(vovworld) – ຮອດທ້າຍປີ 2015, ແຂວງກວາງນິງ ໄດ້ສຳເລັດໂຄງການກໍ່ສ້າງຊົນນະບົດໃໝ່ໂດຍພື້ນຖານ ດ້ວຍຜົນງານສູງເມື່ອທຽບໃສ່ທ້ອງຖິ່ນອື່ນໆໃນທົ່ວປະເທດ. ດ້ວຍຜົນງານດັ່ງກ່າວ, ພື້ນຖານໂຄງລ່າງຢູ່ເຂດຊົນນະບົດໄດ້ຮັບການຍົກລະດັບ, ອັດຕາຄອບຄົວທຸກຍາກຢູ່ເຂດຊົນນະບົດໄດ້ຫຼຸດລົງ. ບົດຂຽນ “ແຂວງກວາງນິງໄດ້ກໍ່ສ້າງຊົນນະບົດໃໝ່ສຳເລັດໂດຍພື້ນຖານ” ຂອງ ວັນຟອງ, ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ.

(ຕາແສງອຽນດຶກ ກໍ່ສ້າງຊົນນະບົດໃໝ່)
ແຂວງກວາງນິງ ແມ່ນແຂວງຕັ້ງຢູ່ທິດຕາເວັນອອກສ່ຽງເໜືອ ຂອງຫວຽດນາມ, ໄດ້ເຕົ້າໂຮມບັນດາປັດໃຈພິເສດສະເພາະກ່ຽວກັບພູມສາດ ດ້ວຍທະເລ, ປ່າດົງ, ເນື້ອທີ່ດິນທຳມະຊາດອຸດົມສົມບູນພໍສົມຄວນ, ມີເງື່ອນໄຂເພື່ອພັດທະນາເສດຖະກິດສັງຄົມ. ແມ່ນແຂວງທຳອິດໃນທົ່ວປະເທດໄດ້ສ້າງຕັ້ງຄະນະຊີ້ນຳກ່ຽວກັບການກໍ່ສ້າງຊົນນະບົດໃໝ່ສະເພາະກິດ, ສະນັ້ນວຽກງານຊີ້ນຳ, ຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງ ກວາງນິງ ຈຶ່ງມີຈຸດສຸມ, ລົງເລິກ ແລະ ທັນການ. ແຂວງກວາງນິງ ໄດ້ເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາການກໍ່ສ້າງຊົນນະບົດໃໝ່. ເພາະສະນັ້ນ, ໂຄງການຈຶ່ງໄດ້ຮັບການຕອບສະໜອງ ແລະ ປຸກລະດົມກຳລັງແຮງຈາກພໍ່ແມ່ປະຊາຊົນເປັນຈຳນວນຫຼວງຫຼາຍ, ບັນດາວິສາຫະກິດໃນບໍລິເວນແຂວງພ້ອມກັບອຳນາດການປົກຄອງໄດ້ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່. ທ່ານນາງ ເຢືອງທິເມັນ, ຫົວໜ້າສະຫະກອນຕາແສງອຽນດຶກ, ໃຫ້ຮູ້ວ່າ.
“ເຂົ້າຮ່ວມໂຄງການກໍ່ສ້າງຊົນນະບົດໃໝ່, ບໍລິສັດກໍ່ຮ່ວມແຮງຮ່ວມໃຈປະກອບສ່ວນກໍ່ສ້າງທາງໃນບ້ານ ແລະ ພິເສດແມ່ນເຂົ້າຮ່ວມບັນດາໂຄງການຮັບປະກັນຊີວິດສັງຄົມ. ຄຽງຂ້າງນັ້ນ, ບໍລິສັດໄດ້ສ້າງວຽກເຮັດງານທຳໃຫ້ບາງພາລະກອນຢູ່ທີ່ນີ້ ແລະ ພັດທະນາການທ່ອງທ່ຽວເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ”.

