ວັນທີ 13 ເມສາ, ການນຳອົງການພະລັງງານສາກົນ (IEA), ກອງທຶນງານຕາສາກົນ (IMF) ແລະ ທະນາຄານໂລກ (WB) ໄດ້ອອກຖະແຫຼງການຮ່ວມກ່າວເຕືອນວ່າການປະທະກັນຢູ່ພາກພື້ນຕາເວັນອອກກາງ ພວມກໍ່ໃຫ້ເກີດອາການຊ໊ອກໃຫຍ່ ແລະ ບໍ່ສະໝ່ຳສະເໝີຕໍ່ເສດຖະກິດທົ່ວໂລກ, ດ້ວຍການກະທົບຢ່າງຮ້າຍແຮງທີ່ສຸດ ຕໍ່ບັນດາປະເທດທີ່ມີລາຍຮັບຕ່ຳ ແລະ ບັນດາປະເທດເພິ່ງພາຕໍ່ການນຳເຂົ້າພະລັງງານ. ສາມອົງການນີ້ ໃຫ້ຮູ້ວ່າການປະທະກັນໄດ້ເປັນການກະທົບໃຫຍ່, ມີລັກສະນະທົ່ວໂລກ ແລະ ຂາດຄວາມສົມສ່ວນ, ສົ່ງຜົນສະທ້ອນໜັກໜ່ວງທີ່ສຸດເຖິງບັນດາປະເທດນຳເຂົ້າພະລັງງານ, ພິເສດແມ່ນບັນດາພື້ນຖານເສດຖະກິດມີລາຍຮັບຕ່ຳ. ອາການຊ໊ອກນີ້ ເຮັດໃຫ້ລາຄ່ານ້ຳມັນ, ອາຍແກັດ ແລະ ປຸ໋ຍເພີ່ມຂຶ້ນສູງ, ອັນໄດ້ກໍ່ຄວາມວິຕົກກັງວົນຕໍ່ຄວາມໝັ້ນຄົງດ້ານອາຫານ ແລະ ຄວາມສ່ຽງບໍ່ມີວຽກເຮັດງານທຳ.
IEA, IMF ແລະ WB ກ່າວເຕືອນ ອາການຊ໊ອກດ້ານພະລັງງານ ແລະ ເສດຖະກິດທົ່ວໂລກ
[VOVWORLD] - ການປະທະກັນໄດ້ເປັນການກະທົບໃຫຍ່, ມີລັກສະນະທົ່ວໂລກ ແລະ ຂາດຄວາມສົມສ່ວນ, ສົ່ງຜົນສະທ້ອນໜັກໜ່ວງທີ່ສຸດເຖິງບັນດາປະເທດນຳເຂົ້າພະລັງງານ, ພິເສດແມ່ນບັນດາພື້ນຖານເສດຖະກິດມີລາຍຮັບຕ່ຳ.
