​ທີ່​ການ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຢັ້ງ​ຢືນ​ວ່າ ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແມ່ນ​ຖື​​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ສາຍ​ພົວ​ພັນ​ກັບ ອີ​ຕາ​ລີ ເລິກ​ເຊິ່ງກວ່າ​ເປັນສຳ​ຄັນ; ພ້ອມ​ທັງ​ປາດ​ຖະ​ໜາ​ວ່າ 2 ຝ່າຍ​ເປີດກວ້າງ​ການ​ຮ່ວມ​ມື​ໄປ​ສູ່​ບັນ​ດາ​ຂົ​ງ​ເຂດ​ໃໝ່, ເຊັ່​ນ: ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ, ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສະ​ເໜີ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ການ​ນຳ​ນະ​ຄອນ​ຈະ​ສືບ​ຕໍ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ Milan ແລະ ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດທີ່ Milan ​ມີ​ທ່າ​ແຮງ, ເຊັ່ນ: ການ​ເງິນ - ທະ​ນາ​ຄານ, ແຟ​ຊັນ, ການ​ສຶກ​ສາ, ການ​ບໍ​ລິ​ການ; ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ…

ສ່ວນ​ທ່ານ Giuseppe Sala ເຈົ້າ​ຄອງ​ນະ​ຄອນ Milan ຢັ້ງ​ຢືນ​ວ່າ ນະ​ຄອນ Milan ໃຫ້​ຄວາມເອົາໃຈ​ໃສ່ ແລະ ​ປາ​ດ​ຖະ​ໜາຢາກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ຫວຽດ​ນາມ, ໃນ​ນັ້ນ ມີ​ນະ​ຄອນ ໂຮ່​ຈີ​ມິນ, ໃນ​ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ເສັ້ນ​ທາງ​ລົດ​ໄຟ​ຕົວ​ເມືອງ, ແຟ​ຊັນ, ການ​ສຶກ​ສາ, ການ​ບໍ​ລິ​ການ (ການຄຸ້ມ​ຄອງ​ສະ​ໜາມ​ບິນ), ພະ​ລັງ​ງານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ…, ກໍ​ຄື​ດຶງ​ດູດ​ຊາວ ຫວຽດ​ນາມ ມາດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່ Milan ​ໃຫ້ຫຼາຍກວ່າ​ອີກ.

ເລ​ຕວຽດ