ຕອນບ່າຍວັນທີ 7 ເມສາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ບັນດາສະມາຊິກສະພາແຫ່ງຊາດໄດ້ເຂົ້າຮ່ວມການລົງຄະແນນສຽງໃຫ້ສັດຕະຍາບັນ, ສະພາແຫ່ງຊາດຊຸດທີ XVI ຮັບຮອງເອົາມະຕິເລືອກຕັ້ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ອາຍຸການ 2026 – 2031 ສຳລັບທ່ານເລມິຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ, ສະມາຊິກສະພາແຫ່ງຊາດຊຸດທີ XVI. ພາຍຫຼັງການເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ປະຕິຍານວ່າ:
ພາຍໃຕ້ທຸງແດງດາວຄຳອັນສັກກະລະບູຊາຂອງປະເທດຊາດ, ຕໍ່ໜ້າສະພາແຫ່ງຊາດ, ພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຂໍປະຕິຍານວ່າ: ເດັດດ່ຽວຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ຕໍ່ລັດຖະທຳມະນູນສາທາລະນະລັດ ສັງຄົມນິຍົມ ຫວຽດນາມ. ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ຂອງ ພັກ, ລັດ ແລະ ປະຊາຊົນມອບໝາຍໃຫ້.
ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານນາຍົກລັດຖະມົນຕີ ເລມິງຮຶງເນັ້ນໜັກວ່າ:
ສ້າງລັດຖະບານທັນສະໄໝ, ສ້າງສັນ ແລະ ຮັບໃຊ້ປະຊາຊົນ. ເປົ້າໝາຍການເຕີບໂຕ GDP ບັນລຸລະດັບກ່ວາ 10%/ປີໃນໄລຍະ 2026 – 2031 ແມ່ນຄຳສັ່ງພັດທະນາເພື່ອຫັນບັນດາເປົ້າໝາຍຍຸດທະສາດຂອງປະເທດຊາດໃຫ້ປະກົດຜົນເປັນຈິງ. ລັດຖະບານກຳນົດການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດແມ່ນບາດກ້າວບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຫຼັກແຫຼ່ງເພື່ອກຳລັງຜະລິດທີ່ທັນສະໄໝໂດຍໄວ, ຍົກສູງສະມັດຕະພາບ, ກຳລັງແກ້ງແຍ້ງ, ຄວາມເປັນເຈົ້າດ້ານຍຸດທະສາດ. ຊຸກຍູ້ເສດຖະກິດ ເຊິ່ງລັດສວມບົດບາດຫຼັກແຫຼ່ງ, ເສດຖະກິດເອກະຊົນກາຍເປັນກຳລັງໜູນສຳຄັນທີ່ສຸດ.
ແລະກໍ່ໃນຕອນບ່າຍວັນທີ 7 ເມສາ, ສະພາແຫ່ງຊາດໄດ້ລົງຄະແນນສຽງຮັບຮອງເອົາ ມະຕິເລືອກຕັ້ງທ່ານ ຫງວຽນວັນກ໋ວາງ ດຳລົງຕຳແໜ່ງເປັນປະທານ ສານປະຊາຊົນສູງສຸດ
