ກ່າວຄຳເຫັນທີ່ການພົບປະ, ທ່ານ ຫງວຽນແມັ້ງຮຸ່ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອວຍພອນໃຫ້ ນັກສຶກສາລາວ, ກຳປູເຈຍທີ່ພວມຮ່ຳຮຽນຢູ່ນະຄອນປີໃໝ່ຈົ່ງມີຄວາມຢູ່ເຢັນເປັນສຸກ, ທ່ານປາດຖະໜາວ່ານັກສຶກສາ ລາວ ແລະ ກຳປູເຈຍ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ສຳຄັນ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືລະຫວ່າງຊາວໜຸ່ມສາມປະເທດ, ຜ່ານນັ້ນ, ປະກອບສ່ວນປັບປຸງ ແລະ ເສີມຂະຫຍາຍການພົວພັນມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ.
