ການເຈລະຈາໂດຍກົງຄັ້ງທຳອິດລະຫວ່າງ ອາເມລິກາ ແລະ ອີຣານ ນັບແຕ່ເມື່ອເກີດການປະທະກັນຢູ່ ຕາເວັນອອກກາງ ໄດ້ສິ້ນສຸດລົງໃນຄວາມປະລາໄຊ, ອັນໄດ້ເຮັດໃຫ້ຄວາມສ່ຽງເກີດການປະທະກັນຄືນໃໝ່ດ້ວຍລະດັບສູງກວ່າ. ເຖິງຢ່າງໃດກໍ່ຕາມ, ເລື່ອງ 2 ຝ່າຍເຫັນດີດຳນີນການເຈລະຈາຂັ້ນສູງໂດຍກົງໄດ້ສະແດງໃຫ້ເຫັນວ່າ ໃນຈຸດເວລາປະຈຸບັນ, ມາດຕະການດ້ານການທູດຍັງຄົງແມ່ນບຸລິມະສິດຂອງບັນດາຝ່າຍ.
ວັນທີ 11 ເມສາ, ການເຈລະຈາຢູ່ນະຄອນຫຼວງ Islamabad (ປາກິດສະຖານ) ລະຫວ່າງຄະນະຜູ້ແທນ ອາເມລິກາ, ໂດຍທ່ານ J.D Vance, ຮອງປະທານາທິບໍດີ ອາເມລິກາ ນຳໜ້າ, ແລະ ຄະນະຜູ້ແທນ ອີຣານ, ໂດຍທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ນຳໜ້າ, ໄດ້ສິ້ນສຸດລົງພາຍຫຼັງການເຮັດວຽກເປັນເວລາ 21 ຊົ່ວໂມງ ແຕ່ບໍ່ບັນລຸໄດ້ຂໍ້ຕົກລົງໃດ.
ຄວາມຂັດແຍ້ງກັນຢ່າງເລິກເຊິ່ງ
ໃນສານທີ່ຍົກອອກມາກ່ອນທີ່ອອກຈາກ ປາກິດສະຖານ, ທ່ານຮອງປະທານາທິບໍດີ J.D Vance ຖືວ່າ ເລື່ອງບໍ່ບັນລຸຂໍ້ຕົກລົງນັ້ນແມ່ນຂ່າວບໍ່ດີສຳລັບ ອີຣານ, ພ້ອມທັງໃຫ້ຮູ້ ຄວາມຮຽກຮ້ອງງ່າຍດາຍທີ່ສຸດ, ແລະຫຼັກແຫຼ່ງທີ່ສຸດຂອງອຳນາດການປົກຄອງ ອາເມລິກາ, ນັ້ນແມ່ນ ອີຣານ ບໍ່ໄດ້ພັດທະນາອາວຸດນິວເຄຼຍ ກໍຄືຊອກຫາຄວາມສາມາດເພື່ອສາມາດຜະລິດອາວຸດປະເພດນີ້ຢ່າງໄວ. ເຖິງຢ່າງໃດກໍ່ຕາມ, ໃນບັນດາແຈ້ງການໂດຍຝ່າຍ ອີຣານ ຍົກອອກມາ, ບັນດາຄວາມບໍ່ລົງລອຍກັນລະຫວ່າງ 2 ຝ່າຍລວມມີຫຼາຍບັນຫາ, ຈາກການແກ້ໄຂສາງແຮໄວ້ຢູລານຽມເພື່ອເສີມໃນລະດັບ 60% ຂອງ ອີຣານ ແມ່ນຄືແນວໃດ, ເລື່ອງ ອີຣານ ຮຽກຮ້ອງບັນດາຄຳໝັ້ນສັນຍາຮັບປະກັນຄວາມໝັ້ນຄົງຢ່າງແນ່ນອນວ່າ ຈະບໍ່ຖືກບຸກໂຈມຕີໃນອະນາຄົດ, ເລື່ອງ ອາເມລິກາ (ແລະ ອິດສະຣາແອັນ) ຕ້ອງຊົດເຊີຍໃຫ້ແກ່ ອີຣານ… ຕະຫຼອດຮອດກົນໄກຄວບຄຸ້ມຊ່ອງແຄບທະເລ Hormuz ຫຼື ບັນດາບັນຫາທີ່ກ່ຽວຂ້ອງເຖິງການເຄື່ອນໄຫວດ້ານການທະຫານຂອງ ອິດສະຣາແອັນ ຢູ່ ລີບັງ. ຕາມທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ ແລ້ວ, ບັນຫາໃຫຍ່ສຸດ,ນັ້ນແມ່ນ ອີຣານ ບໍ່ມີຄວາມເຊື່ອໝັ້ນຕໍ່ຝ່າຍ ອາເມລິກາ.
