ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ນອກ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ສອງ​ຝ່າຍ, ການ​ສົນ​ທະ​ນາ​ກັບ​ການ​ນຳ​ຂັ້ນ​ສູງ​ພັກ, ລັດ ຫວຽດ​ນາມ ແລ້ວ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Robert Fico ຍັງໄດ້​ເຂົ້າ​ສຸ​ສານ​ວາງ​ພວງ​ມາ​ລາ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ ແລະ ວາງ​ພວງ​ມາ​ລາ​ຢູ່​ອະ​ນຸ​ສາ​ວະ​ລີ ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ທີ່​ຖະ​ໜົນ ບັກ​ເຊີນ (ຮ່າ​ໂນ້ຍ).

ໃນ​ການ​ພົບ​ປະ​ຄັ້ງ​ຕ່າງໆ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່​ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ມີ​ລັກ​ສະ​ນະ​ບຸກ​ທະ​ລຸ, ເຊັ່ນ: ເສດ​ຖະ​ກິດ - ການ​ຄ້າ, ວິ​ທະ​ຍາ​ສາດ - ເຕັກ​ນິກ, ການ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ, ອຸດ​ສາ​ຫະ​ກຳ, ພະ​ລັງ​ງານ​ທົດ​ແທນ, ການ​ທ່ອງ​ທ່ຽວ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຢີ​ສູງ ແລະ ປັນ​ຍາ​ປະ​ດິດ (AI). ສອງ​ຝ່າຍ​ກໍ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ, ເຄົາ​ລົບ​ກົດ​ບັດ ສ​ປ​ຊ ແລະ ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພ​ົວ​ພັນ​ສາ​ກົນ; ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ດາ​ຂໍ້​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ການ​ເຈ​ລະ​ຈາ, ​ການຮ່ວມ​ມື ແລະ ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ.