ນາຍຊ່າງແປງກະແຈທີ່ມີຄວາມຊໍານານຢູ່ ເຈືອງຕຸກ (ພາບ: thanhnien.vn)

ບັນດາຜູ້ເຖົ້າຜູ້ແກ່ມີອາຍຸເກືອບ 100 ປີ ຢູ່ ໝູ່ບ້ານເຕືອງຈຸກ ກໍ່ບໍ່ຮູ້ວ່າ ອາຊີບສ້ອມແປງກະແຈແມ່ນມີມາແຕ່ຍາມໃດ. ເຂົາເຈົ້າພຽງແຕ່ຮູ້ວ່າ ນັບແຕ່ເມື່ອກຳເນີດເກີດມາກໍ່ເດີນຕາມອາຊີບນີ້ແລ້ວ. ຢູ່ສາລາບ້ານ ເຕືອງຈຸກ ມີແທ່ນບູຊາຜູ້ກໍ່ຕັ້ງອາຊີບສ້ອມແປງກະແຈ ແລະ ຫລາຍຄອບຄົວມີຫ້ອງບູຊາຜູ້ກໍ່ຕັ້ງອາຊີບ ຍ້ອນເຮັດ ແລະ ສອນອາຊີບສ້ອມແປງກະແຈຢ່າງເຂັ້ມງວດ ສະນັ້ນ ໃນໄລຍະກວ່າ 100 ປີຜ່ານມາ, ມີຊາຍຫນຸ່ມຫລາຍຄົນໃນໝູ່ບ້ານເຕືອງຈຸກ ຍັງຄົງສືບຕໍ່ອາຊີບນີ້ຢູ່ ແລະ ກາຍເປັນຊ່າງທີ່ມີຄວາມຊໍານານ. ກ່ອນນີ້ ຊາວບ້ານ ເຕືອງຈຸກ ໄດ້ຫີ້ວຫີບເຄື່ອງມືທີ່ເຮັດດ້ວຍໄມ້ໄປເລາະແປງກະແຈຢູ່ທຸກສອກທຸກມູມຂອງ ຮ່າໂນ້ຍຄື: ຖະຫນົນ ບ່າກ້ຽວ, ຮ່າງແບ່, ຕະຫລາດເມີ.. ແຕ່ມາຮອດປະຈຸບັນ ຜູ້ມີອາຍຸສູງຫລາຍຄົນຢູ່ນະຄອນຫລວງ ຮ່າໂນ້ຍ ຍັງຈື່ຈຳສຽງເລາະຈ່າວແປງກະແຈທີ່ຊີນເຄີຍວ່າ “ກະແຈເດີ”, ນັ້ນແມ່ນສຽງຈ່າວຂອງບັນດານາຍຊ່າງສອ້ມແປງກະແຈ ເຕືອງຈຸກ. ຕາມການເວລາ ສຽງຈ່າວນັ້ນໄດ້ຝັງເລິກໃນດວງໃຈຂອງຫລາຍລຸ້ນຄົນ ເມື່ອເວົ້າເຖິງໝູ່ບ້ານ ເຕືອງຈຸກ, ຫລາຍຄົນກໍໄດ້ເອີ້ນວ່າ ໝູ່ບ້ານກະແຈເດີ. ໃນວິວັດການຫັນເປັນຕົວເມືອງ, ປັດຈຸບັນ, ໝູ່ບ້ານ ເຕືອງຈຸກໄດ້ກາຍເປັນເຂດຕົວເມືອງແລ້ວ. ເມື່ອຍ່າງເຂົ້າໄປໃນທ່າມກາງແຖວເຮືອນຫລາຍຊັ້ນທີ່ທັນສະໄຫມນັ້ນ ຢູ່ສອງຟາກທາງປູຢາງຂອງໝູ່ບ້ານຍັງປະກົດມີປ້າຍຮັບສ້ອມແປງກະແຈຢູ່. ຊື່ງແມ່ນແຫ່ງມີປະຫວັດສ້ອມແປງກະແຈມາເປັນເວລາກວ່າ 1 ຮ້ອຍປີ, ໝູ່ບ້ານ ເຕືອງຈຸກ ຍັງຄົງແມ່ນສະຖານທີ່ເຕົ້າໂຮມຊ່າງສ້ອມແປງກະແຈທີ່ມີຄວາມຊໍານານຫລາຍຄົນ. ເຮືອນຂອງທ່ານ ຫງວຽນວັນທົງ, ຊື່ງເປັນຊ່າງສ້ອມແປງກະແຈຜູ້ໜຶ່ງ ຕັ້ງຢູ່ໃຈກາງໝູ່ບ້ານ ຍາມໃດກໍ່ມີສຽງຈັກຕັດ, ສຽງຖູກະແຈດັງກ້ອງກັງວານໄປທົ່ວໝູ່ບ້ານ.

