ແຕ່ລະປີເກີນເທີໄດ້ຂາຍໝາກໄມ້ຊະນິດຕ່າງໆເກືອບ 100.000 ໂຕນ |
ທ່ານເຈົາວັນຕິນ, ອາຍຸເກືອບ 70 ປີ ຢູ່ ຕາແສງເຈື່ອງແທັງ, ເມືອງເທີຍລາຍ ພວມນັ່ງດື່ມກາເຟກັບໝູ່ເພື່ອນຂອງຕົນ ແລະ ເລົ່າກ່ຽວກັບເລື່ອງລາວທີ່ໄດ້ເຂົ້າຮ່ວມຊຸດຝຶກອົບຮົມຄອມຟິວເຕີ, ໄດ້ຮັບການແນະນຳວິທີປູກຝັງ ແລະ ໝູນໃຊ້ວິທະຍາສາດເຕັກນິກ ໃນການປູກຕົ້ນໄມ້ກິນໝາກ. ຄອບຄົວທ່ານມີເນື້ອທີ່ດິນປູກຕົ້ນໄມ້ກິນໝາກກ່ວາ 8000 ຕາແມັດ. ກ່ອນນີ້, ຮອດລະດູການເກັບກ່ຽວ, ທ່ານຕ້ອງຊອກຫາສົ້ນອອກໃຫ້ຜະລິດຕະພັນ ດ້ວຍຄວາມຫຍຸ້ງຍາກຫຼາຍຢ່າງ, ລາຄາບໍ່ເປັນປົກກະຕິ. ທ່ານເຫັນວ່າ ໃນການປູກຝັງ ຕ້ອງສີດຢາຂ້າສັດຕູພືດ ແລະ ໃຊ້ຟຸ່ນຕາມຄວາມຕ້ອງການ ແຕ່ຕ້ອງເສຍເງິນຫຼາຍ, ສະມັດຕະພາບຍັງຕ່ຳຢູ່. ແຕ່ເມື່ອໄດ້ເຂົ້າຮ່ວມ ຊຸດຝຶກອົບຮົມເຕັກນິກການປູກຝັງ ໂດຍທ້ອງຖິ່ນຈັດຂຶ້ນນັ້ນ, ທ່ານຈຶ່ງຮູ້ໄດ້ວ່າ ຕ້ອງນຳໃຊ້ວິທະຍາສາດເຕັກນິກເຂົ້າໃນການຜະລິດ ຈາກນັ້ນຈຶ່ງຈະຍົກສູງສະມັດຕະພາບ, ຄຸນນະພາບຂອງຜະລິດຕະພັນໄດ້ ເພື່ອຮັບໃຊ້ໃຫ້ແກ່ຄວາມນິຍົມໃນທ້ອງຕະຫຼາດ. ທ່ານຕິນ ກ່າວວ່າ:
ເມື່ອກ່ອນຕົນເອງນຳໃຊ້ຟຸ່ນ, ຢາຂ້າສັດຕູພືດຢ່າງບໍ່ມີແບບແຜນ, ແຕ່ປະຈຸບັນນີ້ ກໍ່ຮູ້ແລ້ວ, ເມື່ອຜະລິດຕະພັນຂອງຕົນໄດ້ນຳມາກວດກາ, ຖ້າບໍ່ປອດສານຜິດລູກຄ້າຈະບໍ່ຊື້. ເຮົາໄປຮຽນເພື່ອຮູ້ວິທີນຳໃຊ້, ຕົວຢ່າງຄືຕ້ອງໃຊ້ຟຸ່ນບໍ່ມີສານຜິດ ຫລຝຸ່ນອົງຄະທາດ.
