ໂດຍນອນ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສາຍ​ພູ ຕາມ​ດ໋າວ ຫ່າງ​ຈາກ​ໃຈ​ກາງ​ນະ​ຄອນຫຼວງ ຮ່າ​ໂນ້ຍ ປະ​ມານ 70 ກິ​ໂລ​ແມັດ ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສຽງ​ໃຕ້, ແຕ່​ດົນ​ນານ​ມາ​ແລ້ວ ເຕິຍ​ທຽນ ເປັນທີ່​ຮູ້​ຈັກ​ກັນ​ດີ ແມ່ນ​ໜຶ່​ງ​ໃນ​ບັນ​ດາ​ສູນ​ກາງ​ການ​ເຫຼື້ອມ​ໃສ​ທີ່​ສຳ​ຄັນ​ຂອງ​ດິນ​ແດນ​ແຫ່ງ​ບັນ​ພະ​ບຸ​ລຸດ ຝູ​ເຖາະ. ຢູ່​ແຫ່ງນີ້​ໄດ້​ຕິດ​ພັນ​ກັບ​ການ​ເຫຼື້ອມ​ໃສໄຫວ້​ບູ​ຊາ​ພະ​ແມ່​ຂອງ​ຊາດ ເຊິ່ງ​ແມ່ນ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຊ່ວຍ​ເຈົ້າ​ຊີ​ວິດ ຮຸ່ງ ສ້າງ​ສາ​ປະ​ເທດ​ຊາດ. ຢູ່ ເຕິຍ​ທຽນ ການ​ເຫຼື້ອມ​ໃສ​ພື້ນ​ເມືອງ​ປະ​ສານ​ເຂົ້າ​ກັບ​ສາ​ສະ​ໜາ​ພຸດ ອັນ​ໄດ້​ສ້າງ​ເປັນ​ເຂດ​ຈິດ​ວິນ​ຍານ​ພິ​ເສດ. ຢູ່​ແຫ່ງນີ້​ການ​ອະ​ນຸ​ລັກ​ຮັກ​ສາກໍ່​ມີຫຼາຍ​ລະ​ດັບ​ຈຸດ​ສຸມຄື​ ວິ​ຫານທົງ, ວິ​ຫາ​ເກົ້າ, ວິ​ຫານ​ໂກ, ວິ​ຫານ​ເທື້ອງ ແລະ ກຸ່ມປູ​ຊະ​ນີ​ຍະ​ສະ​ຖານ​ຫໍ​ບູ​ຊາ​ພະ​ແມ່​ສາມ​​ພະ​ນາງ. ນາງ ເລ​ທິ​ຈິງ ຜູ້​ນຳ​ທ່ຽວ​ສັງ​ກັດ​ຄະ​ນະ​ຄຸ້ມ​ຄອງ​ອູ່​ໄຟ​ຟ້າ ເຕິຍ​ທຽນ ໃຫ້​ຮູ້​ວ່າ:

“ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດນີ້ ກໍ່​ມີ​ສາມ​ວັດ​ເກົ່າ​ແກ່​ທີ່​ມາ​ກ່ອນນີ້ກວ່າ 800 ປີ ແລະ ໄດ້​ຮັບ​ການກໍ່​ສ້າງ​ແຕ່​ສະ​ໄໝ​ລາດ​ຊະ​ວົງ ຫຼີ, ລາ​ດ​ຊະ​ວົງ ເຈິ່ນ. ນອກ​ຈາກນັ້ນ​ກໍ່​ຍັງ​ມີ​ບັນ​ດາ​ພະ​ວິ​ຫານ​ທີ່​ເກົ່າ​ແກ່​ຖືກ​ຕັ້ງ​ຢູ່​ຕາມ​ຕີນ​ພູຮອດ​ເນີນ ແທັກ​ບ່ານ”.

ໃນ​ບໍ​ລິ​ເວນ​ທີ່​ຮົກ​ເຮື້ອນີ້, ລະ​ບົບ​ວິ​ຫາ​ນ ວັດ​ວາ​ອາ​ຮາມ​ທີ່​ເກົ່າ​ແກ່​ໄດ້​ປາ​ກົດ​ຂຶ້ນ ອັນ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຈາກ​ສາ​ລະ​ທິດ​ມາ​ຢ້ຽ​ມ​ຊົມ​ຢ່າງຫຼວງຫຼາຍ