ສຽງປະກອບ

ທ່ານ ຫງວຽນວັນທົງ, ເຊິ່ງແມ່ນຜູ້ ເຮັດອາຊີບສ້ອມແປງກະແຈຢູ່ໝູ່ບ້ານ ເຕືອງຈຸກ ມາເປັນເວລາຫລາຍປີ ໃຫ້ຮູ້ວ່າ: ຊາວບ້ານເຮັດອາຊີບນີ້ ບໍ່ລຳບາກພໍປານໃດ ແຕ່ກໍ່ມີບັນດາອະນຸສອນທີ່ບໍ່ອາດຫລົງລືມໄດ້.

ລຶວດຶກໝີ ຢູ່ ເມືອງເຈືອງດີ້ງ ຮ່າໂນ້ຍ ຖືກວົງການນາຍຊ່າງສ້ອມແປງກະແຈ ເອີ້ນວ່າ ແມ່ນນາຍຊ່າງທີ່ມີຄວາມຊໍານານກ່ຽວກັບກະແຈຢູ່ຮ່າໂນ້ຍ. ຄາວຍັງນ້ອຍ ບໍ່ທັນຮູ້ຫນັງສື ອ້າຍໝີ ເຄີຍຫີ້ວຫີບເຄື່ອງມືເຮັດດ້ວຍໄມ້ໄປແປງກະແຈນໍາພໍ່ຢູ່ທຸກສອກທຸກມູມ ຢູ່ຮ່າໂນ້ຍ. ນອກຈາກຮຽນອາຊີບສ້ອມແປງກະແຈຈາກພໍ່ເຖົ້າ ແລະ ພໍ່ຂອງຕົນແລ້ວ, ອ້າຍໝີ ຍັງຮຽນອາຊີບນີ້ຈາກຊ່າງເກັ່ງຫຼາຍຄົນໃນໝູ່ບ້ານເຕືອງຈຸກອີກດ້ວຍ. ເຖິງວ່າມີຄວາມຊໍານານໃນອາຊີບ, ຊ່ວຍໃຫ້ຄອບຄົວມີລາຍຮັບປານກາງກໍຕາມ, ແຕ່ເມື່ອເຕີບໃຫຍ່ຂຶ້ນມາ, ລຶວດຶກໝີ ຍັງໄດ້ເຂົ້າຮຽນຢູ່ມະຫາວິທະຍາໄລການຄ້າ ໃນສາຂາ ການຕະຫຼາດ. ຮຽນຈົບມະຫາວິທະຍາໄລແລ້ວ, ເບິ່ງຄືວ່າ ໝີ ຈະຫັນໄປເຮັດອາຊີບໃໝ່ທີ່ເໝາະສົມກັບສະພາບການກວ່າ. ແຕ່ປະຫຼາດໃຈທີ່ສຸດ, ລາວໄດ້ຕັດສິນໃຈຫັນກັບມາເຮັດອາຊີບມູນເຊື້ອຂອງຄອບຄົວ. ເມື່ອຖືກຖາມກ່ຽວກັບການຕັດສິນໃຈຂອງຕົນ ອ້າຍລຶວດຶກໝີ ແບ່ງປັນວ່າ:

“ທີໜຶ່ງ ແມ່ນຕົນເອງໄດ້ຜູກພັນກັບອາຊີບນີ້ ມາເປັນເວລາຫລາຍປີ, ຄວາມຈິງແລ້ວໃນໄລຍະຮ່ຳຮຽນກໍ່ຍັງຄິດຮອດອາຊີບທີ່ເປັນມູນເຊື້ອນີ້ຢູ່ ແລະ ປາຖະໜາຢາກເກັບກຳເອົາບັນດາຄວາມຮູ້ທີ່ໄດ້ຮຽນມາ ເພື່ອຮັບໃຊ້ໃຫ້ແກ່ອາຊີບຂອງຕົນໃນອະນາຄົດ. ກໍ່ມີຄົນຖາມວ່າເປັນຫຍັງບໍ່ເຮັດອາຊີບອື່ນຄື ລົດໂອໂຕ, ລົດຈັກ… ແຕ່ຕາມຄວາມຄິດຂອງຕົນແລ້ວ ອາຊີບໃດກໍຄືກັນໝົດ. ບໍ່ມີອາຊີບໃດຫຼູຫຼາ ຫຼື ຕໍ່າຕ້ອຍໄປກວ່າກັນ. ທຸກອາຊີບລ້ວນແຕ່ນຳໄປເຖິງເປົ້າໝາຍສຸດທ້າຍແມ່ນຮັບໃຊ້ໃຫ້ແກ່ສັງຄົມເປັນຢ່າງດີ.

