ວັນ​ທີ 6 ເມ​ສາ, ຢູ່​ຮ່າ​ໂນ້ຍ, ສະ​ຫະ​ພັນ​ສະ​ຫະ​ກອນ ຫວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ເດືອນ​ກະ​ທຳ​ເພື່ອ​ສະ​ຫະ​ກອນ​ປີ 2026 ແລະ ສະ​ເຫຼີມ​ສອງຫຼອງວັນ​ສະ​ຫະ​ກອນ ຫວຽດ​ນາມ ຄົບ​ຮອບ 80 ປີ (11/4/1946 -11/4/2026) ດ້ວຍ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍຫຼາຍ​ຢ່າງ.

ແຕ່​ວັນ​ທີ 9-11 ເມ​ສາ, ຢູ່ ຮ່າ​ໂນ້ຍ, ຈະ​ຈັດ​ໃຫ້​ມີ​ບັນ​ດາ​ເຫດ​ການ​ຫົວ​ເລື່ອງ​ສະ​ເພາະ​ຄື: ກອງ​ປະ​ຊຸມ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ; ເວ​ທີ​ປາ​ໄສ​ສະ​ຫະ​ກອນ​ແຫ່ງ​ຊາດ​ຄັ້ງ​ທີ 3, ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ແນວ​ຄິດ ​ໂຮ່​ຈິ​ມິນ ສຳ​ລັບສະ​ຫະ​ກອນ …. ຈຸດ​ພົ້ນ​ເດັ່ນ​ຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແມ່ນ​ພິ​ທີພິ​ທີ​ສະ​ເຫຼີມ​ສະຫຼອງ​ຄົບ​ຮອ​ບ 80 ປີ​ ​ລຸງ​ໂຮ່ ໄດ້​ຂຽນ​ຈົດ​ໝາຍ​ຮຽກ​ຮ້ອງ​ບັນ​ດາ​ເຈົ້າ​ຂອງ​ທີ່​ດິນ, ຊາວ​ກະ​ສິດກອນເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ສະ​ຫະ​ກອນ​ກະ​ເສດ ສົມ​ທົບ​ກັບ​ການມອບ​ລາງວັນ​ດວງ​ດາ​ວສະ​ຫະ​ກອນ ແລະ ລາງວັນ ມາຍ​ອານ​ຕຽມ ປີ 2026 ຊື່ງ​ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ເມ​ສາ.