ເຕິຍ​ທຽນ ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື້ງ​ເຄີຍ​ໃນ​ການ​ເດີນ​ທາງ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ - ຈິດ​ວິນ​ຍານ. ແຂກ​ທ່ອງ​ທ່ຽວ​ມານີ້ບໍ່​ພຽງ​ແຕ່​ໄດ້​ຢ້ຽມ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ເຫັນ​ປະ​ຈັກ​ຕາ​ບໍ​ລະ​ເວນ​ທີ່​ແຕກ​ຕ່າງອີກດ້ວຍ. ອ້າຍ ຫງວຽນ​ແທັງ​ຕຸ່ງ ແຂກ​ທ່ອງ​ທ່ຽວ​ມາ​ຈາກ ຮ່າ​ໂນ້ຍ ເປີດ​ເຜ​ີຍ​ວ່າ:

“ມື້ນີ້​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ກັບ​ຄືນ​ມາ​ຢ້ຽມຢາມ ເຕິຍ​ທຽນ ນີ້​ແມ່ນ​ເຂດ​ໄຫວ້​ບູ​ຊາ​ພະ​ແມ່​ຂອງ​ຊາດ. ຄວາມ​ປະ​ທັບ​ໃຈ​ທຳ​ອິດ ​ເມື່ອ​ມານີ້ກໍ່​ແມ່ນ​ບັນ​ຍາ​ກາດ​ທີ່​ປອດ​ໂປ່ງ ແລະ ຮູ້​ສຶກ​ສະ​ຫງົ​ບ​ສຸກ​ທີ່​ສຸດ”.

ບັນ​ຍາ​ກາດ​ຢູ່​ແຫ່ງນີ້ ດ້ວຍ​ປ່າ​ໄມ້​ຂຽວ​ອຸ່ມ​ທຸ່ມ ຫ້ວຍ​ນ້ຳ​ເຢັນ​ສະ​ບາຍ ແລະ ບັນ​ດາ​ເສັ້ນ​ທາງ​ຫີນ​ຄົດ​ງໍ​ໄປ​ຕາມ​ເນີນ​ພູ. ບໍ​ລິ​ເວນນີ້ກໍ່​ແມ່ນ​ໝາກ​ຜົນຂອງ​ໄລ​​ຍະ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ຜ່ານຫຼາຍ​ລຸ້ນ​ຄົນ. ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ທິວ​ທັດ​ທຳ​ມະ​ຊາດ ເຕິຍ​ທຽນ ໄດ້​ຮັບ​ການຢັ້ງ​ຢືນ​ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ ນັບ​ແຕ່​ປີ 1991 ແລະ ໄດ້​ຮັບ​ການ​ຮັບ​ຮອງ​ແມ່ນ​ສະ​ຖານ​ທີີ່​ປະ​ຫວັດ​ສາດ ແລະ ທິວ​ທັດ​ທຳ​ມະ​ຊາດລະ​ດັບ​ຊາດ​ພິ​ເສດ ເມື່ອ​​ປີ 2015. ທ່ານ ບຸ່ຍ​ຊວັນ​ເຈື່ອງ ຮອງ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​​ລາ ແລະ ທ່ອງ​ທ່ຽວ​ແຂວງ ຝູ​ເຖາະ ໃຫ້​ຮູ້​ວ່າ:

“ລ​ະບົບ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດຂອງ​ແຂວງ ຝູ​ເຖາະ ໃນ​ປັດ​ຈຸ​ບັນ ມີບໍ​ລິ​ເວນ​ຂ​ອງ​ແຂວງ ຝູ​ເຖາະ ແລະ ຫວິງ​ຟຸກ ເມື່ອ​ກ່ອນນີ້. ໃນ​ນັ້ນ​ລະ​ບົບ​ສະ​ຖານ​ທີ່​ປະ​ຫວັດ​ສາດ​ໄດ້​ຮັບ​ການຢັ້ງ​ຢືນ​ລະ​ດັບ​ຊາດ ກໍ່​ຄື​ລະ​ດັບ​ຊາດ​ພິ​ເສດ ນີ້ກໍ່​ແມ່ນ​ຈຸດ​ທີ່​ພົ້ນ​ເດັ່ນ​ທີ່​ສຳ​ຄັນ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ມາ​ຊອກ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊາດກໍ່​ຄື​ຄົ້ນ​ຫາ​ຄວາມ​ເປັນ​ເອ​ກະ​ລັກ​ຢູ່​ສະ​ຖານ​ທີ່​ແຫ່ງນີ້"

ໃນ​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້, ເຕິຍ​ທຽນ ຍັງ​ຄົງ​ຕົວ​ຢູ່​ຫັ້ນ, ນີ້​ແມ່ນ​ສະ​ຖານ​ທີ່ ເຊິ່ງ​ແຂກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​ເມື່ອ​ມາ​ຢາມ ແລະ ອອກ​ຈາກ​ໄປ​ນັ້ນ​ກໍ່​ລ້​ວນ​ແຕ່​ມີ​ຄວາມ​ຮູ້​ສຶກ​ສະ​ຫງົບ​ງຽບ ແລະ ປະ​ທັບ​ໃຈ​ທີ່​ສຸດ.