ໂດຍ​ໄດ້​ເອີ້ນ​ວ່າ​ອັດ​ຕາ​ພາ​ສີ “ວັນ​ປົດ​ປ່ອຍ” ແລະ ຢູ່​ລະ​ດັບ​ແຕ່ 10 50% ພາ​ສີ​​ສົມ​ທົບ​ຂອງ ອາ​ເມ​ລິ​ກາ ໄດ້​ສ້າງ​ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ດ້າ​ນ​ການ​ຄ້າ​ທີ່​ແກ່​ຍາວ​ລະ​ຫວ່າງ ອ​າ​ເມ​ລິ​ກາ ແລະ ຫຼາຍ​ພື້ນ​ຖານ​ເສ​ດ​ຖະ​ກິດ​ໃຫຍ່​ໃນ​ໂລກ, ກ່ອນ​ທີ່​ບັນ​ດາ​ຝ່າຍ​ບັນ​ລຸ​ໄດ້ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ຊົ່ວ​ຄາວ.

ຄວາມ​ໄດ້ ແລະ ສູນ​ເສຍ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ

ພາຍ​ຫ​ຼັງ​ເວ​ລາ​ທີ່​ທ່ານ Donald Trump ປະ​ກາດ​ພາ​ສີ​​ສົມ​ທົບ​ເປັນ​ເວ​ລາ​ເກືອບ 1 ປີ, ໂດຍ​ອ້າງ​ອີງ​ຈາກ​ກົດ​ໝາຍ​ວ່າ​ດ້ວຍ​ສິດ​ອຳ​ນາດ​ການ​ເສດ​ຖະ​ກິດ​ສຸກ​ເສີນ​ສາ​ກົນ​ປີ 1977 (IEEPA), ວັນ​ທີ 20 ກຸມ​ພາ 2026, ສານ​ສູງ​ສຸດ ອາ​ເມ​ລິ​ກາ ໄດ້​ປະ​ຕິ​ເສດ​ອັດ​ຕາ​ພາ​ສີ​ດັ່ງ​ກ່າວ. ​ຫຼັງ​ຈານັ້ນ ພຽງ​ແຕ່​ 2 3 ຊົ່ວໂມງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ປະ​ກາດ​ອັດ​ຕາ​ພາ​ສີ​ນ​ຳ​ເຂົ້າ​ເພີ່ມ​ເຕີມ​ໃໝ່​ແມ່ນ 10% ຕາມ​ມາ​ດ​ຕາ 122 ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຄ້າ​ປີ 1974, ໃນ​ເວ​ລາ 150 ວັນ. ​ໂດຍ​ພື້ນ​ຖານ​ແລ້ວ, ພາ​ສີ​​ສົມ​ທົບ​ເຊິ່ງ ອາ​ເມ​ລິ​ກາ ຈັດ​ວາງ​ໃນ 1 ປີ​ຜ່ານ​ມາ, ພ້ອມ​ກັບ​ການ​ດັດ​ປັບ​ໃຫ້​ແກ່​ຄູ່​ຮ່ວມ​ມື​ລະ​ອ​ຽດ, ອີງ​ຕາມ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ໃໝ່​ລະ​ຫວ່າງ ອາ​ເມ​ລິ​ກາ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ດັ່ງ​ກ່າວ.

ຕາມນັ້ນ​ແລ້ວ, ນັບ​ແຕ່​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພາ​ສີ​ໃໝ່, ການ​ຂາດດ​ຸນ​ການ​ຄ້າ​ຂອງ ອາ​ເມ​ລິ​ກາ ໄດ້​ຫຼຸດ​ລົງ 24% ໃນ​ໄລ​ຍະ​ເດືອນ ເມ​ສາ 2025 - ກຸມ​ພາ 2026 ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ. ດຸນ​ການ​ຄ້າ​ສິນ​ຄ້າ 2 ຝ່າຍ​ຂອງ ອາ​ເມ​ລິ​ກາ ໄດ້​​ຮັບ​ການ​ປົວ​ແປງ​​ສຳ​ລັບ​ກວ່າ 63% ຄ່​ູ່​ຮ່ວມ​ມື.

