|
|
ຖະແຫຼງການຮ່ວມຂອງ 21 ປະເທດ (ໃນນັ້ນ ມີ ອັງກິດ, ຝລັ່ງ, ອົດສະຕາລີ, ການາດາ, ອີຕາລີ, ແບນຊິກ, ແດນມາກ, ຍີ່ປຸ່ນ, ໂຮນລັງ, ນອກແວ, ປ໋ອກຕຸຍການ, ແອັດສະປາຍ…) ໄດ້ເນັ້ນໜັກວ່າ ແຜນການນີ້ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ອິດສະຣາແອັນ, ຊ້ຳບໍ່ໜຳມີຄວາມສ່ຽງເຮັດໃຫ້ຄວາມໝັ້ນຄົງເຊື່ອມໂຊມລົງ, ກໍ່ຄວາມຮຸນແຮງ ແລະ ຄວາມຂາດສະຖຽນລະພາບ, ຍາກທີ່ຈະບັນລຸໄດ້ສັນຕິພາບກວ່າອີກ. ຖະແຫຼງການຮຽກຮ້ອງໃຫ້ຍົກເລີກຂໍ້ຕົກລົງນີ້ໃນທັນທີ. ກ່ອນໜ້ານັ້ນ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ, ອຳນາດການປົກຄອງ ປາແລັດສະຕິນ ແລະ ຫຼາຍປະເທດໃນພາກພື້ນ ກໍກ່າວປະນາມແຜນການຂອງ ອິດສະຣາແອັນ.
ໃນຂະນະນັ້ນ, ທ່ານ Bezalel Smotrich, ລັດຖະມົນຕີກະຊວງການເງິນ ອິດສະຣາແອັນ ກໍ່ຮຽກຂໍ້ຕົກລົງອະນຸມັດຜ່ານເຂດຕັ້ງຖິ່ນຖານ “ແມ່ນບາດກ້າວສຳຄັນເພື່ອແນໃສ່ລົບລ້າງຄວາມຄິດເພີ້ຝັນກ່ຽວກັບການຄົງຕົວສອງລັດ ແລະ ປັບປຸງສິດຄວບຄຸມຂອງຊາວຢິວສຳລັບຫົວໃຈຂອງປະເທດ ອິດສະຣາແອັນ”.
ມິງໂງ - ນັກຂ່າວ VOV ປະຈຳ ອີຢິບ
