ສອງ​ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ມີ​ຈຸດ​ສຸມ​ໃນ​ບັນ​ດາ​ຂົງ​ເຂດ, ລວມ​ມີ: ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູງ; ສືບ​ຕໍ່​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ກົນ​ໄກ​ປຶກ​ສາ​ຫາ​ລື, ສົນ​ທະ​ນາ, ໂດຍ​ສະ​ເພາະ​ແມ່ນ​ສົນ​ທະ​ນາ​ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ, ວາງ​ອອກ​ກຳ​ນົດ​ທິດ​ທາງ​ການ​ຮ່ວມ​ມື​ຈຸດ​ສຸມ​ລະ​ຫວ່າງ​ສອງ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ​ຢ່າງ​ທັນ​ການ; ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ກົນ​ໄກ, ຮູບ​ແບບ​ຮ່ວມ​ມື​ຄື: ການ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ, ​ການພົບ​ປະ​ແລກ​ປ່ຽນ​ແມ່​ຍິງກອງ​ທັບ, ການ​ແຮກ​ສ່ຽວ​ທະ​ຫານ - ປະ​ຊາ​ຊົນ, ກອງ​ປະ​ຊຸມ​ປະ​ຈຳ​ປີ​ລະ​ຫວ່າງ​ບັນ​ດາ​ເຂດ​ທະ​ຫານ, ເຫຼົ່າ​ທັບ ແລະ ກຳ​ລັງ​ປົກ​ປັກ​ຮັກ​ສາ​ຊາຍ​ແດນ​ສອງ​ປະ​ເທດ. ສອງ​ຝ່າຍ​ກໍ​ຕົກ​ລົງ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້, ເຮັດ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​, ກໍ​ຄື​ລະ​ຫວ່າງກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ ມີ​ຄວາມ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ ໃນ​ສະ​ພາບ​ການ​ໂລກ, ພາກ​ພື້ນ​ສືບ​ຕໍ່​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ແລະ ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່ນັບ​ມື້​ນັບ​ມີ​ການ​ຜັນ​ແປ​ຍາກ​ທີ່​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້.