ໃນເລື່ອງລາວ ຂອງ ລຶວດຶກໝີ ຍັງໃຫ້ຮູ້ວ່າ: ປັດຈຸບັນ, ຊ່າງກະແຈ ບ້ານ ເຕືອງຈຸກ ໄດ້ໄປຢູ່ທົ່ວທຸກຫົນແຫ່ງໃນທົ່ວປະເທດ ເພື່ອເຮັດອາຊີບສ້ອມແປງກະແຈ, ຫຼາຍຄົນສາມາດເປີດຮ້ານໃຫຍ່ ແລະ ສ້າງຄວາມຮັ່ງມີດ້ວຍອາຊີບນີ້. ດຽວນີ້ ລຶວດຶກໝີ ກໍ່ໄດ້ສ້າງຕັ້ງບໍລິສັດ ທີ່ມີສາຂາຢູ່ທັງສາມພາກ ເໜືອ - ກາງ - ໃຕ້. ບໍລິສັດຂອງ ລຶວດຶກໝີ ບໍ່ພຽງແຕ່ເຮັດບໍລິການສ້ອມແປງກະແຈເທົ່ານັ້ນ ແຕ່ຍັງເປັນບ່ອນສະໜອງບັນດາອຸປະກອນ, ບັນດາປະເພດກະແຈທີ່ມີຄວາມປອດໄພ ເຊິ່ງທ້ອງຕະຫຼາດຍັງບໍ່ເຄີຍມີມາກ່ອນອີກດ້ວຍ. ລຶວດຶກໝີ ຍັງມີຊື່ສຽງໃນວົງການນາຍຊ່າງ ກ່ຽວກັບຄວາມຊໍານານ ໃນການປົດລັອກກະແຈ. ລາວສາມາດປົດລັອກກະແຈໄດ້ທຸກໆປະເພດດ້ວຍລະຫັດບັດຂອງບັນດາປະເພດ ລົດໂອໂຕ, ລົດຈັກ ຕະຫຼອດຮອດບັນດາກະແຈທີ່ຖືວ່າທັນສະໄໝ ແລະ ມີຄວາມປອດໄພທີ່ສຸດໃນປັດຈຸບັນ. ລຶວດຶກໝີ ຢັ້ງຢືນດ້ວຍຄວາມໝັ້ນໃຈວ່າ: “ໃນ 24 ຊົ່ວໂມງ, ຂ້າພະເຈົ້າສາມາດຄົ້ນຫາກົດເກນການປົດລັອກ ບໍ່ວ່າຈະເປັນກະແຈປະເພດໃດກໍໄດ້”. ລຶວດຶກໝີ ອະທິບາຍ:

“ປັດຈຸບັນເຕັກໂນໂລຊີ ຜະລິດກະແຈໄດ້ພັດທະນາຫຼາຍທີ່ສຸດ ດ້ວຍເຕັກໂນໂລຊີໃໝ່ຫຼາຍຢ່າງ ຄື ກະແຈໄຂດ້ວຍລະຫັດບັດ, ກະແຈປົດລັອກດ້ວຍລະຫັດຕົວເລກແຕ່ສຳລັບຂ້າພະເຈົ້າແລ້ວ ສິ່ງທີ່ຍາກທີ່ສຸດ ແມ່ນກະແຈທີ່ເຮົາຍັງບໍ່ທັນທໍາຄວາມເຂົ້າໃຈກັບມັນ. ຖ້າເຮົາເຂົ້າໃຈກົດເກນ, ທາດແທ້ຂອງມັນ ແລ້ວເຮົາກໍ່ສາມາດສ້ອມແປງມັນໄດ້.

ທ່ານລຶວດຶກໝີພ້ອມກັບພໍ່ ກໍາລັງຄົ້ນຄວ້າກ່ຽວກັບກະແຈ (ພາບ: thanhnien.vn)

ຕາມບັນດາຜູ້ອາວຸໂສ ໃນບ້ານ ເຕືອງຈຸກ ແລ້ວ, ອາຊີບກ່ຽວກັບກະແຈ ແມ່ນຮຽນຍາກທີ່ສຸດ ເພາະມັນເປັນອາຊີບ ສືບທອດມາຈາກຄົນລຸ້ນກອ່ນ. ແຕ່ກ່ອນຈົນມາຮອດປັດຈຸບັນຍັງບໍ່ທັນມີຫ້ອງຮຽນ ຫຼື ໂຮງຮຽນມະຫາວິທະຍາໄລໃດສອນອາຊີບສ້ອມແປງກະແຈ. ເພື່ອກາຍເປັນຊ່າງທີ່ມີສີມືດີນັ້ນ ຕ້ອງມານະພະຍາຍາມດຸໝັ່ນຝຶກຝົນ, ຕົ້ນຕໍກໍ່ແມ່ນຕ້ອງຊອກຄົ້ນສຶກສາດ້ວຍຕົນເອງ. ແລະ ສິ່ງສຳຄັນທີ່ສຸດ ເຊິ່ງບັນດາຜູ້ອາວຸໂສ ກຸ່ມໝູ່ບ້ານອາຊີບ ເຕືອງຈຸກ ໄດ້ສອນຕໍ່ໆກັນມານັ້ນ ແມ່ນຈິດໃຈຂອງຜູ້ເປັນນາຍຊ່າງ, ໄດ້ເຮັດອາຊີບຕ້ອງມີຄວາມສຸດຈະຫຼິດ, ຈິງໃຈໃນການທໍາມາຫາກິນ, ບໍ່ປ່ອຍໃຫ້ພວກຄົນບໍ່ດີສວຍໃຊ້ເຮັດໃນສິ່ງທີ່ບໍ່ດີ.