ນັກຊ່ຽວຊານ Trita Parsi, ຮອງປະທານບໍລິຫານສະຖາບັນ Quincy ກ່ຽວກັບການບໍລິຫານລັດໂດຍທີ່ມີຄວາມຮັບຜິດຊອບ (ອາເມລິກາ), ໃຫ້ຂໍ້ສັງເກດວ່າ:
“ທັງ 2 ຝ່າຍລ້ວນແຕ່ບໍ່ຢາກສ້າງຄວາມຮູ້ສຶກວ່າ ເຂົາເຈົ້າບັນລຸໄດ້ຂໍ້ຕົກລົງຢ່າງໄວ ເພາະຖ້າຄືແນວນັ້ນ ເຂົາເຈົ້າຈະຕ້ອງຮັບການຕຳໜິຕິຕຽນຢູ່ພາຍໃນປະເທດວ່າໄດ້ປະນິປະນອມເກີນໄປ ຫຼື ງ່າຍທີ່ສຸດ. ສະນັ້ນ, ການເຈລະຈາຄັ້ງນີ້ຖືກປະລາໄຊບໍ່ແມ່ນບັນຫາໃຫຍ່, ແຕ່ຖ້າທັດສະນະຂອງບັນດາຝ່າຍຍັງມີຄວາມແຕກຕ່າງກັນຫຼາຍ ແລະ ໃນຂະນະນັ້ນ ສະພາບການຮ້າຍແຮງຂຶ້ນ, ນັ້ນຈະແມ່ນສັນຍານບໍ່ດີ”.
ປະຊາຄົມສາກົນກໍ່ແບ່ງປັນການຕີລາຄາຢ່າງລະມັດລະວັງກ່ຽວກັບໝາກຜົນການເຈລະຈາຢູ່ Islamabad. ເຖິງວ່າຜິດຫວັງເມື່ອບໍ່ມີທິດເດີນຢ່າງຈະແຈ້ງໃຫ້ແກ່ການສິ້ນສຸດການປະທະກັນຢູ່ ຕາເວັນອອກກາງ ຜ່ານມາດຕະການດ້ານການທູດກໍ່ຕາມ, ແຕ່ຄຳເຫັນຂອງການນຳຫຼາຍປະເທດ ກໍຄືອົງການຈັດຕັ້ງສາກົນສ່ວນຫຼາຍຖືວ່າ ບໍ່ສາມາດຫວັງວ່າ ອາເມລິກາ - ອີຣານ ຈະບັນລຸໄດ້ຂໍ້ຕົກລົງໂດຍໄວ ພາຍຫຼັງເກີດການປະທະກັນຢ່າງຮ້າຍແຮງເປັນເວລາຫຼາຍອາທິດ. ທ່ານ Stéphane Dujarric, ໂຄສົກຂອງເລຂາທິການໃຫຍ່ສະຫະປະຊາຊາດ, ຖະແຫຼງວ່າ:
“ພາຍຫຼັງຖືກທຳລາຍ ແລະ ອິດເມື່ອຍມາຫຼາຍອາທິດ, ສິ່ງຈະແຈ້ງແມ່ນ ບໍ່ມີມາດຕະການດ້ານການທະຫານໃດໃຫ້ແກ່ການປະທະກັນໃນປະຈຸບັນຢູ່ ຕາເວັນອອກກາງ. ເຖິງວ່າ ການເຈລະຈາຢູ່ Islamabad ບໍ່ບັນລຸໄດ້ຂໍ້ຕົກລົງກໍ່ຕາມ, ແຕ່ເລື່ອງ 2 ຝ່າຍດຳເນີນການເຈລະຈາກໍ່ສະແດງໃຫ້ເຫັນບັນດາຄຳໝັ້ນສັນຍາທີ່ຈິງຈັງຂອງບັນດາຝ່າຍ ແລະ ແມ່ນບາດກ້າວທີ່ມີຄວາມໝາຍ, ຕັ້ງໜ້າໃຫ້ແກ່ການເຊື່ອມຕໍ່ການເຈລະຈາ. ຖ້າສັງເກດບັນດາການຂັດແຍ້ງກັນຢ່າງເລິກເຊິ່ງໃນປະຈຸບັນລະຫວ່າງບັນດາຝ່າຍ ບໍ່ແມ່ນສາມາດບັນລຸຂໍ້ຕົກລົງໃນທັນທີໄດ້”.
