ຈາກ​​ຕົວ​ຈິງໃນ​ຕົ້ນ​ປີ, ອາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ​ກ່​ວາກ່ຽວກັບ​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່​ງ​ທ້າ​ທາຍ​ກໍ່​ຄື​ບັນ​ດາ​ເງື່ອນ​ໄຂ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ເພີ່ມ​ຄວາມ​ໄວ​ໃນ​​ໄຕ​ມາດ​ຕໍ່ໆ​ໄປ.

ພາ​ບລວມ​ເສດ​ຖະ​ກິດ​ດ້ວຍຫຼາຍ​ຈຸດ​ພົ້ນ​ເດັ່ນ

3 ເດືອນ​ຕົ້ນ​ປີ, ການ​ປະ​ທ​ະ​ກັນ​ດ້ານ​ພູ​ມີ​ສາດ​ການ​ເມືອງ​ແກ່​ຍາວ, ລາຄາ​ພະ​ລັງ​ງານ​ມີ​ການ​ເໜັງ​ຕີງ. ໃນ​ສະ​ພາບ​ການ​ນັ້ນ, ການ​ຮັກ​ສາ​ອັດ​ຕາ​ຄວາມ​ໄວ​ໃນ​ການ​ເຕີບ​ໂຕ​ເກືອບ 8% ໃນ​ໄຕ​ມາດ​ທີ I/2026 ໄດ້ສະ​ແດງ​ໃຫ້​ເຫັນ​ກຳ​ລັງຕ້ານທານ ແລະ ຄວາມ​ສາ​ມາດ​ໃນ​ການ​ປັ​ບ​ຕົວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ. ກຳ​ລັງ​ໜູນ​ການ​ເຕີ​ບ​ໂຕ​ໃນ​ໄຕ​ມາດ​ທີ I/2026 ສືບ​ຕໍ່​ມາ​ຈາກ​ຂົງ​ເຂດ​ການສົ່ງ​ອອກ, ການບໍ​ລິ​ໂພ​ກ​ພາຍ​ໃນ, ການ​ລົງ​ທຶ​ນ​ສາ​ທາ​ລະ​ນະ ແລະ ກະ​ແສ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI). ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​, ທຶນ FDI ປະ​ຕິ​ບັດ ໄດ້ບັນ​ລຸ​ລະ​ດັບ​ສູງ​ສຸດ​ໃນ 5 ປີ​ຜ່ານ​ມາ, ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ດຶງ​ດູດ​ຂອງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ ຫວຽດ​ນາມ, ພິ​ເສດ​ແມ່ນໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ການຜະລິດ.

ເບິ່ງ​ລວມ​ແລ້ວ, ໝາກ​ຜົນ​ເສດ​ຖະ​ກິດ​ໄຕ​ມາດ I/2026 ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ມມີຈຸດ​ເລີ່ມ​ຕົ້ນ​ຢ່າງ​ໝັ້ນ​ແກ່ນ​ພໍ​ສົມ​ຄວນ. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ, ແຕ່​ຍັງ​ບໍ່ທັນ​ພຽງ​ພໍ​ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່​ເປົ້າ​ໝາຍ​ການ​ເຕີ​ບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກທີ່ແນ່ນອນ. ສິ່ງ​ນີ້​ວາງ​ອອກ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ ບໍ່​ພຽງ​ແຕ່​ຮັກ​ສາ​ເທົ່າ​ນັ້ນ ຫາກ​ຍັງ​ຕ້ອງ​ຍົກ​ລະ​ດັບ​ບັນ​ດາ​ກຳ​ລັງ​ໜູນການ​ເຕີບ​ໂຕ​ທີ່​ມີ​ຢູ່​ແລ້ວ, ພ້ອມ​ທັງ​ຂຸດ​ຄົ້ນ​ຄວາມ​ສາ​ມາດທາງການເງິນ​ໃໝ່​ທີ່ຫຼາກຫຼາຍຕື່ມ​ອີກ. ນີ້​ແມ່ນ​ບັນ​ດາ​ບຸ​ລິ​ມະ​ສິດ​ເຊິ່ງ​ ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງຽດນາມ ຄົນ​ໃໝ່ (ປີ 2026 - 2031) ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໃນ​ບົດ​ກ່າວ​​ຮັບ​ດຳ​ລົງ​ຕຳ​ແໜ່ງ​ໃນ​ວັນ​ທີ 7 ເມ​ສາ:

