(VOVWORLD) - ເຊີນລາແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການພັດທະນາຜະລິດຕະພັນໂຄງການ “ໜຶ່ງຕາແສງໜຶ່ງຜະລິດຕະພັນ” (OCOP). ທ້ອງຖິ່ນຖືວ່ານີ້ແມ່ນວິທີການຈຸດສຸມຊຸກຍູ້ເສດຖະກິດເຂດຊົນນະບົດຕາມທິດເສີມຂະຫຍາຍກຳລັງແຮງພາຍໃນ, ເພີ່ມມູນຄ່າຜະລິດຕະພັນ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ດ້ວຍຈຸດພິເສດແມ່ນເຂດພູດອຍທາງພາກເໜືອມີເງື່ອນໄຂສະດວກຫຼາຍຢ່າງກ່ຽວກັບດິນຟ້າອາກາດ, ທີ່ດິນ, ເຊີນລາໄດ້ກາຍເປັນເຂດຜະລິດກະສິກຳສິນຄ້າຈຸດສຸມ, ພົ້ນເດັ່ນແມ່ນຕົ້ນໄມ້ກິນໝາກ, ຊາ, ຢາສະໝູນໄພ. ທາງແຂວງໄດ້ພັດທະນາໂຄງການ OCOP ຢ່າງຄົບຊຸດ, ຮອບດ້ານ, ສ້າງການຫັນປ່ຽນສຳຄັນໃນການສ້າງໂຄງປະກອບການຜະລິດກະສິກຳ, ນຳຜະລິດຕະພັນກະເສດຂອງແຂວງ ເຊີນລາ ຢັ້ງຢືນເຄື່ອງໝາຍການຄ້າໃນຕະຫຼາດທັງຢູ່ພາຍໃນປະເທດ ແລະ ສາກົນເທື່ອລະກ້າວ.
ຜະລິດຕະພັນກະເສດເຊີນລາ ມີຄວາມອຸດົມສົມບູນ (ພາບ: VOV) |
ມາຮອດປັດຈຸບັນ, ທາງແຂວງເຊີນລາມີຜະລິດຕະພັນກະເສດທີ່ມີຄວາມສາມາດບົ່ມຊ້ອນກວ່າ 200 ປະເພດຂຶ້ນກັບ 5 ໝວດຫຼັກ: ສະບຽງອາຫານ, ເຄື່ອງດື່ມ, ຢາສະໝູນໄພ, ເຄື່ອງທີ່ລະນຶກ, ການບໍລິການ ແລະການທ່ອງທ່ຽວເຂດຊົນນະບົດ. ໃນນັ້ນມີຫຼາຍຜະລິດຕະພັນໄດ້ຢັ້ງຢືນແມ່ນ OCOP. ນີ້ແມ່ນບັນດາຜະລິດຕະພັນທີ່ມີລັກສະນະເຂດພາກ, ສະແດງໃຫ້ເຫັນສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າເຂດໄຕບັກ ແລະ ມີມູນຄ່າເສດຖະກິດ, ການຄ້າສູງ, ພົ້ນເດັ່ນຄື: ກາເຟພົ້ງ, ເປືອກກາເຟ, ຊາດ ແຊງໄມ, ຊາຫອມ ພິເສດ…
ໂຄງການ OCOP ໄດ້ສ້າງໄມ້ງັດໃຫ້ແກ່ເສດຖະກິດຊົນນະບົດ ເຊີນລາ ພັດທະນາເພື່ອປະກອບສ່ວນຍົກສູງລາຍຮັບ, ປັບປຸງການດຳລົງຊີວິດໃຫ້ແກ່ປະຊາຊົນ, ພິເສດແມ່ນເຂດຫ່າງໄກສອກຫຼີກ. ມີຫຼາຍສະຫະກອນ, ວິສາຫະກິດ ແລະ ຄອບຄົວຜະລິດໄດ້ປ່ຽນແປງຈິນຕະນາການເຮັດກະສິກຳ, ຈາກການຜະລິດເລັກໆນ້ອຍໆມາເປັນຮູບແບບເຊື່ອມຕໍ່, ຫັນເປັນມືອາຊີບທຸກຂັ້ນຕອນນັບແຕ່ການຜະລິດ, ປຸງແຕ່ງຈົນຮອດການຫຸ້ມຫໍ່ ແລະ ບໍລິໂພກຜະລິດຕະພັນ. ຈິນຕະນາການຜະລິດຕິດພັນກັບຕະຫຼາດ, ຖືຄຸນນະພາບເປັນຫຼັກ ພວມຄ່ອຍໆແຜ່ລາມໃນວົງຄະນະຍາດຊາວກະສິກອນ, ສ້າງຄວາມຍືນຍົງໃຫ້ແກ່ທົ່ວລະບົບນິເວດ OCOP ຂອງແຂວງ, ທ່ານມາຍດຶກທິ້ງ, ຜູ້ອຳນວຍການສະຫະກອນ ການບໍລິການພັດທະນາກະສິກຳ 19 ພຶດສະພາ ຖືວ່າ:
ສະຫະກອນ ແລະ ຊາວກະສິກອນ ມີການສົມທົບກັນໃນການຜະລິດກະສິກຳ. ຈາກນັ້ນ, ຜະລິດບັນດາຜະລິດຕະພັນທີ່ປອດໄພໃຫ້ແກ່ສຸຂະພາບ, ມີຄຸນນະພາບດີ. ສິ່ງນີ້ຊ່ວຍພາບພົດ ແລະ ເຄື່ອງໝາຍຂອງຜະລິດຕະພັນກະເສດ, ຜະລິດຕະພັນປຸງແຕ່ງຈາກສະຫະກອນ ມີເຄື່ອງໝາຍໃນຕະຫຼາດ.