ທ່ານຫງວຽນວັນແຍນ, ຢູ່ເມືອງເທີຍລາຍ ໄດ້ແບ່ງປັນວ່າ: ຕ້ອງກຳໄດ້ຕະຫຼາດເພື່ອຂາຍຜະລິດຕະພັນໃຫ້ໄດ້ຫຼາຍ. ທ່ານໃຫ້ຮູ້ວ່າ: ການໄປຝຶກອົບຮົມ ໄດ້ເຮັດໃຫ້ປ່ຽນແປງຈິນຕະນາການທຳການຜະລິດຂອງທ່ານ ໃນຫຼາຍສິບປີທີ່ຜ່ານມາ. ບໍ່ພຽງແຕ່ກຳໄດ້ຄວາມຕ້ອງການຂອງຕະຫຼາດ, ລາຄາເທົ່ານັ້ນ, ທ່ານຍັງຮັບຮູ້ໄດ້ວ່າ: ຕ້ອງມີການປ່ຽນແປງ ເພື່ອໃຫ້ຜະລິດຕະພັນມີບ່ອນຢືນໃນຕະຫຼາດ, ໄດ້ຮັບການຮັບຮູ້ຈາກຜູ້ບໍລິໂພກອຸປະໂພກ. ໃນເວລານັ້ນຈຶ່ງຢືນຢັນເຄື່ອງໝາຍການຄ້າໝາກໄມ້ໄດ້, ຍ້ອນວ່າ ຕະຫຼາດໃນປະຈຸບັນ ໄດ້ເປີດປະຕູແລ້ວ, ຮຽກຮ້ອງໃຫ້ມີມາດຕະຖານສູງກ່ວາ, ຖ້າບໍ່ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ກໍ່ຍາກທີ່ຈະແກ່ງແຍ້ງກັບຜະລິດຕະພັນນຳເຂົ້າໄດ້. ທ່ານແຍນເວົ້າວ່າ:
ເຮົາໄດ້ນຳໃຊ້ວິທະຍາສາດເຂົ້າໃນສວນຂອງຕົນ ເພື່ອໃຫ້ມີປະສິດທິຜົນສູງກ່ວາ. ຕ້ອງຊອກຮູ້ຂໍ້ມູນໃນເຄືອຂ່າຍອິນເຕີແນັດຄື: ລາຄາ, ສົ່ງອອກໄປຍັງປະເທດໃດ, ເຕັກນິກ, ປະສິດທິຜົນດ້ານເສດຖະກິດ, ລາຍຮັບ, ສົ້ນອອກ…..
ແຕ່ລະປີເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ສົ່ງອອກໝາກໄມ້ເຖິງ 65% ຂອງທົ່ວປະເທດ |
ຮຽນເພື່ອນຳໃຊ້ເຂົ້າໃນການຜະລິດ, ເມື່ອປະສົບຜົນສຳເລັດກໍ່ແນະນຳໃຫ້ຜູ້ອື່ນເພື່ອພ້ອມກັນສ້າງຄວາມຮັ່ງມີ. ສຳລັບທ່ານ ຈິ້ງຮ່ວາງໂທຍ ໄດ້ແບ່ງປັນວ່າ: ນັບແຕ່ເມື່ອໄດ້ເຂົ້າຮ່ວມຊຸດຝຶກອົບຮົມ ທ່ານຈຶ່ງຮູ້ວິທີນຳໃຊ້ຄອມຟິວເຕີ, ຮູ້ຈັກເຖິງຕະຫຼາດ ແລະ ຮູ້ໄດ້ວ່າ ໝາກໄມ້ຊະນິດໃດທີ່ຜູ້ໂບລິໂພກອຸປະໂພກມີຄວາມນິຍົມຊົມຊອບ, ຈາກນັ້ນກໍ່ປ່ຽນແປງການຜະລິດ ເພື່ອບໍ່ຕ້ອງຫ່ວງເລື່ອງລາຄາຍາມລະດູເກັບກ່ຽວວຽນມາ. ທ່ານໂທຍ ຖືວ່າ: ການປ່ຽນແປງຈີນຕະນາການໃນການຜະລິດ ແມ່ນຄວາມຕ້ອງການທີ່ຈຳເປັນສຳລັບຊາວກະສິກອນ, ບໍ່ພຽງແຕ່ໄດ້ຍົກສູງສະມັດຕະພາບ, ຄຸນນະພາບເທົ່ານັ້ນ, ຫາກລາຍຮັບກໍ່ໄດ້ຍົກສູງຂຶ້ນອີກດ້ວຍ, ແລະ ໃນເວລານັ້ນ, ຈະຢັ້ງຢືນໄດ້ເຄື່ອງໝາຍການຄ້າຂອງຜະລິດຕະພັນ ແລະ ມີການພັດທະນາໄດ້. ທ່ານໂທຍ ເວົ້າວ່າ:
ຮຽນເພື່ອຮູ້ຈັກການແລກປ່ຽນສິນຄ້າ, ລາຄາເໜັງຕີງໃນທ້ອງຕະຫຼາດ, ເພື່ອມີຜະລິດຕະພັນກະເສດປອດສານຜິດ, ລາຄາຂາຍຈະໄດ້ດີກ່ວາ. ຍ້ອນໄດ້ຮັບຄວາມຮູ້ຕື່ມອີກ, ຂ້າພະເຈົ້າຈຶ່ງເຂົ້າໃຈໄດ້ຫຼາຍກ່ວາ ແລ້ວກໍ່ແນະນຳໃຫ້ຊາວກະສິກອນເຮັດໄດ້ດີກ່ວາອີກ.
ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ໄດ້ປະກອບສ່ວນ 65% ການສົ່ງອອກໝາກໄມ້ຂອງທົ່ວປະເທດ, ມີໝາກໄມ້ຫຼາຍຊະນິດ ໄດ້ສົ່ງໄປຍັງບັນດາຕະຫຼາດ ທີ່ຮຽກຮ້ອງມາດຕະຖານສູງ, ບາງຊະນິດໄດ້ຮັບການຕີລາຄາວ່າ ແຊບກ່ວາເມື່ອທຽບກັບປະເທດຕ່າງໆໃນພາກພື້ນ. ນະຄອນເກີນເທີ ແມ່ນໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງ, ແຕ່ລະປີ ໄດ້ສົ່ງ ໝາກໄມ້ຊະນິດຕ່າງໆໄປຂາຍຢູ່ຕະຫຼາດໄດ້ຫຼາຍກ່ວາ 1 ແສນໂຕນ, ເພື່ອຍົກສູງຊີວິດການເປັນຢູ່ ແລະ ຢືນຢັນເຄື່ອງໝາຍການຄ້າໝາກໄມ້, ທາງນະຄອນ ໄດ້ຈັດ ຊຸດຝຶກອົບຮົມໃຫ້ແກ່ຊາວກະສິກກອນຫຼາຍຊຸດ ເພື່ອກຳໄດ້ເຕັກນິກ ແລະ ໝູນໃຊ້ເຂົ້າໃນການຜະລິດ. ບັນດາຊາວກະສິກອນຄືທ່ານ ຕິນ, ທ່ານແຍນ ຫຼືທ່ານໂທຍ ບໍ່ພຽງແຕ່ແມ່ນໄດ້ຮຽນ ແລະ ໝູນໃຊ້ເຕັກນິກໃໝ່ເທົ່ານັ້ນ, ຫາກຍັງແມ່ນການແບ່ງປັນບົດຮຽນໃນການຜະລິດ, ເພື່ອຍົກສູງຄຸນນະພາບການຜະລິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພາຍໃນ ແລະ ສົ່ງອອກໄປຕ່າງປະເທດອີກດ້ວຍ. ນັ້ນແມ່ນແທດແທ້ຄຸນສົມບັດທີ່ຈຳເປັນຕ້ອງມີ ຂອງຊາວກະສິກອນຫວຽດນາມ ໃນໄລຍະປ່ຽນແປງໃໝ່ ແລະ ເຊື່ອມຕົວເຂົ້າກັບສາກົນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
