ໝູ່ບ້ານ ແກງແຮວກ |
ປະລິຍາເອກແມ່ນລະດັບສູງສຸດໃນພື້ນຖານການສຶກສາຂົງຈື້ວິທະຍາຂອງລັດສັກດີນາ ຫວຽດນາມ, ເປັນຜູ້ເສັງໄດ້ຄະແນນສູງທີ່ການສອບເສັງຕ່າງໆໃນສະໄໝສັກດີນາຢູ່ ຫວຽດນາມ. ນາມມະຍົດປິລິຍາເອກໃນສະໄໝລາຊະວົງ ຫຼີ (1010-1028), ສະໄໝລາຊະວົງ ເຈິ່ນ (1225-1400), ໄລຍະທ້າຍຂອງສະໄໝລາຊະວົງ ເລ (1427-1789), ສະໄໝລາຊະວົງ ໝາກ (1527-1593). ປະຫວັດສາດແຫ່ງການສອບເສັງຢູ່ ຫວຽດນາມ ໄດ້ມີປະລິຍາເອກ 55 ຄົນ. ສະເພາະໝູ່ບ້ານ ແກງແຮວກ ມີປະລິຍາເອກ 2 ຄົນ, ນັ້ນແມ່ນເລື່ອງຫາຍາກຢູ່ ຫວຽດນາມ. ປະລິຍາເອກ 2 ຄົນນັ້ນແມ່ນທ່ານ ຫງວຽນດຶກເລື້ອງ ແລະ ຫງວຽນທ໋ຽນ. ນີ້ກໍ່ແມ່ນນ້າບ່າວກັບຫຼານ, ສະນັ້ນປະຊາຊົນຈຶ່ງເອີ້ນວ່າ ປະລິຍາເອກນ້າບ່າວ, ປະລິຍາເອກຫຼານ. ທ່ານ ຫງວຽນວັນທັ໋ງ, ຫົວໜ້າວົງຕະກຸນ ຫງວຽນດຶກ ຢູ່ໝູ່ບ້ານ ແກງແຮວກ, ເຊິ່ງແມ່ນຜູ້ດູແລຫໍບູຊາປະລິຍາເອກຂອງໝູ່ບ້ານ, ເລົ່າສູ່ຟັງວ່າ:
“ບັນພະບຸລຸດຂອງວົງຕະກຸນ ຫງວຽນແມ່ນພໍ່ຕູ້ ຫງຽວນບ໋າຕິ. ລາວເສັງໄດ້ປະລິຍາເອກເມື່ອປີ 1463 ໃນສະໄໝເຈົ້າຊີວິດ ເລແທ໋ງຕົງ. ລູກຂອງພໍ່ຕູ້ ຫງວຽນບ໋າຕິ ແມ່ນ ຫງວຽນດຶກເລື້ອງ, ກໍ່ເສັງໄດ້ປະລິຍາເອກເມື່ອປີ 1514 ໃນສະໄໝເຈົ້າຊີວິດ ເລເຕືອງຢຶກ. ລາວໄດ້ຮັບດຳລົງຕຳແໜ່ງເປັນຮອງລັດຖະມົນຕີການຕ່າງປະເທດ. ເມື່ອ ຫງວຽນທ໋ຽນ ມີອາຍຸ 6 ປີ, ແມ່ຂອງລາວແມ່ນນາງ ຫງວຽນທິຮ່ຽນ ໄດ້ອາໄສນ້ອງຊາຍຂອງຕົນແມ່ນປະລິຍາເອກ ຫງວຽນດຶກເລື້ອງ ລ້ຽງດູ ແລະ ສິດສອນ. ປີ 1532 ຫງວຽນທ໋ຽນ ກໍ່ເສັງໄດ້ປະລິຍາເອກໃນສະໄໝເຈົ້າຊີວິດ ໝາກດັງແຢວງ. ນັ້ນແມ່ນເລື່ອງລາວກ່ຽວກັບປະລິຍາເອກນ້າບ່າວ ແລະ ປະລິຍາເອກຫຼານ“.
ຫໍບູຊາປະລິຍາເອກຂອງໝູ່ບ້ານ |
ຜູ້ເສັງໄດ້ປະລິຍາເອກບໍ່ພຽງແຕ່ສ້າງຊື່ສຽງໃຫ້ແກ່ຄອບຄົວ, ວົງຕະກຸນ, ຊາວບ້ານເທົ່ານັ້ນ, ຫາກຍັງຖືກຈົດຊື່ໄວ້ໃນປະຫວັດສາດ ແລະມີຊື່ສຽງໂດ່ງດັງຕະຫຼອດໄປອີກດ້ວຍ. ທ່ານ ຫງວຽນວັນແຄງ, ຊາວບ້ານ ແກງແຮວກ, ແບ່ງປັນວ່າ:
“ປະຊາຊົນໃນໝູ່ບ້ານພວກຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ເອກອ້າງທະນົງໃຈທີ່ສຸດຍ້ອນມີປະລິຍາເອກສອງທ່ານ. ພວກຂ້າພະເຈົ້າເປັນລູກເປັນຫຼານກໍ່ຢາກເສີມຂະຫຍາຍມູນເຊື້ອມັກຮຳ່ມັກຮຽນຂອງເຂົາເຈົ້າ ແລະ ຖືວ່ານັ້ນແມ່ນແບບຢ່າງເພື່ອໃຫ້ລູກຫຼານຮຳ່ຮຽນຕາມ, ປະກອບສ່ວນສ້າງບ້ານເກີດເມືອງນອນໃຫ້ມີຄວາມຮັ່ງມີສວຍງາມກວ່າ“.
