(vovworld) - ກົມຊັບສິນທາງປັນຍາ - ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫາກໍ່ສະໜອງໃບຢັ້ງຢືນຈົດທະບຽນ ແນະນຳດ້ານພູມສາດສຳລັບຜະລິດຕະພັນໝາກມ່ວງມົນ ອຽນເຈົາ, ແຂວງ ເຊີນລາ, ຢູ່ 3 ຕາແສງ ເຊັ່ນ: ຈ່ຽງປັ່ນ, ວຽງລ່ານ ແລະ ຊັບວາດ. ໂດຍແມ່ນໝາກມ່ວງຊະນິດທີ 2 ໃນທົ່ວປະເທດໄດ້ຮັບໜັງສືຢັ້ງຢືນດັ່ງກ່າວ, ນີ້ແມ່ນຂ່າວດີເພື່ອໃຫ້ຊາວກະສິກອນຢູ່ແຂວງ ເຊີນລາ ມີຄວາມອຸ່ນອ່ຽນໃຈພັດທະນາຕົ້ນໝາກມ່ວງ, ຍົກສູງລາຍຮັບ, ກໍ່ສ້າງຊົນນະບົດໃໝ່. ບົດຂຽນ “ປະຊາຊົນແຂວງ ເຊີນລສ ປົກປັກຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າໝາກມ່ວງອຽນເຈົາ” ຂອງຮ່ວາງລອງ, ນັກຂ່າວ VOV.

(ພາບປະກອບ)
“ເມື່ອທຽບໃສ່ກັບການປູກສາລີໃນເມື່ອກ່ອນ ແລະ ການປູກໝາກມ່ວງໃນປະຈຸບັນ ເຫັນວ່າປູກໝາກມ່ວງດີກ່ວາຫຼາຍ ຍ້ອນບໍ່ຕ້ອງເສຍເວລາບົວລະບັດ ແລະ ນຳມາເຊິ່ງລາຍຮັບສູງກ່ວາ. ປະຈຸບັນ, ສາລີໂລໜຶ່ງມີລາຄາ 4.000 ດົ່ງເທົ່ານັ້ນ, ແຕ່ໝາກມ່ວງມີລາຄາແຕ່ 15.000 – 20.000 ດົ່ງ/ໂລ”
ໝາກມ່ວງມົນ ອຽນເຈົາ ມີຂະໜາດນ້ອຍ, ແຕ່ແກ່ນກໍ່ນ້ອຍ ແລະ ມີກິນຫອມພິເສດສະເພາະ. ໝາກມ່ວງໄດ້ຮັບການເກັບກ່ຽວເມື່ອເລີ່ມສຸກ ດັ່ງນັ້ນມີຄຸນນະພາບດີ. ອ້າຍ ເຈີ່ນດັງນີງ, ແຂກທ່ອງທ່ຽວແຂວງ ກວາງນີງ, ໃຫ້ຮູ້ວ່າ:
“ໝາກມ່ວງ ອຽນເຈົາ ມີລົດຫວານພິເສດ ຕ່າງກັບໝາກມ່ວງຊະນິດອື່ນໆ. ໝາກມ່ວງອຽນເຈົາ ໄດ້ຮັບການເກັບກ່ຽວເມື່ອຍັງເຫີ່ມ ດັ່ງນັ້ນເມື່ອກິນແມ່ນພໍດີສຸກ, ຫວານ, ບໍ່ຕ້ອງໃຊ້ທາດເຄມີໃຫ້ສຸກ.”
ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ນຳໝາກມ່ວງຂອງເມືອງ ອຽນເຈົາ ເຂົ້າບັນຊີລາຍຊື່ແນວພັນຫາຍາກຕ້ອງໄດ້ຮັບການອະນຸລັກຮັກສາ ແລະ ພັດທະນາ. ໝາກມ່ວງນີ້ໄດ້ຮັບຖືວ່າແມ່ນໝາກມ່ວງໜຶ່ງດຽວຂອງພາກເໜືອ ຫວຽດນາມ ໄດ້ຈັດເຂົ້າບັນຊີລາຍຊື່ຂອງອົງການອາຫານ ແລະ ການກະເສດໂລກ (FAO) ທີ່ຈຳເປັນຕ້ອງໄດ້ຮັບການຮັກສາ ແລະ ພັດທະນາ. ຫວ່າງມໍ່ໆມານີ້, ກົມຊັບສິນທາງປັນຍາ - ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫາກໍ່ສະໜອງໃບຢັ້ງຢືນຈົດທະບຽນ ແນະນຳດ້ານພູມສາດສຳລັບຜະລິດຕະພັນໝາກມ່ວງມົນ ອຽນເຈົາ, ພ້ອມກັບໝາກມ່ວງ ຮ່ວາໂລກ (ແຂວງຕ່ຽນຢາງ). ນີ້ແມ່ນບາດກ້າວສຳຄັນເພື່ອໃຫ້ບັນດາຜູ້ປູກໝາກມ່ວງຂອງ ເມືອງ ອຽນເຈົາ ມີຄວາມອຸ່ນອຽນໃຈຕິດພັນກັບຕົ້ນໄມ້ຊະນິດນີ້. ທ່ານ ຮ່ວາງວັນແກ໋ວ, ຮອງປະທານສະພາປູກ ແລະ ຈຳໜ່າຍໝາກມ່ວງເມືອງ ອຽນເຈົາ, ແຂວງ ເຊີນລາ, ໃຫ້ຮູ້ວ່າ:
