ໄລຍະຜ່ານມາ, ດົ່ງທາບ ຍາມໃດກໍເອົາໃຈໃສ່ເປັນພິເສດເຖິງປັດໄຈ “ສີຂຽວ” ໃນການພັດທະນາການທ່ອງທ່ຽວ. ນີ້ກແມ່ນພື້ນຖານແກ່ນສານໃນຍຸດທະສາດການທ່ອງທ່ຽວຂອງທ້ອິ່ນ, ໂດຍສຸມໃສ່ຮູບແບບນິເວດກສິກຳ. ພ້ອມ​ທັງ, ພັດທະນາແບບຍືນຍົງ ແລະ ບັນດາຮູບແບບການທ່ອງທ່ຽວທີ່ບໍ່ສົ່ງຜົນເສຍຫາຍຕໍ່ສິ່ງແວດລ້ອມ, ຮັກສາທັດສະນີຍະພາບທຳມະຊາດຢູ່ບັນດາເຂດທ່ອງທ່ຽວນິເວດ, ເຊັ່ນ: ປ່າ​ສະ​ຫງວນ​ແຫ່ງຊາດ ຈ່າມຈິມ, ເຂດປູຊະນີຍະສະຖານ ແສວກຸຍ, ູ່ບ້ານດອກໄມ້ ຊາແດັກ; ເຂດທ່ອງທ່ຽວນິເວດໜອງບົວທາບເມື່ອຍ, ໂຮມສະເຕ ບ້ານສວນ, ການ​​ທ່ອງ​ທ່ຽວ​ສວນ​​ໝາກກ້ຽງ​ນ້ອຍ ລາຍວຸງ. ນອກຈາກນັ້ນແລ້ວ, ທາງທ້ອງຖິ່ນກໍໄດ້ຊຸກຍູ້ການນຳໃຊ້ລົດໄຟຟ້າພະລັງງານແສງຕາເວັນ, ຈຳກັດການນຳໃຊ້ລາດຕິກຢູ່ບັນດາສະຖານທີ່ທ່ອງທ່ຽວອີກດ້ວຍ. ໃນນັ້ນ, ຈຸດສຸມແມ່ນການທ່ອງທ່ຽວນິເວດໜອງບົວ ທາເມື່ອຍ, ກະສິກຳສີຂຽວໝູນວຽນ ແລະ ສະຖາປັດຕະຍາກຳສີຂຽວ, ເພື່ອແນໃສ່ຍົກ​ລະ​ດັບ​ການທ່ອງທ່ຽວ ແລະ ປົກປັກຮັກສາລະບົບນິເວດທ້ອງຖິ່ນໄວ້. ຈາກນັ້ນ, ກໍເຮັດໃຫ້ ຈິນຕະນາການຂອງຫຼາຍວິສາຫະກິດປ່ຽນແປງ, ປະຊາຊົນ​​ເຮັດກາທ່ອງທ່ຽວຈາກ “ການຜະລິດກະສິກຳ” ໄປສູ່ “ເສດຖະກິດກະສິກຳ”, ດ້ວຍ​ການປະສານລະຫວ່າງກະສິກຳແບບອັດສະລິຍະ ແລະ ການທ່ອງທ່ຽວ​​ຕົວຈິງ…

ປັດຈຸບັນ, ຢູ່ທ້ອງຖິ່ນ ມີຫຼາຍເຂດທ່ອງທ່ຽວໄດ້ສ້າງບັນດາລາຍການທ່ອງທ່ຽວນິເວດ, ການທ່ອງທ່ຽວຊຸມຊົນ, ການທ່ອງທ່ຽວໝູນວຽນ, ທັງເປັນມິດກັບສິ່ງແວດລ້ອມ, ທັງ​​ເປັນເອກະລັກສະເພາະ. ທ່ານ ເຈືອງວັນມາຍ, ເຈົ້າຂອງ​​ເຂດທ່ອງທ່ຽວນິເວດ ນາມເຮືອງ, ຕາແສງ ເຕິນຮົ່ງ, ແຂວງ ດົ່ງທາບ ແລະ ອ້າຍ ຫງວຽນແທັງຟອງ, ແຂກທ່ອງທ່ຽວມາຈາກນະຄອນ ໂຮ່ຈີມິນ, ແບ່ງປັນວ່າ:

ເຂດທ່ອງທ່ຽວຂອງຂ້າພະເຈົ້າມີເນື້ອທີ່ປະ​ມານ 2 ເຮັກຕາ, ມັນ​ບໍ່​ຄື​ກັນ​ກັບ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໃດ. ຢູ່​ທີ່ນີ້​ມີຫຼາຍ​ເບ້ຍ​ໄມ້, ມີຕົ້ນໄມ້ກິນໝາກ​ທີ່​ຫາ​ຍາກຂອງ ຫວຽດນາມ ແລະ ມີ​ບາງຕົ້ນໄມ້ກິນໝາກ​​​ທີ່​ເປັນ​ຜະ​ລິດ​ຕະ​ພັນພິ​ເສດຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ສວແຫ່ງ​ນີ້​ເຮັດຕາມ​ວິ​ທີ​ການ​ອໍ​ແກ​ນິກ​. ປັດຈຸບັນ, ສວນໝາກນ້ຳນົມຂອງຂ້າພະເຈົ້າແມ່ນສວນໃຫຍ່ສຸດຢູ່ ຫວຽດນາມ”.