ມາດຕະການດ້ານການທູດຊ່ວງເສັງກັບເວລາ
ບໍ່ທໍ້ໃຈຫຼາຍຍ້ອນຮອບເຈລະຈາຢູ່ Islamabad ຖືກປະລາໄຊ, ແຕ່ປະຊາຄົມສາກົນກໍ່ອອກສຽງກ່າວເຕືອນກ່ຽວກັບບັນດາການກະທຳທີ່ອາດຈະພາໃຫ້ການປະທະກັນຢູ່ ຕາເວັນອອກກາງ ເຄັ່ງຕຶງໂດຍໄວ. ຄວາມວິຕົກກັງວົນໃຫຍ່ສຸດໃນປະຈຸບັນແມ່ນກ່ຽວຂ້ອງເຖິງຂໍ້ຕົກລົງຂອງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໃນການປິດລ້ອມຊ່ອງແຄບທະເລ Hormuz ແຕ່ວັນທີ 13 ເມສາ, ຕາມນັ້ນແລ້ວ ກອງທັບເຮືອ ອາເມລິກາ ຈະຊອກຫາ ແລະ ສະກັດກັ້ນບັນດາກຳປັ່ນທີ່ຈ່າຍຄ່າຈະລາຈອນໃຫ້ແກ່ ອີຣານ ເມື່ອໄປຜ່ານເສັ້ນທາງທະເລນີ້. ທ່ານປະທານາທິບໍດີບໍດີ ອາເມລິກາ ກໍ່ນາບຂູ່ຈະດັບສູນບັນດາກຳລັງ ອີຣານ ທີ່ກີດຂວາງການປິດລ້ອມນີ້.
ແບ່ງປັນຄວາມວິຕົກກັງວົນນີ້, ທ່ານ Zahid Hussain, ນັກຊ່ຽວຊານໄຈ້ແຍກຄວາມໝັ້ນຄົງຂອງ ປາກິດສະຖານ ໃຫ້ຂໍ້ສັງເກດວ່າ:
“ຂ້າພະເຈົ້າບໍ່ຄິດວ່າການປະທະກັນຈະເກີດຂຶ້ນຄືນໃໝ່ໂດຍໄວ ແລະແນ່ນອນວ່າສະພາບຄວາມເຄັ່ງຕຶງຈະບໍ່ຫຼຸດລົງ. ຄວາມເຄັ່ງຕຶງຍັງຈະສືບຕໍ່ເພີ່ມຂຶ້ນ ແລະ ມີສັນຍານຊີ້ໃຫ້ເຫັນວ່າ ຝ່າຍ ອາເມລິກາ ຈະສືບຕໍ່ກໍ່ຄວາມກົດດັນຕໍ່ ອີຣານ. ສະນັ້ນ, ເຖິງວ່າແມ່ນມີພຽງເຫດການດ່ຽວກໍ່ສາມາດພາໄປເຖິງການສູ້ຮົບຄັ້ງໃໝ່ອັນຮ້າຍແຮງທີສຸດ”.
ເພື່ອຫຼີກລ່ຽງຄວາມສ່ຽງເກີດການປະທະກັນຄືນໃໝ່ໃນຊຸມມື້ຈະມາເຖິງ, ບັນດາຄວາມມານະພະຍາຍາມດ້ານການທູດຫຼາຍຝ່າຍພວມໄດ້ຮັບການຍູ້ແຮງ. ວັນທີ 13 ເມສາ, ວັງ Kremlinໃຫ້ຮູ້ວ່າ, ຝ່າຍລັດເຊຍສືບຕໍ່ຂົນຂວາຍໃຫ້ແກ່ຂໍ້ສະເໜີລັດເຊຍ ຈະຮັບຈຳນວນ ຢູລານຽມ ທີ່ເສີມຂອງ ອີຣານ ຄືດັ່ງສ່ວນໜຶ່ງໃນຂໍ້ຕົກລົງສັນຕິພາບກັບ ອາເມລິກາ. ໃນຂະນະນັ້ນ, ທ່ານປະທານາທິບໍດີ ຝລັ່ງ ກໍ່ໃຫ້ຮູ້ວ່າ ຝລັ່ງ ແລະ ອັງກິດ ຈະສົມທົບກັນຜັນຂະຫຍາຍ “ພາລະກຳສັນຕິພາບນາໆຊາດ” ເພື່ອຟື້ນຟູການໄປມາຜ່ານຊ່ອງແຄບທະເລ Hormuz, ແຕ່ແຍກອອກຈາກບັນດາຝ່າຍທີ່ເຂົ້າຮ່ວມການປະທະກັນ.
ຕາມທ່ານຮອງປະທານາທິບໍດີ ອາເມລິກາ J.D Vance ແລ້ວ ຮອບເຈລະຈາຢູ່ Islamabad ມີຄວາມຄືບໜ້າຫຼາຍຢ່າງ ແລະ ທຸກວຽກງານໃນປະຈຸບັນແມ່ນອີງໃສ່ຄວາມມີໄຫວພິບຈາກຝ່າຍ ອີຣານ ທີ່ມີຕໍ່ບັນຫາຈຳນວນໜຶ່ງມີລັກສະນະຈຳເປັນສຳລັບ ອາເມລິກາ.