ເປົ້າ​ໝາຍ​ການ​ເຕີບ​ໂຕ GDP ສະ​ເລ່ຍສູງກວ່າ 10%/ປີ ໄລ​ຍະ 2026 – 2031 ແມ່ນ​ຄຳ​ສັ່ງ​ພັດ​ທະ​ນ​າ​ເພື່ອ​ຫັນ​ບັນ​ດາ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ປະ​ເທດ​ຊາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ລັດ​ຖະ​ບານ​ໄດ້​ກຳ​ນົດ​ການ​ພັດ​ທະ​ນາ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ແລະ ກ​ານ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ແມ່ນ​ບາ​ດ​ກ້າວ​ບຸກ​ທະ​ລຸ​ສຳ​ຄັນ​ແຖວ​ໜ້າ, ແມ່ນ​ກຳ​ລັງ​ໜູນຫຼັກ​ເພື່ອ​ພັດ​ທະ​ນາ​ກຳ​ລັງ​ຜະ​ລິດ​ທັນ​ສະ​ໄໝ, ຍົກ​ສູງສະມັດຕະພາບ, ກຳ​ລັງ​ແກ້ງ​ແຍ້ງ, ຄວາມ​ເປັນ​ເຈົ້າ​ຍຸດ​ທະ​ສາດ, ສ້າງ​ກຳ​ລັງ​ໜູນ​ການ​ເຕີບ​ໂຕ​ໃໝ່​ໂດຍ​ໄວ.

ຫັນ​ເປົ້າ​ໝາຍ​ການ​ເຕີ​ບ​ໂຕ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

ເພື່ອ​ຫັນ​ເປົ້າ​ໝາຍ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຫວຽດ​ນາມ ພວມ​ສຸມ​​ໃສ່​ບັນ​ດາ​ນະ​ໂຍ​ບາຍ​ຍຸດ​ທະ​ສາດ, ຈຸດ​ສຸມ​ແມ່ນ: ສ້າງ​ລະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ, ນະ​ວັດ​ຕະ​ກຳ, ການຫັນ​ເປັນ​ດີ​ຈີ​ຕອນ, ຫັນ​ເປັນ​ສີ​ຂຽວ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ຊັບ​ພະ​ຍາ​ກອນ​ມະ​ນຸດ. ບັນ​ດາ​ນະ​ໂຍ​ບາຍ​ນີ້​ແມ່ນເພື່ອ​ແນ​ໃສ່​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕໂດຍ​ອີງ​ຕາມ​ສະ​ມັດ​ຕະ​ພາບ ແລະ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ແທນ​ທີ່ໃຫ້ການ​ພຽງ​ແຕ່​ອີງ​ຕາມ​ທຶນ ແລະ ແຮງ​ງານລາ​ຄາ​ຖືກ. ທ່ານ​ນາງຮສ.ປອ ຫວູ​ແທັງ​ເຮືອງ, ຮອງ​ຫົວ​ໜ້າ​ພະ​ແນກ​ເສດ​ຖະ​ສາດ ແລະ ດຳ​ເນີນ​ທຸ​ລະ​ກິດ​ສາ​ກົນ, ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ຮ່າ​ໂນ້ຍ ຖື​ວ່າ:

ພວກ​ເຮົາ​ຄວນ​ສືບ​ຕໍ່​ຢຶດ​ໝັ້ນການ​ເພີ່ມ​ທະ​ວີ​ຄວາມ​ເປັນ​ເຈົ້າ​ກຳລັງຄວາມ​ສາ​ມາດໃນການ​ຜະ​ລິດ ແລະ ພັດ​ທະ​ນາ​ບັນ​ດ​າ​ຂະ​ແໜງ​ອຸດ​ສາ​ຫະ​ກຳສະໜັບສະໜູນ​​ແມ່ນ​ສຳ​ຄັນ​ທີ່​ສຸດ. ທີ​ສອງ, ແມ່ນ​ບັນ​ຫາ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ, ຍ້ອນ​ວ່າ​ເຕັກ​ໂນ​ໂລ​ຢີ​ແມ່ນ​ພື້ນ​ຖານ​ໃຫ້​ແກ່​ນະ​ວັດ​ຕະ​ກຳ, ເມື່ອ​ພວກ​ເຮົາ​ນຳ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ ເຂົ້າ​ຜະ​ລິດ​ຕະ​ພັນແລ້ວນັ້ນ ມູນ​ຄ່າ​ເພີ່ມ​ຂອງ​ບັນ​ດາ​ຜະ​ລິດ​ຕ​ະ​ພັນໂດຍ​ພວກ​ເຮົາສົ່ງ​ອອກ​ຕະຫຼາດ​ໂລກ​ຈຶ່ງຈະ​ເພີ່ມ​ຂຶ້ນ, ຈາກ​ນັ້ນ ກໍ່ຈະເພີ່ມ​​ຜົນ​ກຳ​ໄລ, ຍົກ​ສູງ​ລາຍ​ຮັບຂອງ​ຜູ້​ອອກ​ແຮງ​ງານ​ທີ່ເຂົ້າ​ຮ່ວມ​ຂົງ​ເຂດ​ການ​ສົ່ງ​ອອກ.