ມາຮອດປັດຈຸບັນ, ໂຄງການ OCOP ຢູ່ເຊີນລາ ບໍ່ພຽງແຕ່ຊ່ວຍເຕີບໂຕກ່ຽວກັບຈຳນວນຜະລິດຕະພັນເທົ່ານັ້ນ ຫາກຍັງປ່ຽນແປງ ຄຸນນະພາບ ແລະ ຈິນຕະນາການໃນການຜະລິດໂດຍພື້ນຖານຂອງປະຊາຊົນອີກດ້ວຍ. ມີຜະລິດຕະພັນ OCOP ຫຼາຍປະເພດພາຍຫຼັງໄດ້ຢັ້ງຢຶນ ໄດ້ເພີ່ມລາຍຮັບຂຶ້ນທົບ 2 – 3 ເທົ່າເມື່ອທຽບໃສ່ກັບເມື່ອກ່ອນ, ກາຍເປັນແຫຼ່ງລາຍຮັບທີ່ເປັນປົກກະຕິໃຫ້ແກ່ແຮງງານຊົນນະບົດນັບພັນຄົນ. ໂຄງການກໍ່ປະກອບສ່ວນສຳຄັນເຂົ້າໃນການປະຕິບັດເປົ້າໝາຍສ້າງຊົນນະບົດໃໝ່, ຍົກສູງຄຸນນະພາບການດຳລົງຊີວິດ ແລະ ປຸກລຸກຄວາມໄວ້ເນື້ອເຊື່ອໃຈຕໍ່ການພັດທະນາເສດຖະກິດຢູ່ທ້ອງຖິ່ນ.
ເພື່ອບັນລຸໄດ້ໝາກຜົນນີ້, ທາງແຂວງເຊີນລາໄດ້ເອົາໃຈໃສ່ເປັນພິເສດເຖິງການບຳລຸງສ້າງ, ຝືກອົບຮົບ, ຍົກສູງຄວາມສາມາດໃຫ້ແກ່ເຈົ້າຂອງເຂົ້າຮ່ວມ OCOP. ບັນດາໂຄງການຍົກສູງຄວາມສາມາດໃນການຄຸ້ມຄອງ, ທັກສະດຳເນີນທຸລະກິດ, ການແນະນຳວິວັດການປະຕິບັດສຳເລັດຂັ້ນຕອນ, ການກໍ່ສ້າງເຄື່ອງໝາຍການຄ້າ, ອອກແບແບກາໝາຍ, ຄົ້ນຫາຕົ້ນກຳເນີດ… ໄດ້ຈັດຂຶ້ນເປັນປະຈຳ.
ເຊີນລາແມ່ນໜຶ່ງໃນບັນດາທ້ອງຖິ່ນນຳໜ້າໃນການພັດທະນາຜະລິດຕະພັນໂຄງການ ໜຶ່ງຕາແສງ ໜຶ່ງຜະລິດຕະພັນ (ພາບ: VOV5) |
ທາງແຂວງໄດ້ໜູນຊ່ວຍບັນດາຮາກຖານ OCOP ໃນການ ປັບປຸງເຄື່ອງຈັກ, ວັດຖຸອຸປະກອນ, ຍົກສູງໂຮງຈັກໂຮງງານ, ປະຕິບັດບັນດາມາດຖານຄວາມປອດໄພທາງດ້ານສະບຽງອາຫານ, ປະກາດຄຸນນະພາບຜະລິດຕະພັນ, ຕິດກາໝາຍ, ລະຫັດ, ຈາກນັ້ນຍົກສູງຄວາມສາມາດໃນການແກ້ງແຍ້ງຢູ່ຕະຫຼາດ. ທ່ານຫງວຽນວັນຕວນ, ຜູ້ອຳນວຍການບໍລິສັດ ຢາບາວຈຳກັດ 26 ແບ່ງປັນວ່າ:
ພາຍຫຼັງເຂົ້າຮ່ວມ, ຂ້າພະເຈົ້າໄດ້ໃຫ້ຄຳປຶກສາກ່ຽວກັບວິທີການຜະລິດ ແລະ ເຮັດຜະລິດຕະພັນຫຸ້ມຫໍ່ທີ່ເປັນມືອາຊີບ, ຊ່ວຍຜະລິດຕະພັນສຳຜັດກັບຜູ້ຄົນຫຼາຍກ່ວາອີກ.
