ພິ​ທີ​ລ້ຽງ​ໄພ່​ພົນ ຮ​ວ່າງ​ຊາ ແມ່ນ​ພິ​ທີ​ກຳ​ພື້ນ​ເມືອງ ທີ່​ຕິດ​ພັນ​ກັບ​ວິ​ວັດ​ທະ​ນາ​ການ​ສ້າງ​ຕັ້ງ ແລະ ການ​ເຄື່ອນ​ໄຫວ​ຂອງກອງ​ພັນ ຮ​ວ່າງ​ຊາ ທີ່​ໄດ້​ປົກ​ຄອງ ບັກ​ຫາຍ ໃນ​ເມື່ອ​ກ່ອນ. ຜ່ານ​ການ​ເວ​ລາ, ພິ​ທີ​ລ້ຽງ​ໄພ່​ພົນ ຮ​ວ່າງ​ຊາ ໄດ້​ກາຍ​ເປັນ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ, ປະ​ກອບ​ສ່ວນ​ສຶກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ອະ​ນຸ​ລັກ​ຮັກ​ສາ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊຸມ​ຊົນ ຫຼີ​ເຊີນ. ທ່ານ ຫງວຽນ​ງອກ​ແທັງ, ນາຍ​ບ້ານ ອານ​ຫາຍ, ໃຫ້​ຮູ້​ວ່າ:

“ປີ 2026 ແມ່ນ​ປີ​ທີ 11 ຢ່າງ​ລຽນ​ຕິດ​ຈັດ​ພິ​ທີ​ດັ່ງ​ກ່າວ​ຢູ່​ສາ​ລາ​ບ້ານ ອານ​ຫາຍ, ເຂດ​ພິ​ເສດ ຫຼີ​ເຊີນ (ແຂວງ ກວາງ​ງາຍ). ຂ້າ​ພະ​ເຈົ້າ​ມີ​ຄວາມ​ຕື້ນ​ຕັນ​ໃຈ​ທີ່​ສຸດ ແລະ ຍາມ​ໃດ​ກໍ​ຄິດ​ເຖິງ​ລຸ້ນ​ພໍ່​ລຸ້ນ​ອ້າຍ​ທີ່​ໄດ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ ແລະ ​ຮອດ​ວັນ​ນີ້, ລູກ​ຫຼານ​ຕ້ອງ​ຈົດ​ຈຳ. ວັນ​ບຸນ​ນີ້​ລວມ​ມີ​ພິ​ທີ​ລ້ຽງ​ໄພ່​ພົນ, ຖະ​ຫວາຍ​ບູ​ຊາ; ຫຼັງ​ຈາກ​ນັ້ນ, ຊາວ​ໜຸ່ມ​ໃນ​ບ້ານ​ກໍ​ຈັດ​ການ​ຊ່ວງ​ເຮືອ​ເພື່ອ​ພາ​ວະ​ນາ​ຂໍ​ຄວາມ​ສະ​ຫງົບ​ສຸກ”.