ໄປ​ຄຽງ​ຄູ່​ກັນ​ນັ້ນ, ເຂດ​ວິ​ສາ​ຫະ​ກິດ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ຕ້ອງ​ໄດ້ຮັບການ​ສ້າງ​ເງື່ອນ​ໄຂ​ສະ​ດວກກວ່າ​ອີກ​ເພື່ອ​ພັດ​ທະ​ນາ. ຕາມ​ທ່ານ ກາວ​ແອັງ​ຕວັນ ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ເງິນ ​ຫວຽດນາມ ແລ້ວ, ໃນ​ສະ​ພາບ​ການ​ແກ້ງ​ແຍ້ງ​ທົ່ວ​ໂລກ​ທີ່ນັບ​ມື້​ນັບ​ດຸ​ເດືອດ, ກຳລັງຄວາມ​ສາ​ມາດ​ພາຍ​ໃນ​ຂອງວິ​ສາ​ຫະ​ກິດ​ແມ່ນ​ປັດ​ໄຈ​ຕັດ​ສິນ​ກຳ​ລັງກ້າວ​ກະ​ໂດດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ:

ເປົ້າ​ໝາຍ​ການ​ເຕີ​ບ​ໂຕ​ສອງ​ຕົວ​ເລກ​ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຮຽກ​ຕ້ອງ​ກ່ຽວ​ກັບ​ຄວາມ​ໄວ​ເທົ່​າ​ນັ້ນ ຫາກ​ຍັງ​ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຫັນ​ປ່ຽນ​ຮູບ​ແບບ​ພັດ​ທະ​ນາ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ແຫ່ງ​ຊາດ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ເສດ​ຖະ​ກິດ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ພາ​ລະ​ກຳຍຸດ​ທະ​ສາດ​ເພື່ອ​ນຳ​ປະ​ເທດ​ຊາດຜ່ານ​ຜ່າ​ກັບ​ດັກ​ລາຍ​ຮັບ​ປານ​ກາງ, ຫັນ​ຄາດ​ຫວັງ​ກາຍ​ເປັນ​ປະ​ເທດ​ພັດ​ທະ​ນາ​ມີ​ລາຍ​ຮັບ​ສູງ​ໃນ​ປີ 2045 ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ກຳ​ລັງ​ໜູນ​ສຳ​ຄັນ​ອື່ນອີກ​ແມ່ນ​ການ​ບໍ​ລິ​ໂພກ​ພາ​ຍ​ໃນປະເທດ. ດ້ວຍ​ຂອບ​ຂະ​ໜາດ​ປະ​ຊາ​ກອນ​ຫຼາຍ ແລະ ຄົນ​ຊັ້ນ​ກາງ​ທີ່ພວມ​ເພີ່ມ​ຂຶ້ນ​, ຕະຫຼາດ​ພາຍ​ໃນ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນອັນ​ໃຫຍ່ຫຼວງ​ທີ່​ສຸດ. ເລື່ອງ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ກະ​ຕຸກ​ຊຸກ​ຍູ້​ທີ່​ເໝາະ​ສົມ, ປະ​ສົມ​ປະ​ສານ​ກັບ​ລາຍ​ຮັບ ແລະ ວຽກ​ເຮັດ​ງານ​ທຳ​​ທີ່ເປັນ​ປົກ​ກະ​ຕິ​ໃຫ້ສຳລັບ​ຜູ້ອ​ອກ​ແຮງ​ງານ ຈະ​ປະ​ກອບ​ສ່ວນ​ຮັກ​ສາ​ທ່າ​ເຕີບ​ໂຕ​ຂອງ​ການ​ບໍ​ລິ​ໂພກ. ໄຕ​ມາດ​ທີ I/2026, ເສດ​ຖະ​ກິດ ​ຫວຽດ​ນາມ ໄດ້​ຜ່ານ​ຜ່າ​ເສັ້ນ​ທາງ​ດ້ວຍ​ບັນ​ດາ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ສະຫຼັບ​ກັບ​ສິ່ງ​ທ້າ​ທາຍ.

ເສັ້ນ​ທາງ​ຂ້າ​ງ​ໜ້າ​ຍັງ​ມີ​ຄວາມ​ກົດ​ດັນຫຼາຍ​ຢ່າງ, ແຕ່​ກໍ່​ເປີດ​ກາ​ລະ​ໂອ​ກາດ​ບໍ່​ແມ່ນ​ໜ້ອຍ. ຖ້າໝູນ​ໃຊ້​ບັນ​ດາ​ກຳ​ລັງ​ໜູນ​ເຕີບ​ໂຕໄດ້​ເປັນ​ຢ່າງ​ດີ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ກາ​ນ​ດຳ​ເນີນ​ທຸ​ລະ​ກິດຢ່າງ​ແຮງ ແລະ ຍົກ​ສູງກຳລັງ​ຄວາມ​ສາ​ມາດ​ພາຍ​ໃນ, ເປົ້າ​ໝ​າຍ​ການ​ເຕີ​ບ​ໂຕ​ 2 ຕົວ​ເລກໃນ​ປີ​ນີ້ ກໍ່ຈະສາ​ມາດ​ປະ​ກົດ​ຜົນ​ເປັນ​ຈິງ, ສ້າງ​ບາດ​ກ້າວ​ສຳ​ຄັນ​ໃຫ້​ແກ່​ໄລ​ຍະ​ພັດ​ທະ​ນາ​ຕໍ່​ໄປ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ ຫວຽດ​ນາມ.