ວັນ​ທີ 01 ເມ​ສາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ໃນ​ການ​ຖະ​ແຫຼງ​ນະ​ໂຍ​ບາຍ​ປະ​ຈຳ​ປີ​ຄັ້ງ​ທຳ​ອິດ​ໃນ​ຊ່ອງ​ໂທ​ລະ​ພາບ ອາ​ເມ​ລິ​ກາ ນັບ​ແຕ່​ເມື່ອ​ການ​ປະ​ທະ​ກັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ອິດ​ສະ​ຣາ​ແອັນ ກັບ ອີ​ຣານ ເກີດ​ຂຶ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ຖະ​ແຫຼງວ່າ ທ່ານ​ພວມ​ຄິດ​ເຖິງ​ເລື່ອງ​ຖອນ​ ອ​າ​ເມ​​ລິ​ກາ ອອກ​ຈາກ NATO ຢ່າງ​ຈິງ​ຈັງ, ​ເຊິ່ງ​ແມ່ນສຳ​ພັນ​ທະ​ມິດ​ການ​ທະ​ຫານ​ທີ່​ໄດ້​ກໍ່​ຕັ້ງ​ເມື່ອ​ປີ 1949 ເຊິ່ງ​ ອາ​ເມ​ລິ​ກາ ສວມ​ບົດ​ບາດ​ນຳ​ພາ​​ແມ່ນ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້.

ຈາກ​ຄວາມ​ຜິດ​ຫວັງ​ເຖິງ​ຄວາມ​ໂມ​ໂຫ

ບັນ​ດາ​ໄພ​ນາບ​ຂູ່​ກ່ຽວ​ກັບ​ການ​ຖອນ ອາ​ເມ​ລິ​ກາ ອອກ​ຈາກ NATO ພວມ​ຄ່ອຍໆ​ເພີ່ມ​ຂຶ້ນ, ນັບ​ທັງ​ກ່ຽວ​ກັບ​​ຄວາມ​ຖີ່​ຕະຫຼອດ​ຮອດ​ຄວາມ​ແຂງ​ກະ​ດ້າງ, ຕາມ​ຈັງ​ຫວະ​ຂອງ​ການ​ປະ​ທະ​ກັນຢູ່​ຕາ​ເວັນ​ອອກ​ກາງ, ເມື່ອ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ປະ​ຕິ​ກິ​ລິ​ຍາ​ແບບ​ບໍ່​ຄາດ​ຄິດ​ຈາກ​ບັນ​ດາ​ພັນ​ທະ​ມິດ NATO ຢູ່ ເອີ​ຣົບ ຢ່າງ​ຕໍ່​ເນື່ອງ. ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ປະ​ທະ​ກັນ, ບໍ່​ມີ​ສະ​ມາ​ຊິກ NATO ໃດ​ທີ່​ເຜີຍ​ຄວາມສະ​ໜັບ​ສະ​ໜູນຂອງ​ຕົນ​ຕໍ່​ການ​ເຄື່ອນ​ໄຫວ​ການ​ທະ​ຫານ​ຂອງ ອາ​ເມ​ລິ​ກາ - ອິດ​ສະ​ຣາ​ແອັນ ທີ່ເລັ່ງ​ໃສ່ ອີ​ຣານ. ຫຼັງ​ຈ​າກ​ນັ້ນ, ເມື່ອ ອີ​ຣານ ປິດ​ລ້ອມ​ຊ່ອງ​ແຄບ​ທະ​ເລ Hormuz ຍຸດ​ທະ​ສາດ, ຄຳ​ຮຽກ​ຮ້ອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ “ປົດ​ປ່ອຍ” Hormuz ນັ້ນ ກໍ​​ໄດ້​ຮັບພຽງ​ແຕ່​ຄວາມ​ມິດ​ງຽບ ແລະ ຄວາມ​ລະ​ມັດ​ລະ​ວັງ​ຈາ​ກ​ບັນ​ດາ​ພັນ​ທະ​ມິດ​ເທົ່າ​ນັ້ນ. ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ ເມື່ອມີ​ບາງ​ປະ​ເທດ, ຄື: ແອັດ​ສະ​ປາຍ, ອີ​ຕາ​ລີ, ຝ​ລັ່ງ ຊ້ຳ​ບໍ່​ໜຳ ​ແມ່ນບໍ່​ອະ​ນຸ​ຍາດ​ໃຫ້ ອາ​ເມ​ລິ​ກາ ນຳ​ໃຊ້​ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ໃນ​ດິນ​ແດນ​ຂອງ​ຕົນ​ເພື່ອ​ບຸກ​ໂຈ​ມ​ຕີ ອີ​ຣານ, ບໍ່​ໃຫ້​ເຮືອ​ບິນ​ການ​ທະ​ຫານ ອາ​ເມ​ລິ​ກາ ​ທີ່ເຂົ້າ​ຮ່ວມ​ການ​ປະ​ທະ​ກັນ​ໄປ​ຜ່ານ​ເຂດ​ນ່ານ​ຟ້າ​ຂອງ​ເຂົາ​ເຈົ້າ. ສຳ​ລັບ​ອຳ​ນ​າດ​ການ​ປົກ​ຄອງ ອາ​ເມ​ລິ​ກາ, ຄວາມ​ຜິດ​ຫວັງ​ໄດ້​ກາຍ​ເປັນ​ຄວາມ​ໂມ​ໂຫ. ຈາກ​ການ​ຕຳ​ໜິ​ຄວາມບໍ່​ກ້າ​ຫານ​ຂອງ​ບັນ​ດາ​ພັນ​ທະ​ມິດ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ເອີ້ນ NATO ວ່າ “ເສືອ​ເຈ້ຍ - paper tiger”, ພ້ອມ​ທັງ​ນາບ​ຂູ່​ຈະ​ຖອນ​ປະ​ເທດ ອາ​ເມ​ລິ​ກາ​ ອອກ​ຈາກ​ສຳ​ພັນ​ທະ​ມິດ​ການ​ທະ​ຫານ​ນີ້. ເຖິງວ່າ​ໄດ້​ນຳ​ໃຊ້​ຄ​ຳ​ສັບຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ລົງ​ກໍ​ຕາມ ແຕ່​​ທ່ານ Marco Rubio ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ກໍ​ຖະ​ແຫຼງວ່າ ອາ​ເມ​ລິ​ກາ ຈະ​ຕ້ອງ​ພິ​ຈາ​ລະ​ນາ​​ຄຸນ​ຄ່າ​ຂອງ NATO ຄືນ​ໃໝ່.

