ຊາວອົບພະຍົບຖືກຕິດຂ້າງຢູ່ເຂດ Ras Ajdir ຢູ່ຊາຍແດນ Libya-Tunisia (ພາບ: TTXVN)

ຖະແຫຼງການດັ່ງກ່າວໄດ້ຢັ້ງຢືນວ່າ “ຄຳໝັ້ນສັນຍາລວມໃນການຮ່ວມມືຢ່າງມີປະສິດທິຜົນ ເພື່ອແນໃສ່ຫຼຸດຜ່ອນສະພາບອົບພະຍົບແບບຜິດກົດໝາຍ”, ພ້ອມທັງເນັ້ນໜັກເຖິງການຈັດສົ່ງຊາວອົບພະຍົບຜິດກົດໝາຍກັບເມືອປະເທດ ແມ່ນສິ່ງທີ່ຈຳເປັນເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທ້ອງຖິ່ນສຳລັບນະໂຍບາຍຂອງບັນດາປະເທດນີ້. ຖະແຫຼງການກໍຍົກໃຫ້ເຫັນຢ່າງເດັ່ນຊັດ ຄວາມສຳຄັນຂອງການປ້ອງກັນຊາຍແດນ ອີຢູ ແລະ ຮຽກຮ້ອງຄະນະກຳມະການເອີຣົບ ຈັດແບ່ງງົບປະມານໃຫ້ແກ່ໜ້າທີ່ນີ້ຢ່າງພຽງພໍ.

ກອງປະຊຸມດັ່ງກ່າວໂດຍທ່ານລັດຖະມົນຕີກະຊວງພາຍໃນເຢຍລະມັນ Alexander Dobrindt ເປັນປະທານ. ຕາມກະຊວງພາຍໃນປະເທດ ເຢຍລະມັນ ແລ້ວ, ນີ້ແມ່ນບາດກ້າວທຳອິດໃນຄວາມມານະພະຍາຍາມປະຕິຮູບນະໂຍບາຍລວມຂອງ ອີຢູ ສຳລັບຊາວລີ້ໄພ.