ອົງການສະໜອງດັດຊະນີການເງິນແຖວໜ້າໂລກ FTSE Russell ຫາກໍ່ປະກາດໝາກຜົນການທົບທວນຄືນກາງໄລຍະເດືອນ ມີນາ 2026, ໃນນັ້ນຢັ້ງຢືນບັນດາການປັບປຸງຫຼັກແຫຼ່ງຮັບໃຊ້ແຜນການຍົກລະດັບຕະຫຼາດຫຼັກຊັບ ຫວຽດນາມ ໃນເດືອນ ກັນຍາ 2026 ແມ່ນພວມໄປຖືກທິດ.
ໜຶ່ງໃນບັນດາຜົນກະທົບສຳຄັນທີ່ສຸດ ຂອງໝາກຜົນການສຳຫຼວດຄັ້ງນີ້ແມ່ນການປ່ຽນແປງວິທີກຳນົດທີ່ຕັ້ງຂອງ ຫວຽດນາມ ໃນລະບົບຈັດແບ່ງທຶນທົ່ວໂລກ. ກ່ຽວກັບບັນຫານີ້, ທ່ານນາງ Christine Le, ປະທານສະມາຄົມການເງິນ ແລະ ລົງທຶນ ຫວຽດນາມ ຢູ່ລາຊະອານາຈັກອັງກິດ ໄຈ້ແຍກວ່າ ກ່ອນນີ້, ຫວຽດນາມ ໄດ້ຮັບຖືວ່າແມ່ນຕະຫຼາດຊາຍຂອບ (Margina) ດ້ວຍຄວາມສາມາດເຕີບໂຕສູງ, ແຕ່ຍັງບໍ່ທັນນອນໃນຂອບເຂດຈັດແບ່ງແບບບັງຄັບຂອງບັນດາກອງທຶນລົງທຶນຈັດຕັ້ງສ່ວນຫຼາຍ. ດ້ວຍບັນດາບາດກ້າວເຊິ່ງ FTSE Russell ຮັບຮູ້ພາຍຫຼັງການທົບທວນຄືນເດືອນ ມີນາ 2026, ຫວຽດນາມ ພວມຫັນປ່ຽນຮູບແບບເທື່ອລະກ້າວ ເພື່ອສາມາດສະສົມເຂົ້າໂຄງສ້າງຈັດແບ່ງຍຸດທະສາດຂອງບັນດານັກລົງທຶນທົ່ວໂລກ. ສິ່ງດັ່ງກ່າວບໍ່ພຽງແຕ່ສ້າງຄວາມຫວັງເພີ່ມຂອບເຂດແຫຼ່ງທຶນເທົ່ານັ້ນ ຫາກຍັງປັບປຸງຄຸນນະພາບແຫຼ່ງທຶນ, ມຸ່ງໄປເຖິງຄວາມສະຖຽນລະພາບ ແລະ ຍາວນານກວ່າ, ແທນທີ່ຖືລັກສະນະລົງທຶນໃນໄລຍະຊັ້ນໆ.