ຂະແໜງກະສິກຳຂອງກວາງນິງ ໄດ້ກຳນົດແຈ້ງທິດນຳທີ່ວ່າ “ຖືອຸດສາຫະກຳ, ການບໍລິການເພື່ອຊຸກຍູ້ກະສິກຳ”, ສະນັ້ນ ຈຶ່ງມີບາດກ້າວພັດທະນາຢ່າງຮອບດ້ານໃຂຂົງເຂດຕ່າງໆຄື: ການປູກຝັງ, ລ້ຽງສັດ, ສ້າງບັນດາເຂດຜະລິດສິນຄ້າລວມສູນ ຕິດພັນກັບການກໍ່ສ້າງ ແລະ ພັດທະນາເຄື່ອງໝາຍການຄ້າຜະລິດຕະພັນກະເສດ ຄືຕົ້ນສາຄູຢູ່ແຂວງບິ່ງລຽວ; ປູກຕົ້ນໄມ້ກິນໝາກຄື ໝາກຂຽບ, ໝາກລີ້ນຈີ່ ຢູ່ດົງຈ່ຽວ, ອວງບິ໋, ໝາກຍໍຢູນາແຈ… ໂຄງການ “ກວາງນິງ 1 ຕາແສງ 1 ຜະລິດຕະພັນ” ໄດ້ກາຍເປັນຈຸດທີ່ເປັນເອກະລັກສະເພາະຂອງແຂວງກວາງນິງ. ຄຽງຂ້າງນັ້ນ, ຮູບແບບທ່ອງທ່ຽວເຂດບ້ານນາຄືຢູ່ຕາແສງອຽນດຶກ, ເທດສະບານເມືອງ ດົງຈ່ຽວ ກໍໄດ້ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຢາມເປັນຈຳນວນຫຼວງຫຼາຍ. ມາຮອດປະຈຸບັນ, ລະດັບລາຍຮັບສະເລ່ຍຂອງຊາວບ້ານເຂດຊົນນະບົດແຂວງກວາງນິງ ໄດ້ເພີ່ມຈາກ 10 ລ້ານດົງ/ປີ (ໃນປີ 2010) ຂຶ້ນເຖິງ 30 ລ້ານດົງ/ປີ (ໃນປີ 2015). ທ່ານເລກ໋ວກແຄ໋ງ, ຊາວບ້ານຕາແສງອານຊິງ, ເມືອງດົງຈ່ຽວ, ໃຫ້ຮູ້ວ່າ.
“ປະຈຸບັນ, ກ່ຽວກັບທາງໃນບ້ານ, ເວົ້າລວມແລ້ວແມ່ນກວ້າງຂວາງ. ສ່ວນລາຍຮັບທັງປີຂອງຄອບຄົວ ໂດຍບໍ່ຄິດໄລ່ແມ່ນບັນລຸກຳໄລປະມານ 700 – 800 ລ້ານດົງ/ປີ”
ພາຍຫຼັງໄລຍະ 5 ປີແຫ່ງການຜັນຂະຫຍາຍໂຄງການກໍ່ສ້າງຊົນນະບົດໃໝ່, ແຂວງກວາງນິງ ໄດ້ກາຍເປັນແຂວງນຳໜ້າໃນທົ່ວປະເທດດ້ວຍ 100% ຈຳນວນຕາແສງສຳເລັດການວາງແຜນກໍ່ສ້າງຊົນນະບົດໃໝ່ ແລະ ສ້າງເຄື່ອງໝາຍການຄ້າຜະລິດຕະພັນກະເສດໄດ້ 23 ເຄື່ອງໝາຍ ຕິດພັນກັບການສ້າງເຂດຜະລິດສິນຄ້າລວມສູນສຳເລັດ. ໄລ່ຮອດທ້າຍປີ 2015, ຈຳນວນຕາແສງບັນລຸມາດຖານ ແລະ ບັນລຸມາດຖານກໍ່ສ້າງຊົນນະບົດໃໝ່ໂດຍພື້ນຖານຢູ່ແຂວງກວາງນິງ ແມ່ນ 86 ຕາແສງ. ກວາງນິງ ກໍມີ 3 ຫົວໜ່ວຍຂັ້ນເມືອງໄດ້ບັນລຸມາດຖານຊົນນະບົດໃໝ່. ກວາງນິງ ແມ່ນໜຶ່ງໃນຈຳນວນ 10 ແຂວງ, ນະຄອນມີຜົນງານດີທີ່ສຸດໃນການກໍ່ສ້າງຊົນນະບົດໃໝ່ຂອງທົ່ວປະເທດ. ໂສມໜ້າຊົນນະບົດຢູ່ກວາງນິງ ໄດ້ຮັບການປ່ຽນແປງຢ່າງກວ້າງຂວາງ ສວນງາມກວ່າ, ຊີວິດຂອງປະຊາຊົນໄດ້ຮັບການປັບປຸງຢ່າງຫັນໄດ້ຊັດ.