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ພາຍຫຼັງ​ການ​ປະ​ທະ​ກັນ​ນີ້​ສິ້ນ​ສຸດ​ລົງ, ພວກ​ຂ້າ​ພະ​ເຈົ້​າ​ຈະ​ພິ​ຈາ​ລະ​ນາ​ຄືນ​ສາຍ​ພົວ​ພັນ​ນີ້. ພວກ​ຂ້າ​ພະ​ເຈົ້າ​ຈະ​ຕ້ອງ​ຕີ​ລາ​ຄາ​ຄືນ​ຄຸນ​ຄ່າ​ຂອງ​ NATO ແລະ ຂອງ​ສຳ​ພັນ​ທະ​ມິດ​ນີ້​ກັບ ອາ​ເມ​ລິ​ກາ. ແນ່ນອນ​ວ່າ, ການ​ຕັດ​ສິນ​ສຸດ​ທ້າຍ​ຈະ​ແມ່ນ​ຂຶ້​ນ​ກັບ​ທ່ານ​ປະ​ທາ​ນາ​ທິບ​ໍ​ດີ Donald Trump ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ພວກ​ຂ້າ​ພະ​ເຈົ້າ​ຈະ​ພິ​ຈາ​ລະ​ນາ​ຄືນ​ວ່າ NATO ຍັງ​ຮັບ​ໃຊ້​ຜົນ​ປະ​ໂຫຍດ​ຂອງ ອາ​ເມ​ລິ​ກາ ໄດ້​ດີຫຼື​ບໍ່, ຫຼື​ນີ້​ພຽງ​ແຕ່​ແມ່ນ​ສາຍ​ພົວ​ພັນຝ່າຍ​ດຽວ, ເມື່ອ ອາ​ເມ​ລິ​ກາ ປົກ​ປ້ອງ ເອີ​ຣົບ ແຕ່​ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫຼືອ​ ເຂົາ​ເຈົ້າ​ພັດ​ປະ​ຕິ​ເສດ​.”

