ໝູ່ບ້ານ ຫວູດ້າຍ (ຫຼືເອີ້ນວ່າໝູ່ບ້ານ ດ້າຍຮ່ວາງ), ຕາແສງ ຮ່ວາເຫົ້າ, ເມືອງ ຫຼີເຍິນ, ແຂວງ ຮ່ານາມ, ມີມູນເຊື້ອ ຕົ້ມເຄັມປາມາແຕ່ດົນນານແລ້ວ. ເມື່ອໃກ້ຈະຮອດບຸນປີໃໝ່ປະຈຳຊາດ (ບຸນເຕັດ) , ທັງໝູ່ບ້ານ ຫວູດ້າຍ ກໍ່ອຶກກະທຶກຄຶກໂຄມ ດ້ວຍອາຊີບ ຕົ້ມເຄັມປາ, ເພື່ອຮັບໃຊ້ໃຫ້ລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຮາກຖານ ຕົ້ມເຄັມປາ ເຈິ່ນລ້ວນ

ຢູ່ໝູ່ບ້ານ ຫວູດ້າຍ, ບັນດາຮາກຖານປຸງແຕ່ງປາ, ຄອບຄົວ ຕົ້ມເຄັມປາ, ລ້ຽງປາຕະຫຼອດປີ. ແຕ່ຍາມທີ່ປະຊາຊົນ ຕົ້ມເຄັມປາຫຼາຍທີ່ສຸດໃນປີນັ້ນແມ່ນໂອກາດໃກ້ຈະຮອດບຸນເຕັດ, ແຕ່ລະວັນທັງໝູ່ບ້ານສາມາດຈຳໜ່າຍປາໄດ້ນັບເປັນໂຕນ. ໃກ້ຈະຮອດບຸນເຕັດ, ບັນຍາກາດຢູ່ໝູ່ບ້ານ ຫວູດ້າຍ ຄືວ່າຄຶກໂຄມໜາແໜ້ນກວ່າ, ດ້ວຍສຽງເວົ້າສຽງຫົວຢ່າງເບີກບານມ່ວນຊື່ນ, ແລະ ແຂກຄົນໄປມາຊື້ຂາຍ ຕົ້ມເຄັມປາເປັນຈຳນວນຫຼວງຫຼາຍ. ປ້າ ເຈິ່ນທິເງິນ, ໝູ່ບ້ານ ຫວູດ້າຍ, ເວົ້າວ່າ:

ໃນໂອກາດບຸນເຕັດ, ແຕ່ລະວັນຄອບຄົວຂ້າພະເຈົ້າຕົ້ມເຄັມປາປະມານ 150 ໝໍ້, ສ່ວນມື້ທຳມະດາປຸງແຕ່ງພຽງ 20, 50 ເຖິງ 100 ໝໍ້ເທົ່ານັ້ນ. ໃນວັນບຸນເຕັດ, ທັງຄອບຄົວຄາກັບວຽກງານຕົ້ມເຄັມປາຕະຫຼອດວັນ ແລະ ຄືນ. ສ່ວນລູກຄ້າເຂົາເຈົ້າກໍ່ຈ່ອງຊື້ ຕົ້ມເຄັມປາຫຼາຍປະເພດຄື: ປາກິນຫຍ້າ, ປາໂຄກດຳ, ຕະຫຼອດຮອດປາແກງ, ປາຂາວ, ປາຫຼົດ, ປາຫຼາດ ……ປີກາຍນີ້ເຖິງວັນທີ 29 ເດືອນສິບສອງ (ໄລ່ຕາມຈັນທະປະຕິທິນ)ແລ້ວ ແຕ່ຍັງມີຜູ້ຈ່ອງຊື້ ຕົ້ມເຄັມປາຢູ່. ຫວ່າງແລ້ວນີ້ຄອບຄົວຂ້າພະເຈົ້າມີຍາດຕິພີ່ນ້ອງຢູ່ ນິງບິ່ງ ໄດ້ຊື້ ຕົ້ມເຄັມ ປາ 5 ໝໍ້ເພື່ອນຳໄປມາເລເຊຍ. ນີ້ແມ່ນໝູ່ບ້ານອາຊີບທີ່ເປັນມູນເຊື້ອ, ສະນັ້ນ ຕົ້ມເຄັມປາຈຶ່ງມີຈຸດພິເສດສະເພາະ, ເຖິງວ່າມີຫຼາຍຄົນຢູ່ບ່ອນອື່ນໄດ້ຮຽນກ່ຽວກັບເຂັດລັບໃນການ ຕົ້ມເຄັມປາແລ້ວກໍ່ຕາມ, ແຕ່ກໍ່ບໍ່ສາມາດເຮັດໄດ້“