“ປະຊາຊົນມີຄວາມເບີກບານມ່ວນຊື່ນຫຼາຍຍ້ອນວ່າໝາກມ່ວງປີນີ້ມີລາຄາສູງ, ເມື່ອທຽບໃສ່ປີກ່ອນໂລໜຶ່ງມີລາຄາພຽງ 5.000 ດົ່ງເທົ່ານັ້ນ. ແຕ່ລະປີ, ໂລໜຶ່ງມີລາຄາ 14.000 ດົ່ງ, ດັ່ງນັ້ນ ສະມາຄົມປູກ ແລະ ຈຳໜ່າຍໝາກມ່ວງຈຶ່ງມີຄວາມເບີກບານມ່ວນຊື່, ປະຊາຊົນສົມທົບກັບສະມາຄົມປູກໝາກມ່ວງ ຕັ້ງໜ້າບົວລະບັດເພື່ອໃຫ້ປີໜ້າໝາກມ່ວງຈະບັນລຸສະມັດຕະພາບສູງກ່ວາ.”
ພາບປະກອບ
|
ປະຈຸບັນ, ໃນທົ່ວເມືອງ ອຽນເຈົາ ມີເນື້ອທ່ີປູກໝາກມ່ວງປະມານກ່ວາ 400 ເຮັກຕາ, ສ່ວນຫຼາຍແມ່ນຕົ້ນໝາກມ່ວງຫຼາຍປີ, ສຸມໃສ່ 3 ຕາແສງ ຈ່ຽງປັ່ນ, ວຽງລ່ານ ແລະ ຊັບວາດ, ໝາກມ່ວງກໍ່ແມ່ນຕົ້ນໄມ້ບໍ່ເຄີຍຖືກສັດຕູພືດ, ການລົງທຶນບົວລະບັດກໍ່ບໍ່ຫຼາຍ, ດັ່ງນັ້ນຄ່ອຍໆກາຍເປັນຕົ້ນໄມ້ຕົ້ນຕໍ ຊ່ວຍໃຫ້ພໍ່ແມ່ປະຊາຊົນລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ. ທ່ານ ເລ່ື່ອງຈູງຮ໋ຽວ, ປະທານຄະນະກຳມະການປະຊາຊົນເມືອງ ອຽນເຈົາ, ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ເມືອງ ຈະສົມທົບກັບອົງການທີ່ກ່ຽວຂ້ອງ, ສະຖາບັນຄົ້ນຄ້ວາຜັກ ແລະ ໝາກໄມ້ ຮ່າໂນ້ຍ ເພື່ອຄົ້ນຄ້ວາ ແລະ ຂະຫຍາຍໝາກມ່ວງປະເພດນີ້:
“ເພື່ອສືບຕໍ່ອະນຸລັກຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າໝາກມ່ວງ ອຽນເຈົາ, ໃນໄລຍະຈະມາເຖິງ, ເມືອງຈະສືບຕໍ່ປະຕິບັດສຳເລັດ ແລະ ຍົກສູງຄຸນນະພາບຂອງສະມາຄົມປູກ ແລະ ຈຳໜ່າຍໝາກມ່ວງ. ພ້ອມທັງກຳນົດສາຍພົວພັນລະຫວ່າງຄອບຄົວປູກ ແລະ ຈຳໜ່າຍໝາກມ່ວງກັບບັນດາຄອບຄົວຊາວກະສິກອນ, ສ້າງຕັ້ງບັນດາໜ່ວຍຜະລິດຢູ່ບັນດາຕາແສງໃນເຂດແນະນຳພູມສາດ.”
ດ້ວຍເຄື່ອງໝາຍການຄ້າທີ່ໄດ້ຮັບການຮັບຮອງນັ້ນ, ຊາວກະສິກອນເມືອງ ອຽນເຈົາ ພວມພ້ອມກັນຮັກສາອິດທິພົນຊ່ືສຽງ, ຄຸນນະພາບຂອງໝາກມ່ວງມົນ ອຽນເຈົາ. ຈາກນັ້ນ, ຊ່ວຍໃຫ້ປະຊາຊົນມີລາຍຮັບຕື່ມອີກ, ຜະລິດເປັນປົກກະຕິ, ຍົກສູງຊີວິດການເປັນຢູ່ດ້ານເສດຖະກິດ, ສັງຄົມ, ກໍ່ສ້າງບ້ານເກີດເມືອງນອນໃຫ້ນັບມື້ນັບພັດທະນາ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