ການນຳ ອຳນາດການປົກຄອງ ແລະ ປະຊາຊົນແຂວງກວາງນິງ ກຳນົດການກໍ່ສ້າງຊົນນະບົດໃໝ່ບໍ່ພຽງແຕ່ແມ່ນຂະບວນການ, ແມ່ນບັ້ນຂົນຂວາຍໃຫຍ່ເທົ່ານັ້ນ, ຫາກຍັງ ໄດ້ຮັບການພັດທະນາຕາມທິດຍືນຍົງ ຕາມຮູບແບບ “ຊົນນະບົດກ້າວໜ້າ”. ທ່ານ ດັ້ງຮຸຍເຮົ້າ, ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງນິງ ໃຫ້ຮູ້ວ່າ.
“ແຂວງກວາງນິງ ໄດ້ກຳນົດຈະກ່າຍເປັນແຂວງຊົນນະບົດໃໝ່ໂດຍພື້ນຖານໃນປີ 2015, ແຕ່ຮອດໄລຍະ 2016 – 2020, ຊົນນະບົດໃໝ່ຂອງກວາງນິງ ຈະຕ້ອງຫັນປ່ຽນຕາມວິທີປະຕິບັດໃໝ່, ໝາຍຄວາມວ່າ ພາຍຫຼັງບັນລຸມາດຖານແລ້ວ ຈະຕ້ອງຍົກລະດັບຕື່ມອີກ ເຊິ່ງພວກຂ້າພະເຈົ້າໄດ້ກຳນົດວ່າ ຊົນນະບົດມີຄວາມກ້າວໜ້າ, ຫັນເຂດຊົນນະບົດເປັນຕົວເມືອງ. ສ່ວນໂຄງການ 1 ຕາແສງມີ 1 ຜະລິດຕະພັນ ກໍຕ້ອງສືບຕໍ່ຍົກສູງຄຸນນະພາບ ແລະ ຜະລິດສິນຄ້າໃຫ້ມີຄຸນນະພາບສູງກວ່າ ແລະ ຫຼາຍກວ່າ ເພື່ອຮັບໃຊ້ໃຫ້ຕະຫຼາດ”.
ຕາມການກຳນົດທິດທາງດັ່ງກ່າວ, ເມືອງທີ່ບັນລຸມາດຖານຊົນນະບົດໃໝ່ທຳອິດຢູ່ທາງພາກເໜືອ ແມ່ນ ດົງຈ່ຽວ, ແຂວງກວາງນິງ ຈະວາງຄາດໝາຍກໍ່ສ້າງຮູບແບບ “ຊົນນະບົດກ້າວໜ້າ”, ດ້ວຍຄວາມຕັດສິນໃຈຫັນເຂດຊົນນະບົດເປັນຕົວເມືອງ. ສະນັ້ນ, ໂຄງການຈຸດໝາຍກໍ່ສ້າງຊົນນະບົດໃໝ່ຢູ່ແຂວງກວາງນິງ ຈະກ້າວເຂົ້າສູ່ໄລຍະໃໝ່ທີ່ພັດທະນາກວ່າອີກ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