ຂ້າພະເຈົ້າມາແຕ່ໄກ, ໂດຍໄດ້ຮູ້ຈັກເຖິງເຂດທ່ອງທ່ຽວນິເວດ ນາມເຮືອງຜ່ານຂໍ້ມູນໃນສື່ສັງຄົມອອນໄລ. ເປັນຄັ້ງທຳອິດທີ່ມາເຂດທ່ອງທ່ຽວແຫ່ງນີ້, ຂ້າພະເຈົ້າມາພ້ອມກັບຄອບຄົວ, ດ້ວຍຈຸດປະສົງເພື່ອໃຫ້ລູກນ້ອຍ ແລະ ພໍ່ແມ່ມີໂອກາດໄດ້ຢ້ຽມຊົມ, ລົງຕົວຈິງ. ເມື່ອມາຮອດເຂດທ່ອງທ່ຽວແຫ່ງນີ້, ຂ້າພະເຈົ້າເຫັນວ່າ ອາກາດຢູ່ນີ້ປອດໂປ່ງທີ່ສຸດ”.

ໄປຄຽງຄູ່ກັບເປົ້າໝາຍອະນຸລັກຮັກສາລະບົບນິເວດ, ເລື່ອງຜູພັນລະຫວ່າງການທ່ອງທ່ຽວສີຂຽວ ກັບເຕັກໂນໂລຢີດີຈີຕອນຢ່າງແໜ້ນແຟ້ນ ຈະແມ່ນຂໍ້ກຸນແຈເພື່ອສ້າງບັນດາລາຍການ​​ທ່ອງ​ທ່ຽວ​ແບບອັດສະລິຍະ​ໃຫ້ດີທີ່ສຸດ. ດົ່ງທາບ ໄດ້ເຊັນບົດບັນທຶການຮ່ວມມືຍຸດທະສາດຫຼາຍສະບັບເພື່ອພັດທະນາພື້ນຖານໂຄງລ່າງດີຈີຕອນທີ່ທັນສະໄໝ; ນຳໃຊ້ພື້ນຖານດີຈີ​​ຕອນ, ສື່ສັງຄົມອອນໄລເພື່ອໂຄສະນາພາບພົດ; ຫັນບັນດາ​​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເປັນດີຈີຕອນ ແລະ ໝູນໃຊ້ການທ່ອງທ່ຽແບບອັດສະລິຍະ, ແຜນທີ່ດີຈີຕອນ ​ເພື່ອ​ຊ່ວຍຄົ້ນຫາຂໍ້ມູນໄດ້ຢ່າງວ່ອງໄວ. ຕາມທ່ານ ເຈິ່ນຫືວຕ່າຍ, ເຈົ້າຂອງ​ເຂດ​ທ່ອງທ່ຽວສວນຕົ້ນໄມ້ປະດັບ ງອກລານ, ຕາແສງ ຊາແດັກ, ແຂວງ ດົ່ງທາບ ແລ້ວ, ດ້ວຍຄວາມສາມາດ​ພົວ​ພັນ ແລະ ການເຊື່ອມຕໍ່ຢ່າງກວ້າງຂວາງນັ້ນ, ບັນແພຼດຟຼອມສື່ສັງຄົມອອນໄລ, ຄື: Facebook, Zalo, Instagram… ໄດ້ ແລະ ພວມກາຍເປັນ “ຜູ້ຊ່ວຍວຽກທີ່ດີທີ່ສຸດ” ຊ່ວຍໂຄສະນາບັນດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ໜູນຊ່ວຍແຂກທ່ອງທ່ຽວ ແລະ ຍົກສູງ​​ຄວາມສາມາດແກ້ງແຍ້ງໃຫ້ແກ່ຂະແໜງການທ່ອງທ່ຽວຂອງທ້ອງຖິ່ນ:

“ກ່ອນນີ້, ສະຖານທີ່ທ່ອງທ່ຽວຂອງຂ້າພະເຈົ້າ ແລະ ຂອງຊາແດັກ ຍັງບໍ່ທັນໄດ້ເປັນທີ່ຮູ້ຈັກເຖິງຢ່າງກວ້າງຂວາງຄືໃນປັດຈຸບັນ. ຊຸມປີມໍ່ໆມານີ້, ​ພວກຂ້າພະເຈົ້າ​ໄດ້​ໂຄ​ສະ​ນາ​ຜະລິດຕະພັນທ່ອງທ່ຽວຂອຕົນ​ຜ່ານ Tiktok, Zalo… ແລະ ໂຄສະນາເອງ, ຈາກນັ້ນ ບັນດາຜະລິດຕະພັນທ່ອງທ່ຽວໃໝ່ ກໍ່ໄດ້ຮັບການແຜ່ກະຈາຍ ແລະ ມີເຄື່ອງໝາຍການຄ້າ. ນັ້ນກໍແມ່ນບັນຫາປ່ຽນແປງທີ່ຈຳເປັນ, ວກຂ້າພະເຈົ້າຕ້ອງຮູ້ເພື່ອພັດທະນາຕາມຄວາມຕ້ອງການ”.

ປີ 2025, ຂະ​ແໜງການທ່ອງທ່ຽວ ດົ່ງທາບ ໄດ້ຕ້ອນຮັບແຂກທ່ອງທ່ຽວປະມານ 7,3 ລ້ານເທື່ຄົນ. ທ່ານາງ ຫງວຽນທິອວຽນຈາງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດົ່ງທາບ, ໃຫ້ຮູ້ວ່າ ໄລຍະ 2026 2030, ຈຸດສຸມແມ່ນຫັນຂໍ້ມູນເປັນດີຈີຕອນ, ພັດທະນາການທ່ອງທ່ຽວອັດສະລິຍະ ແລະ ໝູນໃຊ້ບັນດາແພຼດຟອມດີຈີຕອນເຂົ້າໃນການສົ່ງເສີມ, ໂຄສະນາ. ທາງແຂວງກໍໝູນໃຊ້ເຕັກໂນໂລຢີສະເໝືອນຈິງ, ປັນຍາປະດິດ (AI) ແລະ ປະຕູຖານຂໍ້ມູນການທ່ອງທ່ຽວເພື່ອຍົກ​ລະ​ດັບ​ການ​ທ່ອງ​ທ່ຽວ, ມຸ່ງໄປເຖິງເປົ້າໝາຍຕ້ອນຮັບແຂກທ່ອງທ່ຽວ 8 ລ້ານເທື່ອຄົນໃນປີ 2026 ແລະ 50 ລ້າເທື່ອຄົນໃນປີ 2030.

ໃນສະພາບການເສດຖະກິດສີຂຽວຕິດພັນກັບເປົ້າໝາຍພັດທະນາເສດຖະກິດຂອງແຂວງ, ສຳລັການທ່ອງທ່ຽວ ດ້ວຍ​ການກຳນົດພັດທະນາສີຂຽວຕິດພັນກັບການຫັນເປັນດີຕອນ ແມ່ນພື້ນຖານເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວແບບຍືນຍົງ. ດ້ວຍຄວາມຄາດຫວັງປ່ຽນແປງໃໝ່ ແລະ ຄວາມສາມາດປັບຕົວເຂົ້າກັບຄວາມຕ້ອງການພັດທະນາໃໝ່, ທາງແຂວງໄດ້ລະດົມແຫຼ່ງກຳລັງ, ເຊື່ອມຕໍ່ວິສາຫະກິດເຂົ້າລະບົບຕ່ອງ​ໂສ້​ມູນຄ່າເພື່ອສ້າງຜະລິດຕະພັນທ່ອງທ່ຽວໃໝ່, ກິດຈະກຳໃໝ່, ການບໍລິການໃໝ່, ເພື່ອຍົກສູງລິດຕະພັນຕາມທິດສີວິໄລ, ປອດໄພ ແລະ ເປັນມືອາຊີບໃຫ້ແກ່ການພັດທະນາຂະແໜງທ່ອງທ່ຽວ”.

ການປະສານລະຫວ່າງປັດໄຈ “ສີຂຽວ” ແລະ “ດີຕອນ” ບໍ່ພຽງແຕ່ແມ່ນໄມ້ງັດເທົ່ານັ້ນ, ຫາກຍັງແມ່ນທິດກ້າວເດີນຍຸດທະສາດແບບຍືນຍົງ ຊ່ວຍໃຫ້ດົ່ງທາບ ຢັ້ງຢືນທີ່ຕັ້ງໃນແຜນທີ່ທ່ອງທ່ຽວ ຫວຽດນາມ. ດ້ວຍເລື່ອງຖືລະບົບນິເວດແມ່ນ້ຳລຳເຊທີ່ເປັນເອກະລັກນັ້ນເປັນພື້ນຖານ, ບັນດາໝູ່ບ້ານອາຊີບຫັດ​ຖະ​ກຳ​ພື້ນເມືອງເປັນຈິດວິນຍານ ແລະ ເຕັກໂນໂລຢີດີຈີຕອນເປັນປີກ​, ດົ່ງທາບ ພວມຫັນເປົ້າໝາຍກາຍເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່ “ປອດໄພ - ເປັນມິດ - ມີຄຸນນະພາບ​” ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ການປະສານສົມທົບນີ້ ໄດ້ນຳມາເຊິ່ງ “ກະແສຄື້ນລົມໃໝ່”, ຊ່ວຍໃຫ້ແຂກທ່ອງທ່ຽວມີການ​ຢ້ຽມ​ຢາມ​ຕົວຈິງ, ເຂົ້າເຖິງ​​ຂໍ້ມູນໄດ້ຢ່າງງ່າຍດາຍ, ພ້ອມທັງຊ່ວຍປະຊາຊົນທ້ອງຖິ່ນຍົກສູງລາຍຮັບ​, ອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຂອງທ້ອງຖິ່ນໄວ້ໄດ້./.