ຕົ້ມເຄັມປາໝູ່ບ້ານ ຫວູດ້າຍ ໄດ້ຮັບການປຸງແຕ່ງຜ່ານຫຼາຍຂັ້ນຕອນຢ່າງລະອຽດລະອໍແລະ ແຕ່ລະຄອບຄົວກໍ່ມີເຂັດລັບສະເພາະຂອງຕົນທີ່ບໍ່ເຄີຍມີຢູ່ບ່ອນອື່ນ. ສິ່ງທີ່ສ້າງຄວາມແຕກຕ່າງກັນໃຫ້ ເຍື່ອງອາຫານຕົ້ມເຄັມປາ , ນັ້ນແມ່ນການໃຊ້ໝໍ້ດິນເພື່ອຕົ້ມປາ. ປ້າ ເຈິ່ນທິເງິນຊາວໝູ່ບ້ານ ຫວູດ້າຍ ໃຫ້ຮູ້ວ່າ:

ໝໍ້ດິນຕ້ອງທາປູນຢູ່ກົ້ນໝໍ້ ແລະຖອກນຳ້ຟົດໃສ່ຫຼັງຈາກນັ້ນສືບຕໍ່ຕົ້ມໃຫ້ນຳ້ຟົດ. ຕ້ອງຕົ້ມໃຫ້ນ້ຳຟົດຫຼາຍເທື່ອເພື່ອໃຫ້ສານພິດໃນໝໍ້ດິນລະບາຍອອກ. ຕົ້ມຄືແນວນັ້ນກໍ່ເພື່ອເຮັດໃຫ້ໝໍ້ຊືມນຳ້ງ່າຍ, ບໍ່ໃຫ້ເສຍນຳ້ປາ, ເກືອຫຼາຍ

ໝໍ້ ຕົ້ມເຄັມປາ

ຕ້ອງໃຊ້ຟືນຕົ້ນລຳໃຍກັບຂີ້ແກບເພື່ອຕົ້ມປາ, ປະຊາຊົນໃນໝູ່ບ້ານແບ່ງປັນວ່າ, ຕົ້ມປາດ້ວຍຟືນລຳໄຍ, ກິ່ນຮືນຂອງໝໍ້ດິນຈະຫາຍໄປ, ແລະ ປາຈະມີກິ່ນຫອມດູດດື່ມກວ່າ. ສ່ວນປາຕ້ອງແມ່ນປາໂຄກດຳລ້ຽງດ້ວຍໂຕຫອຍຈຶ່ງແຊບ, ຕັດຫົວ ແລະ ຫາງປາອອກ, ເອົາແຕ່ຕົວປາເທົ່ານັ້ນ, ແລ້ວຕັດເປັນຕ່ອນ, ແຕ່ລະຕ່ອນໜັກປະມານ 1 ກິໂລກຼາມ. ໝໍ້ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ ແມ່ນຕ້ອງມີເຄື່ອງເທດປະເພດຕ່າງໆຄື: ຫົວຂ່າ, ຂີງ, ນ້ຳຫົວໝາກນາວ, ນຳ້ປາ, ສະໝຸນໄພ, ນຳ້ປາກະປູນາ, ເກືອ…ຖືກປຸງແຕ່ງຕາມອັດຕາ, ເວລາໃດໜຶ່ງຢ່າງແນ່ນອນ. ທ່ານ ຫງວຽນວັນເຕິມ, ເຈົ້າຂອງຮາກຖານ ຕົ້ມເຄັມປາ ເຍິນເຫົ້າ, ໝູ່ບ້ານ ຫວູດ້າຍ, ເລົ່າສູ່ຟັງວ່າ:

ໝໍ້ ຕົ້ມເຄັມປາແຊບແມ່ນຍ້ອນເຕັກນິກປຸງແຕ່ງນຳ້ປາກະປູນາ, ເອົາກະປູນາຍັດໃສ່ໄຫເກືອແລ້ວປະໄວ້ໃຫ້ຄົບ 12 ເດືອນ, ຫຼັງຈາກນັ້ນຈຶ່ງຕອງເອົາແຕ່ຫົວນ້ຳປາ. ຕ້ອງຜ່ານປະສົບການມາຫຼາຍປີ, ຫຼາຍຮຸ່ນຄົນໃນຄອບຄົວຈຶ່ງສາມາດຮູ້ໄດ້ວ່າ ປາ 1 ກິໂລກຼາມຕ້ອງການນຳ້ປາກະປູນາເທົ່າໃດ. ປາໂຄກດຳຕ້ອງລ້ຽງໃນເວລາ 6 ເດືອນເຖິງ 1 ປີ, ໂຕນ້ອຍສຸດຕ້ອງໜັກ 5 ກິໂລກຼາມຈຶ່ງບັນລຸມາດຖານ, ຊີ້ນປາຈຶ່ງຫັນ ແລະ ຫອມ. ປາຕ້ອງຕົ້ມ, ຮຸ່ມສະເໝີກັນໃນເວລາ 12 14 ຊົ່ວໂມງ, ປາຈຶ່ງເປື່ອຍ ແລະ ເຄື່ອງເທດຈຶ່ງຊືມເລິກເຂົ້າຊີ້ນປາໄດ້. ເວລານັ້ນປາທັງແໜ້ນ, ຜົງ, ເຂົ້າເຄື່ອງດີ, ທັງມີກິ່ນຫອມພິເສດສະເພາະ, ເຊິ່ງບໍ່ເຄີຍມີຢູ່ບ່ອນອື່ນ “.

ທ່ານ ເຈິ່ນບ໋າລ້ວນ, ເຈົ້າຂອງຮາກຖານ ຕົ້ມເຄັມປາ, ໃນໝູ່ບ້ານ ຫວູດ້າຍ

ເວລາທີ່ແຂກມາຊື້ ຕົ້ມເຄັມປາຫຼາຍສຸດໃນໂອກາດບຸນເຕັດແມ່ນຖືກແກ່ຍາວໃນ 10 ວັນ. ວັນເທວະດາຜູ້ດູແລເຕົາໄຟ (23 ເດືອນສິບສອງ) ເຖິງກ່ອນບຸນເຕັດ 2 ວັນ. ໃບບິນຈ່ອງຊື້ ຕົ້ມເຄັມປາຫຼາຍທີ່ສຸດຈົນທັງໝູ່ບ້ານເຮັດກໍ່ບໍ່ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດໃຫ້ໄດ້ຢ່າງຄົບຖ້ວນເທື່ອ. ໝໍ້ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ ບໍ່ພຽງແຕ່ຖືກສົ່ງໄປຂາຍໃນທົ່ວປະເທດເທົ່ານັ້ນ, ຫາກຍັງສົ່ງໄປຂາຍຢູ່ຫຼາຍປະເທດໃນໂລກອີກດ້ວຍ, ກໍ່ຄືໄດ້ຮັບການແນະນຳໃນບາງຊ່ອງໂທລະພາບຕ່າງປະເທດອີກ. ທ່ານ ເຈິ່ນບ໋າລ້ວນ, ເຈົ້າຂອງຮາກຖານ ຕົ້ມເຄັມປາ, ໃນໝູ່ບ້ານ ຫວູດ້າຍ, ໃຫ້ຮູ້ວ່າ:

