ວັນ​ທີ 07 ເມ​ສາ, ອົງ​ການ​ຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ ສປຊ (IOM) ໃຫ້​ຮູ້​ວ່າ ກ່ຳ​ປັ່ນຂົນ​ສົ່ງໂດຍສານ​ຊາວ​ອົບ​ພະ​ຍົບ​ປະ​ມານ 120 ຄົນ ເດີນທາງອອກ​ຈາກ​ເທດ​ສະ​ບານ​ແຄມ​ທະ​ເລ Tajoura, ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ລີ​ບີ ໃນ​ວັນ​ທີ 05 ເມ​ສາ ຖືກ​ຂວ້ຳ​ຍ້ອນ​ນ້ຳ​ເຂົ້າໃນ​ເງື່ອນ​ໄຂສະພາບ​ອາ​ກາດ​ທີ່ປ່ຽນແປງກະທັນຫັນ.

ຕາມ​ອົງ​ການ IOM ຂອງ ສ​ປ​ຊ ແລ້ວ, ກ່ອນ​ໜ້າ​ນັ້ນ, ມີ​ກ່ຳ​ປັ່ນ​ການ​ຄ້າ ແລະ ກ່ຳ​ປັ່ນ​ກູ້​ຊີບ​ໄດ້​ກູ້​ຊີ​ວິດ 32 ຄົນ ແລະ ກຳ​ລັງລາດຕະເວນທາງທະເລຂອງ ອີ​ຕາ​ລີ ໄດ້​ສົ່ງ​​ຈຳ​ນວນຄົນ​ດັ່ງ​ກ່າວ​ໄປ​ຍັງ​ເກາະ Lampedusa, ຢູ່​ພາກ​ໃຕ້ ອີ​ຕາ​ລີ.

IOM ໃຫ້​ຮູ້​ວ່າ ໃນ​ຊຸມ​ເດືອນ​ຕົ້ນ​ປີ 2026 ໄດ້​ກາຍ​ເປັນ​ຈຸດ​ເວ​ລາ​ວິ​ນາດ​ຕະ​ກຳ​ສຳ​ລັບ​ຜູ້​ອົບ​ພະ​ຍົບ​ຂ້າມ​ທະ​ເລ ນັບ​ແຕ່​ປີ 2014, ດ້ວຍ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດໄລ່​ຮອດ​ປັດ​ຈຸ​ບັນ​ນີ້ ​ຢ່າງ​ໜ້ອຍ​ສຸດ​ແມ່ນ 990 ຄົນ. ສະ​ເພາະ​ເຂດພາກກາງ​ທະ​ເລ ເມ​ດີ​ເຕ​ຣາ​ເນຍ ມີ 765 ຄົນ​ເສຍ​ຊີ​ວິດ, ເພີ່ມ​ຂຶ້ນປະມານ 150% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.