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບໍ່​ແມ່ນ​ທຸກ​ດັດ​ຊະ​ນີ​ລ້ວນ​ແຕ່​ມີ​ຄວາມ​ຕັ້ງ​ໜ້າ. ບັນ​ດາ​ນັກ​ຄົ້ນ​ຄວ້າ​ກ່ຽວ​ກັບ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ອາ​ເມ​ລິ​ກາ​ປີ 2025 ເມື່ອ​ທຽບ​ໃສ່​ປີ 2024, ຊີ້​ໃຫ​້​ເຫັນ​ວ່າ ​ໃນ​ຕົວ​ຈິງ, GDP ຂອງ ອາ​ເມ​ລິ​ກາ ​ພຽງເພີ່ມ​ຂຶ້​ນ 2,1% ໃນ​ປີ 2025, ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່ 2,8% ຂອງ​ປີ 2024. ການ​ເຕີບ​ໂຕ​ດ້ານ​ວຽກ​ເຮັດ​ງານ​ທຳ​ບັນ​ລຸ 0,5%, ຕ່ຳ​ກວ່າ 1,2% ຂອງ​ປີ 2024. ທ່ານ William George, ຫົວ​ໜ້າ​ຄົ້ນ​ຄວ້າ​ຂອງ ImportGenius, ບໍ​ລິ​ສັດ​ຂໍ້​ມູນ​ການ​ຄ້າ​ແຖວ​ໜ້າ​ໂລກ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ Arizona, ອາ​ເມ​ລິ​ກາ, ໃຫ້​ຂໍ້​ສັງ​ເກດ​ວ່າ:

“ດ້ວຍ​ນະ​ໂຍ​ບາຍ​ການ​ຄ້າບໍ່​ແນ່ນອນ ແລະ ມີ​ການ​ປ່ຽນ​ແປງ​ຢ່າງ​ຕໍ່​ເນື່ອງ​ຄື​ໃນ​ໄລ​ຍ​ະ​ຜ່ານ​ມາ, ບັນ​ດາ​ບໍ​ລິ​ສັດ​ກໍ່​ລັງ​ເລ​ໃຈ​ສ່ວນ​ໃດ​ສ່ວນ​ໜຶ່ງ​ໃນ​ການ​ໃຫ​້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຈ​ະ​ຫັນ​ປ່​ຽນ​ການ​ຜະ​ລິດ, ຍ້ອນນັ້ນ​ແມ່ນ​ບ້​ວງ​ເງິນ​ລົງ​ທຶນ​ໃຫຍ່​ໃນ​ຫຼາຍ​ປີ”.

ພາ​ສີ​ອາ​ກອນກໍ່​ໝາຍ​ຄວາມ​ວ່າ​ລາຍ​ຈ່າຍ​ຂອງ​ຜູ້​ບໍ​ລິ​ໂພກ​​ເພີ່​ມ​ຂຶ້ນ​ສູງກວ່າ. ເດືອນ ສິງ​ຫາ 2025, ກົມສະ​ສົມ​ເງິນ​ຕາ​ສະ​ຫະ​ລັດ ອາ​ເມ​ລິ​ກາ ໄດ້​ຊີ້ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ຕ້ອງ​ຮັບ​ຜິດ​ຊອບ​ຄ່າ​ໃຊ້​ຈ່າຍ​ຈາກ​ພາ​ສີ​ອາ​ກອນ 94%. ຮອດ​ທ້າຍ​ປີ, ຄວາມ​ກົດ​ດັນ​ມີ​ການ​ປົວ​ແປງ​ແຕ່​ຍັງ​ຄົງ​ຢູ່​ລະ​ດັບ 86%.

