ວັນທີ 07 ເມສາ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ເຊັນຂໍ້ຕົກລົງໃຫ້ສັດຕະຍາບັນສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍການຕ້ານອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ). ຫວຽດນາມ ແມ່ນປະເທດທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນປະເທດທີ 2 ໃນໂລກໃຫ້ສັດຕະຍາບັນສົນທິສັນຍາ ຮ່າໂນ້ຍ, ຖັດຈາກ ກາຕາ.
ເລື່ອງ ຫວຽດນາມ ປະຕິບັດສຳເລດລະບຽບການໃຫ້ສັດຕະຍາບັນຢ່າງວ່ອງໄວນັ້ນ, ຜ່ານນັ້ນໄດ້ກາຍເປັນປະເທດທຳອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນປະເທດທີ 2 ໃນໂລກ ແມ່ນສະມາຊິກທາງການຂອງສົນທິສັນຍາ ຮ່າໂນ້ຍ. ດ້ວຍຖາໜ້າແມ່ນສະມາຊິກທາງການ, ຫວຽດນາມ ສາມາດປະກອບສ່ວນຢ່າງແທດຈິງກວ່າເຂົ້າໃນວິວັດການສ້າງ ແລະ ພັດທະນາຂອບນິຕິກຳສາກົນທາງໄຊເບີ.
ສົນທິສັນຍາ ຮ່າໂນ້ຍ ແມ່ນພື້ນຖານນິຕິກຳສາກົນສຳຄັນເພື່ອໃຫ້ ຫວຽດນາມ ເພີ່ມທະວີການປ້ອງກັນ, ກວດພົບ, ສືບສວນ ແລະ ປັບໄໝລົງໂທດອາດຊະຍາກຳທາງໄຊເບີຢ່າງມີປະສິດທິຜົນ, ຕອບສະໜອງຄວາມຮຽກຮ້ອງຮັບປະກັນຄວາມໝັ້ນຄົງແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໃນສະພາບການຫັນເປັນດີຈີຕອນ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ.
ສົນທິດັ່ງກ່າວໄດ້ເປີດເຊັນຄັ້ງທຳອິດຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2025. ສົນທິສັນຍານີ້ໄດ້ໃສ່ຊື່ຕາມສະຖານທີ່ແຫ່ງໜຶ່ງຂອງ ຫວຽດນາມ, ແມ່ນຂີດໝາຍປະຫວັດສາດໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ, ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ທີ່ຕັ້ງຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາລວມຂອງປະຊາຄົມສາກົນ.