ທາງແຂວງເຊີນລາກໍ່ຜັນຂະຫຍາຍຫຼາຍວິທີການສົ່ງເສີມການຄ້າຄືສ້າງລະບົບຮ້ານຄ້າ, ສະຖານທີ່ແນະນຳຜະລິດຕະພັນ OCOP ຢູ່ບັນດາທ້ອງຖິ່ນໃນແຂວງ, ພ້ອມທັງ, ທາງແຂວງກໍ່ຈັດບັນດາງານຕະຫຼາດນັດ, ງານວາງສະແດງຢູ່ບັນດາຕະຫຼາດໃຫຍ່ຄື: ຮ່າໂນ້ຍ, ດ່ານັ້ງ, ນະຄອນໂຮ່ຈີມິນ…ເພື່ອເພີ່ມທະວີການໂຄສະນາພາບພົດຜະລິດຕະພັນເຊີນລາ ອອກສູ່ຜູ້ບໍລິໂພກໃນທົ່ວປະເທດ. ທ່ານນາງ ດິ່ນທິຮວຽນຈາງ, ເລຂາຄະນະພັກແຂວງເຊີນລາ ຖືວ່າ:
ການໝູນໃຊ້ການຫັນເປັນດີຈີຕອນເຂົ້າໃນການໂຄສະນາ, ແນະນຳຜະລິດຕະພັນໃນບັນດາພື້ນຖານດີຈີຕອນນຳມາເຊິ່ງປະສິດທິຜົນທີ່ຕັ້ງໜ້າທີ່ສຸດ. ຜ່ານບັນດາກອງປະຊຸມຝືກອົບຮົມກໍ່ຄືບັນດາເວທີປາໄສຍົກສູງທັກສະການຂາຍເຄື່ອງໃຫ້ແກ່ປະຊາຊົນ, ພວກຂ້າພະເຈົ້າປາດຖະໜາຢາກກຳນົດທິດຈິນຕະນາການ, ຄວາມຮັບຮູ້ຂອງປະຊາຊົນທີ່ກ່ຽວຂ້ອງເຖິງການໝູນໃຊ້ການຫັນເປັນດີຈີຕອນໃນການແນະນຳ, ໂຄສະນາຜະລິດຕະພັນກະເສດຂອງທ້ອງຖິ່ນ.
ເພື່ອພັດທະນາແບບຍືນຍົງໂຄງການ OCOP, ທາງແຂວງເຊີນລາ ໄດ້ເອົາໃຈໃສ່ເປັນພິເສດເຖິງການວາງແຜນກຳນົດເຂດວັດຖຸດິບບັນລຸມາດຖານ, ຮັບປະກັນປະລິມານ, ຄຸນນະພາບເປັນປົກກະຕິ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສົ່ງອອກ. ບັນດາທ້ອງຖິ່ນໄດ້ຮັບໜ້າທີ່ຄວບຄຸມຢ່າງແໜ້ນແຟ້ນນັບແຕ່ຂັ້ນຕອນເລືອກກ້າເບ້ຍ, ປຸ໋ຍ, ວິວັດການຜະລິດຈົນຮອດທັກສະໃນການປຸກຝັງ, ລ້ວນແຕ່ມຸ່ງໄປເຖິງມາດຖານຄື VietGAP, ອົງຄະທາດຫຼືຄ້າຍຄືກັນ. ພ້ອມທັງຮູບແບບເຊື່ອມຕໍ່ສາມ ແຫ່ງ ລວມມີ: “ວິສາຫະກິດ - ຊາວກະສິກອນ - ຜູ້ຈຳໜ່າຍ” ສືບຕໍ່ໄດ້ຮັບການຊຸກຍູ້ສ້າງລະບົບມູນຄ່າຄົບວົງຈອນ, ຈາກນັ້ນຍົກສູງປະສິດທິຜົນຜ່ານການຜະລິດ, ເພີ່ມຄຸນຄ່າຜະລິດຕະພັນ ແລະ ຮັບປະກັນສົ້ນອອກແບບຍືນຍົງ.
ທາງແຂວງເຊີນລາ ສືບຕໍ່ກຳນົດ ໂຄງການ OCOP ແມ່ນໜ້າທີ່ຈຸດສຸມໃນການສ້າງຊົນນະບົດໃໝ່ໄລຍະ 2021 – 2025. ທາງແຂວງມຸ່ງໄປເຖິງການສ້າງບັນດາຜະລິດຕະພັນ OCOP ທີ່ມີຄຸນນະພາບສູງ, ຕອບສະໜອງມາດຖານສາກົນ, ຕິດພັນກັບການພັດທະນາການທ່ອງທ່ຽວ. OCOP ບໍ່ພຽງແຕ່ແມ່ນກຳລັງໜູນພັດທະນາເສດຖະກິດເທົ່ານັ້ນຫາກຍັງແມ່ນເສັ້ນທາງເພື່ອໃຫ້ປະຊາຊົນເຂດພູສູງ ເຊີນລາ ມີຄວາມໝັ້ນໃຈສ້າງຄວາມຮັ່ງມີຢູ່ບ້ານເກີດເມືອງນອນຂອງຕົນ.