ບົດລາຍງານປະຈຳປີທ່າອ່ຽງສະພາບເສດຖະກິດພາກພື້ນ ອາຊຽນ + 3 (AREO) ປີ 2026 ເນັ້ນໜັກວ່າ ຫວຽດນາມ ພວມຮັບມືຕໍ່ບັນດາການຜັນແປຂອງພາກພື້ນ ແລະ ໃນໂລກໄດ້ເປັນຢ່າດີ​, ເຊື່ອມໂຍງເຂົ້າໃນບັນດາລະບົບສະໜອງຢ່າງວ່ອງໄວ ແລະ ພົ້ນເດັ່ນຂຶ້ນຄືດັ່ງຈຸດນັດພົບແຖວໜ້າໃຫ້ແກ່ການລົງທຶນໂດຍກົງຈາກຕ່າງປະເທດ (FDI).

ບົດລາຍງານດັ່ງກ່າວໄດ້ປະກາດທີ່ການປະຊຸມຖະແຫຼງຂ່າວອງຫ້ອງການຄົ້ນຄວ້າເສດຖະກິດມະຫາພາກ ອາຊຽນ + 3, ລວມມີບັນດາປະເທດຂຶ້ນກັບ ອາຊຽນ ກັບ 3 ຄູ່ຮ່ວມມື ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ (AMRO). ທີ່ເຫດການຈັດຂຶ້ນໃນວັນທີ 06 ເມສາ, ທ່ານ Dong He, ຫົວໜ້ານັກເສດຖະກິດຂອງ AMRO ຢືນຢັນວ່າ ຫວຽດນາມ ໄດ້ແກ້ໄຂສະພາບການປັ່ນປ່ວນດ້ານພາສີອາກອນເມື່ອປີ 2025 ໄດ້ເປັນຢ່າງດີ ແລະ ຫວັງວ່າ ຫວຽດນາມ ຈະສືບຕໍ່ແມ່ນພື້ນຖານເສດຖະກິເຕີບໂຕໄວທີ່ສຸດຢູ່ພາກພື້ນໃນປີ 2026.

ບົດລາຍງານ AREO ຄາດຄະເນວ່າ ​ລະດັບເຕີບໂຕ​ GDP ຕົວຈິງອງ ຫວຽດນາມ ໃນປີ 2026 ຈະແມ່ນ 7,4% ແລະ ປີ 2027 ຈະແມ່ນ 7,1%.