ແຕ່ລະປີເມື່ອຮອດບຸນເຕັດ, ວັນບູຊາປະລິຍາເອກສອງທ່ານ, ບັນດາຜູ້ມີຍົດສັກຕຳແໜ່ງພ້ອມກັບປະຊາຊົນໃນໝູ່ບ້ານລ້ວນແຕ່ນຳເອົາເຄື່ອງຂອງບູຊາມາຖະຫວາຍ, ຈູດທູບທຽນຢູ່ຫໍບູຊາປະລິຍາເອກ, ເພື່ອອາໄລຫາກຽດຕິສັກ, ພາລະກິດຂອງປະລິຍາເອກສອງທ່ານ. ທ່ານ ຫງວຽນວັນທັ໋ງ, ເປັນເຈົ້າວົງຕະກຸນ ຫງວຽນດຶກ ຢູ່ໝູ່ບ້ານ ແກງແຮວກ, ໃຫ້ຮູ້ວ່າ:
“ງານບຸນຂອງໝູ່ບ້ານ ແກງແຮວກ ຖືກດຳເນີນໃນລະຫວ່າງວັນທີ 11-13/3 ໄລ່ຕາມຈັນທະປະຕິທິນຂອງທຸກປີ. ປະລິຍາເອກສອງທ່ານຄື ຫງວຽນດຶກເລື້ອງ ແລະ ຫງວຽນທ໋ຽນ ແມ່ນຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ມີບຸນຄຸນຕໍ່ປະຊາຊົນໃນໝູ່ບ້ານ. ສະນັ້ນເມື່ອຮອດງານບຸນນີ້, ທັງໝູ່ບ້ານກໍ່ຈັດຕັ້ງພິທີແຫ່ວໍ. ທີໜຶ່ງແມ່ນແຫ່ໂຖປັກທູບປະລິຍາເອກ ຫງວຽນດຶກເລື້ອງ, ທີສອງແມ່ນເຈົ້າຂຸນ ຫງວຽນກວີ້ນ, ເຊິ່ງແມ່ນລູກຂອງປະລິຍາເອກ ຫງວຽນທ໋ຽນ ເພື່ອທຳພິທີບູຊາ. ຫຼັງຈາກນັ້ນ, ທັງໝູ່ບ້ານກໍ່ຈັດພິທີແຫ່ກັບຄືນຫໍບູຊາແລ້ວວາງໄວ້ຢູ່ບ່ອນເກົ່າ. ຫໍບູຊາປະລິຍາເອກນີ້ໄດ້ຮັບການກໍ່ສ້າງແຕ່ປີ 1596. ຢູ່ບ່ອນນີ້ຍັງຄົງຮັກສາວັດຖຸພັນຫຼາຍຢ່າງຄື, ປ້າຍປະລິຍາເອກ, ໂຖປັກທູບບູຮານ, ສານປະດັບຍົດຂອງເຈົ້າຊີວິດ, ບັນຊີລາຍຊື່ປະລິຍາເອກ… ຫໍບູຊາປະລິຍາເອກໄດ້ຮັບການຮັບຮອງວ່າເປັນມໍລະດົກປະຫວັດສາດ, ວັດທະນະທຳລະດັບຊາດ“.
ສາລາບ້ານ ແກງແຮວກ |
ວົງຕະກຸນ ຫງວຽນຢູ່ໝູ່ບ້ານ ແກງແຮວກ ມີຫຼາຍລຸ້ນຄົນເສັງໄດ້ຄະແນນສູງໃນການສອບເສັງຕ່າງໆ, ແລະ ກາຍເປັນອາດຍາເຈົ້ານາຍ.
ປະຊາຊົນຍັງເລົ່າຂານກັນບັນດາເລື່ອງລາວສະເທືອນໃຈທີ່ສຸດກ່ຽວກັບເລື່ອງໝູ່ບ້ານ ແກງແຮວກ ມີປະລິຍາເອກນ້າບ່າວ, ປະລິຍາເອກຫຼານ. ໃນປຶ້ມປະຫວັດສາດຂອງວົງຕະກຸນ ຫງວຽນ ຕຽນດ່ຽນ, ເມືອງ ງີຊວນ, ແຂວງ ຮ່າຕິ້ງ ໄດ້ລະບຸວ່າ ນັກກະວີຜູ້ຍິ່ງໃຫຍ່ ຫງວຽນຢູ ມີກົກເຄົ້າຈາກວົງຕະກຸນ ຫງວຽນ ຢູ່ໝູ່ບ້ານ ແກງແຮວກ. ປັດຈຸບັນ, ປະຊາຊົນໃນໝູ່ບ້ານ ແກງແຮວກ ຍາມໃດກໍ່ຮັກສາ, ເສີມຂະຫຍາຍມູນເຊື້ອມັກຮຽນ, ເຊິ່ງບັນພະບຸລຸດໄດ້ປະໄວ້.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ



