ທ່ານ Donald Trump ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພັນ​ລະ​ນາ​ວ່າ ນີ້​ແມ່ນ “ຄຳ​ສັ່ງ​ຢຸດ​ຍິງ​ສອງ​ສົ້ນ”, ພ້ອມ​ທັງ​ຢັ້ງ​ຢືນ​ວ່າ ວໍ​ຊິງ​ຕັນ ກໍ​ພວມໃກ້ຈະ​ໄປ​ເຖິງ​ຂໍ້​ຕົກ​ລົ​ງ​ກ່ຽວ​ກັບ​ສັນ​ຕິ​ພາບໄລຍະ​ຍາວ​ກັບ ອີ​ຣານ ກໍ​ຄື ສັນ​ຕິ​ພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຢ່າງ​ເດັດຂາດ.

ການ​ນຳ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ ວໍ​ຊິງ​ຕັນ ໄດ້​ຮັບ​ຂໍ້​ສະ​ເໜີແນະ 10 ຂໍ້​ຈາກ ອີ​ຣານ ແລະ ຕີ​ລາ​ຄາ​ວ່າ ນີ້​ແມ່ນ​ພື້ນ​ຖານ​ທີ່​ມີ​ຄວາມ​ເປັນ​ໄປ​ໄດ້​ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ.

ໃນ​ຂະ​ນະ​ນັ້ນ, ວັນ​ທີ 08 ເມ​ສາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ໄດ້​ຢັ້ງ​ຢືນ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ແກ່​ຍາວ 2 ອາ​ທິດ ໂດຍ ປາ​ກິດ​ສະ​ຖານ ເປັນ​ກາງ​ ແລະ ໄດ້​ຮັບ​ຮອງ​ເອົາ​ພາຍ​ໃຕ້​ຄວາມ​ເຫັນ​ດີ​ຈາກທ່ານ Mojtaba Khamenei ​ຜູ້​ນຳ​ສູງ​ສຸດ ອີ​ຣານ.

ຝ່າ​ຍ ເຕ​ເຮ​ຣານ ໃຫ້​ຮູ້​ວ່າ ບັນ​ດາ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ໄລຍະຍາວ​ນານ ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ເມ​ສາ ຢູ່​ນະ​ຄອນ​ຫຼວງ Islamabad ຂອງ ປາ​ກິດ​ສະ​ຖານ. ໃນ​ໄລ​ຍະ​ເວ​ລາ​ຢຸດ​ຍິງ 2 ອາ​ທິດ, ອີ​ຣານ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ການ​ໄປ​ມາ​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz ພາຍ​ໃຕ້​ການ​ສົມ​ທົບ​ກັບ​ກຳ​ລັງ​ປະ​ກອບ​ອາ​ວຸດຂອງ​ປະ​ເທດ​ນີ້.