການສະໜອງພະລັງານທົດແທນແມ່ນໂອກາດນຳ ຫວຽດນາມ ບຸກທະລຸ, ເຊື່ອມໂຍງເຂົ້າກັບໂລກຢ່າງເລິກເຊິ່ງກວ້າງຂວາງ. ເມື່ອວິສາຫະກິດ ຫວຽດນາມ ມີຄວາມສາມາດຢ່າງພຽງພໍເພື່ອເຂົ້າຮ່ວມນັບແຕ່ຂັ້ນຕອນອອກແບບ, ປະດິດແຕ່ງ, ເຄື່ອນໄຫວ ຈົນຮອດການສົ່ງອອກມາດຕະການພະລັງງານນັ້ນ, ຈຶ່ງອາດສາມາດຢັ້ງຢືນບົດບາດຂອງ ຫວຽດນາມ ຄືຕາໂສ້ສຳຄັນ ທີ່ຂາດບໍ່ໄດ້ໃນຕ່ອງໂສ້ການສະໜອງພະລັງງານທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