ການ​ປັບ​ຕົວຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ

ສຳ​ລັບ​ໂລກ, ບັນ​ດາ​ການ​ຜັນ​ແປ​ດ້ານ​ການ​ຄ້າຍ້ອນ​ນະ​ໂຍ​ບາຍ​ພາ​ສີ​ຂອງ ອາ​ເມ​ລິ​ກາ ໄດ້ ແລະ ພວ​ມ​ຊຸກ​ຍູ້​ໃຫ້​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ປ່ຽນ​ແປງ​ຍຸດ​ທະ​ສາດ​ດ້ານ​ການ​ຄ້າ​ຢ່າງ​ແຮງ, ຕາມ​ທິດ​ຫັນ​ຄູ່​ຮ່ວມ​ມື​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ ແລະ ຢືນ​ຢັນ​ຄືນ​ໃໝ່​ບົດ​ບາດ​ໃນ​ບັນ​ດາ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ. ຕາມທ່ານ David Hebert, ​ນັກ​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຂອງ​ສ​ະ​ຖາ​ບັນ​ຄົ້ນ​ຄວ້າ​ເສດ​ຖະ​ກິດ ອາ​ເມ​ລິ​ກາ (AIER) ແລ້ວ, ເພື່ອ​ຊົດ​ເຊີຍ​ການ​ສູນ​ເສຍ​ຕະ​ຫຼາດ ອາ​ເມ​ລິ​ກາ, ບັນ​ດາ​ປະ​ເທດ​ໄດ້​ຫຼຸດ​ຜ່ອນ​ຮົ້ວ​ກີດ​ຂວາງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ. ແບ່ງ​ປັນ​ກ່ຽວ​ກັບ​ທັດ​ສະ​ນະ​ດັ່ງ​ກ່າວ, ທ່ານ​ນາງ Kari Heerman, ຫົວ​ໜ້າ​ພະ​ແນກ​ການ​ຄ້າ ແລະ ນະ​ໂຍ​ບາຍ​ເສດ​ຖະ​ກິດຂອງ ສະ​ຖາ​ບັນ Brookings ອາ​ເມ​ລິ​ກາ, ຖື​ວ່າ:

“ພວກ​ເຮົາ​ບໍ່​ເຫັນ​ປະ​ຈັກ​ຕາ​ການ​ໂຕ້​ຕອບ​ໃນ​ທົ່ວ​ໂລກ. ພວກ​ເຮົາ​ບໍ່​ເປີດ​ສົງ​ຄາມ​ການ​ຄ້າ​ທົ່ວ​ໂລກ​ດ້ວຍ​ອັດ​ຕາ​ພາ​ສີ “ວັດ​ປົດ​ປ່ອຍ”, ແຕ່​ພວກ​ເຮົາ​ເຫັນ​ວ່າ ບັນ​ດາ​ຄູ່​ຮ່​ວມ​ມື​ຂອງ ອາ​ເມ​ລິ​ກາ, ດ້ວຍ​ວິ​ທີ​ໃດ​ໜຶ່ງ, ພວມ​ມາ​ນະ​ພະ​ຍາ​ຍາມ​ດັດ​ປັບ​ນະ​ໂຍ​ບາຍ​ພົວ​ພັນ​ດ້ານ​ເສ​ດ​ຖະ​ກິດ​ກັບ ອາ​ເມ​ລິ​ກາ, ເຂົາ​ເຈົ້າ​ໄດ້​ກ້າວ​ເຂົ້າ​ໃກ້​ກັນ​ວ່າ ແລະ ຫ່າງ​ຈາກ​ກັບ ອາ​ເມ​ລິ​ກາ ກວ່າ”.

ຄຳ​ຖາມ​ໄດ້​ວາງ​ອອກ​ໃນ​ປະ​ຈຸ​ບັນ​ແມ່ນ ການ​ຜັນ​ແປ​ດ້ານ​ການ​ຄ້າ​ທົ່ວ​ໂລກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ຄື​ແນວ​ໃດ? ປະ​ຈຸ​ບັນ​, ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ ພວມ​ແມ່ນ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​ຂອງອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ, ເຮັດ​ໃຫ້​ບັນ​ດາ​ການ​ເຈະ​ລ​ຈາ​ນະ​ໂຍ​ບາຍ​ການ​ຄ້າ​ລົດ​ໜ້ອຍ​ລົງ. ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ ພວມ​ຮູ້​ແຮງ​ການ​ຊອກ​ຫາ​ບັນ​ດາ​ເຄື່ອງ​ມື​ດ້ານ​ນິ​ຕິ​ກຳ​ໃໝ່ ເພື່ອ​ສືບ​ຕໍ່​ຮັກ​ສາ​ອັດ​ຕາ​ພາ​ສີ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ປີ 2024, ພ້ອມ​ກັນ​ນັ້ນ ກ່າວ​ເຕືອນ​ບັນ​ດາ​ປະ​ເທດ​ມີ​ແນວ​ຄິດ​ຍົກ​ເລີກ​ບັນ​ດາ​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ທີ່​ຫາກໍ່​ລົງ​ນາມ​ກັບ ອາ​ເມ​ລິ​ກາ. ທ່ານ David Super, ສາດ​ສະ​ດາ​ຈານ​ດ້ານ​ກົດ​ໝາຍ ແລະ ເສດ​ຖະ​ກິດ, ຂຶ້​ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ Georgetown, ໃຫ້​ຂໍ້​ສັງ​ເກດ​ວ່າ:

“ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ປະ​ເທດ​ຕ້ອງ​ຍົກ​ອອກ​ການ​ຄັດ​ເລືອກ. ອັດ​ຕາ​ພາ​ສີ​ເຊິ່ງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ໄດ້​ຍົກ​ອອກ​ມາ​ໃນ​ປີ 2025, ເຖິງວ່າ​ແມ່ນບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ, ແຕ່​ຍັງ​ມີ​ຜົນ​ບັງ​ຄັບ​ໃຊ້​ເກືອບຄື​ວ່າ​ໃນ​ທັງ​ປີ. ຖ້າ​ປະ​ເທດ​ໃດ​ໜຶ່ງ​ຍົກ​ເລີກ​ຂໍ້​ຕົກ​ລົງ​ກັບ​ ອາ​ເມ​ລິ​ກາ, ອີກ​ເທື່ອ​ໜຶ່ງ ທ່ານ Donald Trump ອາດ​ຈະ​ຈັດ​ວາງ​ອັດ​ຕາ​ພາ​ສີບໍ່​ຖືກ​ຕາມ​ກົດ​ໝາຍ​ຕໍ່​ປະ​ເທດນັ້ນ, ເຖິງວ່າ​ຫຼັງ​ຈາກນັ້ນ ອັດ​ຕາ​ພາ​ສີນີ້​ອາ​ດ​ຈະ​ຖືກ​ປະ​ຕິ​ເສດ​ອີກ. ແຕ່​ປະ​ເທດ​ຈຳ​ນວນ​ໜຶ່ງບໍ່​ຢາກ​ລໍໍຖ້າ​ແຜນ​ການນັ້ນ, ພ​ິ​ເສດ​ແມ່ນ ຖ້າ​ຫາກ​ເສດ​ຖະ​ກິດ​ທົ່ວ​ໂລກ​ຊຸດ​ໂຊມ”.

ມີ​ປັດ​ໃຈ​ອື່ນ​ອີກ​ແມ່ນ​ຜົນ​ກະ​ທົບ​​ໄລ​ຍະຍາວ​ນານ​ຂອງ​ການ​ປ​ະ​ທະ​ກັນຢູ່ ຕາ​ເວັນ​ອອກ​ກາງ. ມີ​ນັກ​ຊ່ຽວ​ຊານ​ຈຳ​ນວນ​ໜຶ່ງ​ຖື​ວ່າ ຖ້າ​ຫາກ​ການ​ປ​ະ​ທະ​ກັນ​ແກ່​ຍາວ, ກໍ່​ໝາຍ​ຄວາມ​ວ່າ​ລາ​ຄາ​ນ້ຳ​ມັນ​ຈະ​ຢູ່​ລະ​ດັບ​ສູງ, ເສດ​ຖະ​ກິດ​ຊຸດ​ໂຊມ, ບໍ່​ພຽ​ງ​ແຕ່​ບັນ​ດາ​ຄູ່​ຮ່ວມ​ມື​ຂອງ ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ທັງ ອາ​ເມ​ລິ​ກາ ເອງກໍ່​ຈະ​ຕ້ອງ​ດັດ​ປັບ​ນະ​ໂຍ​ບາຍ​ການ​ຄ້າ​ຢ່າງ​ມີ​ໄຫວ​ພິບກວ່າ, ບໍ່​ສາ​ມາດ​ເດັດ​ດຽວ​ຮັກ​ສາ​ອັດ​ຕາ​ພາ​ສີ​ຄືໃນ​ເມື່ອ​ກ່ອນ​ອີກ.