ທ່ານ Charles Kuplan, ສາດ​ສະ​ດາ​ຈານ​ສາຍ​ພົວ​ພັນ​ສາ​ກົນ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ Georgetown (ອາ​ເມ​ລິ​ກາ) ຖື​ວ່າ ຄວາມ​ໂມ​ໂຫ​ປັດ​ຈຸ​ບັນ​, ບວກ​ກັບ​ບັນ​ດາ​ຄວາມ​ຂັດ​ແຍ້ງ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ເອີ​ຣົບ ປິ່ນ​ອ້ອມ​ບັນ​ດາ​ຫົວ​ຂໍ້​ນັ້ນ ອາດ​ຈະ​ຊຸກ​ຍູ້​ເລື່ອງ ອາ​ເມ​ລິ​ກາ ຖອນ​ກຳ​ລັງທະ​ຫານ​ທີ່​ປະ​ຈຳ​ຢູ່ ເຢຍ​ລະ​ມັນ, ອັງ​ກິດ, ໂປ​ໂລຍ ແລະ ຫຼຸດຜ່ອນ​ຄຳ​ໝັ້ນ​ສັນ​ຍາດ້ານ​ຄວາມ​ໝັ້ນ​ຄົງ​ກັບ ເອີ​ຣົບ ໄວ​ກວ່າ​ການ​ຄາດ​ຄະ​ເນ. ທ່ານ​ກ່າວ​ວ່າ:

“NATO ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຢ່າງ​ແຮງ, ບໍ່​ພຽງ​ແຕ່​ໃນ​ພັກ​ປະ​ຊາ​ທິ​ປະ​ໄຕ​ເທົ່າ​ນັ້ນ ຫາກ​ຍັງ​ນັບ​ທັງ​ໃນ​ພັກ​ສາ​ທາ​ລະ​ນະ​ອີກ​ດ້ວຍ. ຫາ​ງ​ສຽງ ອາ​ເມ​ລິ​ກາ ກໍ​ສະ​ໜັບ​ສະ​ໜູນ NATO ຢ່າງ​ແຮງ, ສະ​ນັ້ນ ທ່ານ Donald Trump ອາດ​ຈະ​ປະ​​ສົບກັບ​ສິ່ງ​ກີດ​ຂວາງ, ແຕ່​​ຕາມທັດ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ບໍ່​ມີ​ມາດ​ຕາ​ທາງ​ນິ​ຕິ​ກຳ​ ຫຼື ການ​ເມືອງໃດ ເຊິ່ງ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຫຼື ທຳ​ນຽບ​ຫ້າ​ແຈ ອ​າດ​ສາ​ມາດ​ນຳ​ໃຊ້​ເພື່ອ​ສະ​ກັດ​ກັ້ນ​ທ່ານ Donald Trump ເລີ່ມ​ຖອນ​ນ​າຍ​ທະ​ຫານ ອາ​ເມ​ລິ​ກາ ອອກ​ຈາກ NATO.”

