|
(ພາບອີນເຕີແນັດ) |
ເສັ້ນລ້ອນແມ່ນເຍື່ອງອາຫານທີ່ມີຄວາມຊິນເຄີຍສຳລັບຊາວ ຫວຽດນາມ, ພິເສດອາຫານເຍື່ອງນີ້ແມ່ນຂາດບໍ່ໄດ້ໃນພາເຂົ້າບູຊາໃນໂອກາດບຸນເຕັດ ແລະ ໃນຊຸມວັນສຳຄັນອື່ນໆຂອງບັນດາຄອບຄົວຊາວ ຫວຽດນາມ. ເສັ້ນລ້ອນໄດ້ສ້າງເປັນຄວາມງາມໃນວັດທະນະທຳອາຫານການກິນຂອງຊາວ ຫວຽດນາມ.
ອາຊີບຜະລິດເສັ້ນລ້ອນມີມາກ່ອນນີ້ນັບຮ້ອຍປີ. ເສັ້ນລ້ອນ ກຶດ່າ ມີຈຸດພິເສດສະເພາະສາມາດຈຳແນກໄດ້ງ່າຍ, ນັ້ນແມ່ນມີສີເຫຼືອງເຫຼື້ອມ, ຫຼືຂາວລຽບ. ເສັ້ນນ້ອຍ, ສະເໝີກັນ, ເມື່ອເຫັນຈະຮູ້ເລີຍວ່ານີ້ແມ່ນເສັ້ນລ້ອນທີ່ຜະລິດຢູ່ ກຶດ່າ, ຫາກບໍ່ແມ່ນຢູ່ບ່ອນອື່ນ. ທ່ານ ຫວູວັນເທິນ, ແມ່ນຜູ້ທີ່ເຮັດອາຊີບຜະລິດເສັ້ນລ້ອນຢູ່ ກຶດ່າ ມາເປັນເວລາຫຼາຍປີ, ໃຫ້ຮູ້ວ່າ:
“ເສັ້ນລ້ອນຂອງໝູ່ບ້ານ ກຶດ່າ ຖືກຜະລິດດ້ວຍແປ້ງສະຄູ. ຢາກໃຫ້ເສັ້ນລ້ອນແຊບແມ່ນຕ້ອງເລືອກເອົາແປ້ງທີ່ດີ. ແປ້ງດີແມ່ນແປ້ງສະຄູ 100%, ແລະ ຖືກຕາກແຫ້ງແລ້ວ. ສະຄູຖືກຊື້ມາຈາກບັນດາເຂດຄື: ບັກກ້ານ, ລາຍເຈົາ, ເຊີນລາ, ໂມກເຈົາ… ຍ້ອນຢູ່ເຂດເຫຼົ່ານັ້ນມີໂນນພູຫຼາຍແຫ່ງສາມາດປູກສະຄູໄດ້. ສ່ວນສີຂອງເສັ້ນລ້ອນແມ່ນອີງໃສ່ຄວາມຕ້ອງການຂອງຕະຫຼາດ. ຖ້າລູກຄ້າບໍ່ມັກສີ ບໍ່ຕ້ອງໃສ່ສີ, ຫາກ ມັກສີ, ຈະເອົານຳ້ຕານໄໝ້ໃສ່ຕື່ມເພື່ອໃຫ້ເສັ້ນລ້ອນມີສີເຫຼືອງແກ່“.