“ໃນວັນບຸນ, ຊາວ ຫວຽດນາມ ອາໄສຢູ່ ອາເມລິກາ, ຝະລັງ, ເຢຍລະມັນ, ລັດເຊຍ… ມາຊື້ ຕົ້ມເຄັມປາຈາກໝູ່ບ້ານ ຫວູດ້າຍ ເພື່ອເປັນຂອງຂວັນໃນບຸນເຕັດ. ຄອບຄົວຂ້າພະເຈົ້າຫາກໍ່ຕົ້ມປາໄດ້ 16 ໝໍ້, ແຕ່ລະໝໍ້ແມ່ນ 5 ກິໂລກຼາມ, ເພື່ອຂາຍໃຫ້ແຂກນຳໄປ ສເກົາຫຼີ. ໃນມື້ທຳມະດາ, ຄອບຄົວຂ້າພະເຈົ້າຕົ້ມໄດ້ແຕ່ 50-100 ໝໍ້. ຮອດບຸນເຕັດຄວາມຕ້ອງການຕົ້ມເຄັມປາຂອງລູກຄ້າຫຼາຍໂພດ, ຄອບຄົວຂ້າພະເຈົ້າເຮັດກໍ່ບໍ່ທັນ. ດ້ວຍຮາກຖານຜະລິດກວ້າງເກືອບ 500ຕາແມັດ. ຄອບຄົວຂ້າພະເຈົ້າພຽງແຕ່ຕອບສະໜອງຄວາມຕ້ອງການ ຕົ້ມເຄັມປາໃຫ້ລູກຄ້າໄດ້ແຕ່ 900 - 1.100 ໝໍ້/ວັນເທົ່ານັ້ນ. ແຕ່ແຂກມາຈ່ອງຊື້ ພັດຂຶ້ນເຖິງເກືອບ 3000 ໝໍ້/ວັນ “

ຕົ້ມເຄັມປາແມ່ນໜຶ່ງໃນບັນດາເຍື່ອງອາຫານທີ່ເປັນມູນເຊື້ອ ເຊິ່ງໄດ້ຮັບຄວາມນິຍົມ, ເລືອກເຟັ້ນຈາກຊາວຫວຽດນາມຫຼາຍຄອບຄົວໃນໂອກາດບຸນເຕັດ. ຍິ່ງກວ່ານັ້ນ, ພາເຂົ້າໃນຊຸມວັນເຕັດມີອາຫານຫຼາຍເຍື່ອງທັງມັນ ແລະ ມີທາດໂປຼຕີນຫຼາຍເຮັດໃຫ້ເບື່ອງ່າຍ, ສະນັ້ນກິນປາພ້ອມກັບຜັກກາດດອງ, ຫົວຜັກບົວດອງ, ກາຣົດດອງແມ່ນຈະເໝາະສົມທີ່ສຸດ.

ຕົ້ມເຄັມປາແຕ່ລະໝໍ້ຂອງໝູ່ບ້ານ ຫວູດ້າຍ ແມ່ນຂອງຂວັນບຸນເຕັດທີ່ມີຄວາມໝາຍເພື່ອໃຫ້ຍາດຕິພີ່ນ້ອງ, ເພື່ອນມິດມອບໃຫ້ກັນໃນໂອກາດບຸນເຕັດ. ຜະລິດຕະພັນພິເສດ ຕົ້ມເຄັມປາຂອງໝູ່ບ້ານ ຫວູດ້າຍ, ແມ່ນອາຫານທີ່ເປັນເອກະລັກສະເພາະ, ທີ່ເຂັ້ມຂຸ້ນໄປດ້ວຍລົດຊາດບ້ານນາ ຫວຽດນາມ, ໄດ້ປະກອບສ່ວນເຮັດໃຫ້ອາຫານການກິນ ຫວຽດນາມ ອຸດົມສົມບູນ ຍິ່ງຂຶ້ນ.