“ບົດ​ຮຽນ” ຮັບ​ມື​ຈາກ ເອີ​ຣົບ

ເມື່ອ​ປະ​ເຊີນ​ໜ້າ​ກັບ​ຄວາມ​ໂມ​ໂຫ ແລະ ຄຳ​ນາບ​ຂູ່​ຈາກ ອາ​ເມ​ລິ​ກາ, ບັນ​ດາ​ສະ​ມາ​ຊິກ NATO ສ່ວນ​ຫຼາຍຢູ່ ເອີ​ຣົບ ພັດ​ໄດ້ເລືອກ​​ປະ​ຕິ​ກິ​ລິ​ຍາ​ຢ່າງ​ລະ​ມັດ​ລະ​ວັງ. ການ​ນຳ​ບັນ​ດາ​ປະ​ເທດ ອັງ​ກິດ, ແຟງ​ລັງ, ໂປ​ໂລຍ… ຖື​ວ່າ NATO ບໍ່​ພຽງ​ແຕ່​ແມ່ນ​ເສົາ​ຄ້ຳ​ດ້ານ​ຄວາມ​ໝັ້ນ​ຄົງ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ຄວາມ​ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຍາວ​ນານ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ອີກ​ດ້ວຍ, ເຊ​ິ່ງ​ບັນ​ດາ​ສິ່ງ​ດັ່ງ​ກ່າວ ນອນ​ໃນ​ຜົນ​ປະ​ໂຫຍດ​ຍຸດ​ທະ​ສາດ​ຂອງ​ປະ​ເທດ ອ​າ​ເມ​ລິ​ກາ ເອງ, ພິ​ເສດ​​ແມ່ນໃນ​ສະ​ພາບ​ການ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ໃນ​ທົ່ວ​ໂລກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, “ບົດ​ຮຽນ” ຈາກ​ການ​ຮັບ​ມື​ກັບ​ຄວາມ​ຜິດ​ປົກ​ກະ​ຕິ​ຂອງ​ທ່ານ​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໃນຫຼາຍ​ເຫດ​ການ​ໃນ​ເມື່ອ​ກ່ອນ ກໍ​ຊ່ວຍ​ໃຫ້ ເອ​ີ​ຣົບ ຮັກ​ສາ​ໄດ້​ຄວາມ​ທຸ່ນ​ທ່ຽງ ແລະ ມີ​ຄວາມຢຶດ​ໝັ້ນ​ກວ່າ​ຕໍ່​ບັນ​ດາ​ຄຳ​ນາບ​ຂູ່​ໃນ​ປັດ​ຈຸ​ບັນ​ຈາກ ວໍ​ຊິງ​ຕັນ.

ຕາມ​ທ່ານ​ນາງ Camille Grand, ອະ​ດີດ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ NATO ແລ້ວ, ບັນ​ດາ​ສະ​ມາ​ຊິກ​ຂອງ NATO ມີ​ຄວາມ​ຢຶດ​ໝັ້ນ​ພໍ​ສົມ​ຄວນ​ກັບ​ຄວາມຮັບ​ຮູ​້​ທີ່​ວ່າ NATO ແມ່ນ​ອົງ​ການ​ການ​ທະ​ຫານ​ທີ່​ມີ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ, ດັ່​ງ​ນັ້ນ, ບັນ​ດາ​ປະ​ເທດ​ນີ້ ບໍ່​ມີ​ເຈດ​ຈຳ​ນົງ​ສະ​ໜັບ​ສະ​ໜູນ​ບັ້ນ​ການ​ທະ​ຫານ​​ຂອງ ອາ​ເມ​ລິ​ກາ ຢູ່ ອີ​ຣານ ໃນ​ປັດ​ຈຸ​ບັນ. ທັດ​ສະ​ນະ​ດັ່ງ​ກ່າວໂດຍ​ທ່ານ​ນາງ Alice Rufo ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ ນັກ​ຮົບ​ເກົ່າ (ກະ​ຊວງ​ປ້ອງ​ກັນ​ປະ​ເທດ​) ຝ​ລັ່ງ ແບ່ງ​ປັນ​ວ່າ:

“ມາດ​ຕາ​ທີ 5 ຂອງ​ສົນ​ທິ​ສັນ​ຍາ NATO ປົກ​ປ້ອງ​ໝົດ​ທຸກ​ຄົນ, ຫາກ​ບໍ່​ແມ່ນ​ຜູ້​ນີ້​ປົກ​ປ້ອງ​ຜູ້​​ນັ້ນ. ນັ້ນ​ແມ່ນ​ການ​ປ້ອງ​ກັນ​ຕົວ​ແບບ​ລວມ​ໝູ່ ແລະ ການ​ນາບ​ຂູ່​ລວມ​ໝູ່. ຂ້າ​ພ​ະ​ເຈົ້າ​ຢາກ​ຢ້ຳ​ຄືນ​ວ່າ NATO ແມ່ນ​ສຳ​ພັນ​ທະ​ມິດ​ການ​ທະ​ຫານ​ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ຄວາ​ມ​ໝັ້ນ​ຄົງ​ຢູ່​ບັນ​ດາ​ດິນ​ແດນ​ທີ່ນອນ​ໃນ​ຂອບ​ເຂດ​ທະ​ວີບ​ເອີ​ຣົບ - ອັດ​ລັງ​ຕິກ, ຫາກ​ບໍ່​ແມ່ນ​ເພື່ອ​ດຳ​ເນີນ​ບັ້ນ​ເຄື່ອນ​ໄຫວ​ຢູ່​ຊ່ອງ​ແທ​ຄບ​ທະ​ເລ Hormuz, ສິ່ງ​ທີ່​ບໍ່​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາກົນ”.

ໃນ​ແງ່​ມູມ​ອື່ນ, ເລື່ອງ​ບັນ​ດາ​ປະ​ເທດ ເອີ​ຣົບ ປະ​ຕິ​ເສດ (ຈົນ​ຮອດ​ປັດ​ຈຸ​ບັນ​ນີ້) ເລື່ອງ​ໜູນ​ຊ່ວຍ ອາ​ເມ​ລິ​ກາ ໃນ​ການ​ປະ​ທະ​ກັນ​ກັບ ອີ​ຣານ ຍັງ​ເລີ່ມ​ມາ​ຈາກ​ການ​ຕັດ​ສິນ​ຕາມ​ລຳ​ພັງ​ຝ່າຍ​ດຽວ​ຂອງ ອາ​ເມ​ລິ​ກາ ໃນ​ເບື້ອງ​ຕົ້ນ. ບັນ​ຫາ​ປັດ​ຈຸ​ບັນຂອງ​ ເອີ​ຣົບ ແມ່ນ​ຕ້ອງ​ຮັບ​ມື​ແນວ​ໃດ ຖ້າ​ບັນ​ດາ​ໄພ​ນາບ​ຂູ່​ຈາກ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ກ່ຽວ​ກັບ​ເລື່ອງ​ຖອນ​ຕົວ ອາ​ເມ​ລິ​ກາ ອອກ​ຈາກ NATO ປະ​ກົດ​ຜົນ​ເປັ​ນ​ຈິງ? ຕາມ​ທ່ານ​ Rafa Martienz, ສາດ​ສະ​ດ​າ​ຈານ​ວິ​ທະ​ຍາ​ສາດ​ການ​ເມືອງ ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Barcelona, ແອັດ​ສະ​ປາຍ ແລ້ວ, ຖ້າ ອາ​ເມ​ລິ​ກາ ຖອນ​​ບັນ​ດາ​ຖານ​ທີ່​ໝັ້ນ​ການ​ທະ​ຫານ​ອອກ​ຈາກ ເອີ​ຣົບ​ ນັ້ນ, ກໍ​ຈະ​ແມ່ນ​ການ​ເລີ່ມ​ຕົ້ນ​ໃຫ້​ແກ່​ການ​ສິ້ນ​ສຸດ​ຂອງ NATO. ໃນ​ກໍ​ລະ​ນີ​ນັ້ນ, ອາ​ເມ​ລິ​ກາ ອາດ​ສາ​ມາດ​ຍ້າຍ​ບັນ​ດາ​ຖານ​ທີ່​ໝັ້ນ​ໄປ​ຍັງ​ບັນ​ດາ​ປະ​ເທດ ອາ​ຟະ​ລິ​ກາ​ເໜືອ, ພິ​ເສດ​ແມ່ນ ມາ​ຣົກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ​ ສ​ຈ. Rafa Martienz ຖື​ວ່າ ນີ້​ແມ່ນ​ແຜນ​ການ​ທີ່​ສິ້ນ​ເປືອງ​ສຳ​ລັບ​ທຸກ​ຝ່າຍ ສະ​ນັ້ນ, ເອີ​ຣົບ ອາດ​ຈະ​ນຳ​ໃຊ້​ປັດ​ໄຈ​ນີ້​ເພື້ອ​ເກ້ຍ​ກ່ອມ ອາ​ເມ​ລິ​ກາ ປ່ຽນ​ແປງ​ແນວ​ຄິດ, ເຊິ່ງ​ເປັນ​ສິ່ງ​ທີ່ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ສະ​ແດງ​ໃຫ​້​ເຫັນ​ເປັນຫຼາຍ​ຄັ້ງ​ວ່າ ທ່ານ​ອາ​ດ​ຈະ​ຍອ​ມ​ຮັບ​ຢ່າງ​​ວ່ອງ​ໄວ ຖ້າ​ຜົນ​ປ​ະ​ໂຫຍດ​ໄດ້​​ຮັບ​ການຮັບ​ປະ​ກັນ./.