ເພື່ອໃຫ້ເສັ້ນລ້ອນແຊບ, ໃນແຕ່ລະຂັ້ນຕອນຜູ້ຜະລິດເສັ້ນລ້ອນຕ້ອງເຮັດຢ່າງລະອຽດລະອໍທີ່ສຸດ. ແປ້ງສະຄູຖືກແຊ່ນຳ້ ແລະ ຕອງເອົາແຕ່ແປ້ງ. ແປ້ງສ່ວນໜຶ່ງແຊ່ກັບນຳ້ຟົດເອີ້ນວ່າແປ້ງສຸກ. ແລ້ວເອົາແປ້ງສຸກມາປົນກັບແປ້ງທີ່ໄດ້ຕອງແລ້ວ, ດ້ວຍອັດຕາ 1/10. ຕໍ່ຈາກນັ້ນຈະເຮັດເປັນແຜ່ນ, ໜຶ້ງໃຫ້ສຸກແລ້ວນຳໄປຕາກແດດ. ເມື່ອເກືອບແຫ້ງແລ້ວຈະໃຊ້ຈັກຊອຍເປັນເສັ້ນນ້ອຍໆ ແລະ ຍາວ ແລ້ວສືບຕໍ່ນຳໄປຕາກແດດຈົນແຫ້ງຈຶ່ງເປັນເສັ້ນລ້ອນສຳເລັດຮູບ. ການຕາກເສັ້ນລ້ອນແມ່ນຂຶ້ນກັບດິນຟ້າອາກາດ. ຖ້າມີແສງແດດພຽງແຕ່ຕາກໃນມື້ໜຶ່ງກໍ່ພໍດີແລ້ວ. ເອື້ອຍ ດິງແທງຕູ໋, ຊາວ ຮ່າໂນຍ ທີໄປຊື້ເສັ້ນລ້ອນຢູ່ຕະຫຼາດ ກຶດ່າ, ໃຫ້ຮູ້ວ່າ:
“ເສັ້ນລ້ອນແມ່ນໜຶ່ງໃນບັນດາຜະລິດຕະພັນພິເສດຂອງໝູ່ບ້ານ ກຶດ່າ. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຕ້ອງຜ່ານໄລຍະທາງໄກສົມຄວນຈາກ ຮ່າດົງໄປ ກຶດ່າ ເພື່ອຊື້ເສັ້ນລ້ອນ. ເສັ້ນລ້ອນ ກຶດ່າ ແຊບ, ກອບ,ໜຽວນຸ້ນ, ເມື່ອກິນແລ້ວແມ່ນລືມບໍ່ໄດ້. ແຕ່ລະປີຂ້າພະເຈົ້າໄປ ກຶດ່າ ສອງ, ສາມເທື່ອເພື່ອຊື້ເສັ້ນລ້ອນ ທັງໃຫ້ຄອບຄົວ, ທັງເປັນຂອງຂວັນເພື່ອມອບໃຫ້ຍາດຕິພີ່ນ້ອງ.“
ຜະລິດເສັ້ນລ້ອນຕະຫຼອດປີ. ແຕ່ລະມື້, ໝູ່ບ້ານ ກຶດ່າ ຈຳໜ່າຍເສັ້ນລ້ອນໄດ້ປະມານ 15 ໂຕນ. ຈຳນວນລູກຄ້າສັ່ງຊື້ນັບມື້ນັບເພີ່ມຂຶ້ນ. ມີລູກຄ້າຫຼາຍຄົນຕ້ອງສັ່ງຊື້ກ່ອນຫຼາຍວັນຈຶ່ງສາມາດເອົາເສັ້ນລ້ອນໄດ້. ແຕ່ລະປີເມື່ອຮອດລະດູແຕ່ງງານ, ພິທີງານບຸນ ຫຼືບຸນປີໃໝ່ປະຈຳຊາດ. ທັງໝູ່ບ້ານ ກຶດ່າ ກໍ່ມີຄວາມຟົດຟື້ນຍິ່ງຂຶ້ນ, ເພາະວ່າທຸກໆຄອບຄົວລ້ວນແຕ່ຜະລິດເສັ້ນລ້ອນ, ແລະ ຜູ້ໄປມາຊື້ຂາຍກໍ່ຄຶກໂຄມໜາແໜ້ນ. ໃນໂອກາດນີ້, ແຕ່ລະວັນໝູ່ບ້ານ ກຶດ່າ ຜະລິດເສັ້ນລ້ອນໄດ້ແຕ່ 20 – 25 ໂຕນ. ທ່ານ ຫວູວັນເທຶນ, ຄອບຄົວມີມູນເຊື້ອຜະລິດເສັ້ນລ້ອນ, ເລົ່າສູ່ຟັງວ່າ:
