ນະທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍຖືເປັນສຳຄັນ ແລະ ປາດຖະໜາຢາກເຮັດໃຫ້ສາຍພົວພັນກັບ ສະໂລວາກີ ເລິກເຊິ່ງກວ່າອີກ; ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະເພີ່ມທະວີການພົວພັນກັບບັນດາພັກການເມືອງຂອງ ສະໂລວາກີ, ໂດຍສະເພາະແມ່ນພັກ Smer – SD (ພັກປະຊາທິປະໄຕ ສັງຄົມ) ແລະ ບັນດາພັກໃນພັນທະມິດກຳອຳນາດຂອງທ່ານນາຍົກລັດຖະມົນຕີ Robert Fico.
ທ່ານນາຍົກລັດຖະມົນຕີ Robert Fico ເນັ້ນໜັກວ່າ ສະໂລວາກີ ຍາມໃດກໍຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ 1 ໃນ 3 ຄູ່ຮ່ວມມືໃຫຍ່ສຸດຢູ່ ອາຊີ; ສະໂລວາກີ ຈະສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງໃນບັນດາຂົງເຂດ, ເຊັ່ນ: ເສດຖະກິດ - ການຄ້າ, ວິທະຍາສາດ - ເຕັກນິກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອຸດສາຫະກຳ,ພະລັງງານທົດແທນ, ການທ່ອງທ່ຽວ, ກະສິກຳເຕັກໂນໂລຢີສູງ ແລະ ປັນຍາປະດິດ (AI).
ຕອນຄ່ຳຂອງວັນດຽວກັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສະໂລວາກີ Robert Fico ໄດ້ເຂົ້າຮ່ວມລາຍການດົນຕີປະສານສຽງມິດຕະພາບ ຫວຽດນາມ - ສະໂລວາກີ.