“ກ່ອນນີ້ເສັ້ນລ້ອນໄດ້ຮັບການຜະລິດແບບຫັດຖະກຳ, ເຮັດດ້ວຍມືໝໍ້ປາກກວ້າງ ຫຼື ໝໍ້ຂາງ, ແຕ່ລະວັນຜະລິດເສັ້ນລ້ອນໄດ້ກວ່າ 100 kg ເທົ່ານັ້ນ. ຕໍ່ມາເຮັດດ້ວຍເຄື່ອງຈັກ. ຄອບຄົວໃດກໍ່ຜະລິດດ້ວຍເຄື່ອງຈັກ. ສະເພາະຄອບຄົວຂ້າພະເຈົ້າສາມາດຜະລິດເສັ້ນລ້ອນໄດ້ແຕ່ 1,5 – 2ໂຕນ/ວັນ. ຕະຫຼາດຈຳໜ່າຍສ່ວນຫຼາຍແມ່ນຢູ່ ຮ່າໂນ້ຍ ແລະ ບັນດາແຂວງທັງຢູ່ພາກເໜືອ ແລະ ພາກໃຕ້, ເຂດພູດອຍ, ນັບທັງສົ່ງອອກຕ່າງປະເທດອີກ. ເສັ້ນລ້ອນ ກຶດ່າ ເມື່ອຜະລິດສຳເລັດແລ້ວ, ສ່ວນຫຼາຍແມ່ນຖືກສົ່ງໄປຂາຍຢູ່ບັນດາຕົວແທນຈຳໜ່າຍ, ຜະລິດໄດ້ເທົ່າໃດ ແມ່ນຂາຍໄດ້ໝົດເທົ່ານັ້ນງ“.
ມາ ກຶດ່າ ໃນຊຸມວັນມີແສງແດດ, ເມື່ອເຫັນບັນດາເສັ້ນລ້ອນເຫຼື້ອງເຫຼື້ອມ, ຂາວລຽບທີ່ພວມຕາກຢູ່ທຸກແຫ່ງໃນໝູ່ບ້ານ, ເຂົາເຈົ້າຮູ້ສຶກຄືວ່າພວມຢູ່ໃນໝູ່ບ້ານຜະລິດແພໄໝ. ບັນດາແຜ່ນແພດ້ວຍເສັ້ນລ້ອນທີ່ຕາກໃຕ້ແສງແດດຕາມແຕ່ລະຮ່ອມບ້ານ, ສ້າງເປັນຮູບພາບທີ່ສວຍງາມ, ອັນໄດ້ດຶງດູດ ນັກທ່ອງທ່ຽວ ແລະ ນັກຖ່າຍຮູບມາແຫ່ງນີ້ນັບມື້ນັບຫຼາຍ.
ໝູ່ບ້ານ ກຶດ່າ ມີມູນເຊື້ອຜະລິດເສັ້ນລ້ອນມາແຕ່ດົນນານແລ້ວ. ບັນດາລຸ້ນລູກລຸ້ນຫຼານພວມສືບທອດ ແລະ ເສີມຂະຫຍາຍທຸກສິ່ງທຸກຢ່າງທີ່ລຸ້ນກ່ອນໄດ້ປະໄວ້. ແລະ ມາຮອດປະຈຸບັນ, ເສັ້ນລ້ອນ ກຶດ່າ ໄດ້ກາຍເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ. ເສັ້ນລ້ອນນັບຮ້ອຍໂຕນທີ່ຈຳໜ່າຍໃນແຕ່ລະປີ ໄດ້ສ້າງລາຍຮັບເປັນປົກກະຕິໃຫ້ແກ່ປະຊາຊົນໃນໝູ່ບ້ານ. ມີຫຼາຍຄອບຄົວໄດ້ກາຍເປັນຄອບຄົວຮັ່ງມີຍ້ອນອາຊີບນີ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ

