ຄ່ຳຄືນວັນທີ 08 ເມສາ, ສື່ມວນຊົນຂອງພາກພື້ນໃຫ້ຮູ້ວ່າ ສອງປະເທດມະຫາອຳນາດ ອາເມລິກາ ແລະ ລັດເຊຍ ກະກຽມດຳເນີນຮອບເຈລະຈາລະຫວ່າງສອງຝ່າຍຢູ່ ຕວັກກີ ໃນວັນທີ 10 ເມສາ. ບັນດານັກການທູດສອງປະເທດຈະປຶກສາຫາລືເລື່ອງຫັນການເຄື່ອນໄຫວບັນດາຄະນະທຸຕານຸທູດ ອາເມລິກາ ແລະ ລັດເຊຍ ຢູ່ ມົດສະກູ ແລະ ວໍຊິງຕັນ ເປັນປົກກະຕິ. ກ່ອນໜ້ານັ້ນ, ວັນທີ 27 ກຸມພາ ຜ່ານມາ, ສອງປະເທດໄດ້ດຳເນີນການເຈລະຈາຄັ້ງທຳອິດກ່ຽວກັບການປົວແປງສາຍພົວພັນສອງຝ່າຍ. ການເຈລະຈາໄດ້ດຳເນີນຢູ່ສະຖານກົງສູນ ອາເມລິກາ ປະຈຳ Istanbul.
ການພົວພັນລະຫວ່າງ ອາເມລິກາ ແລະ ລັດເຊຍ ໄດ້ມີການປົວແປງຢ່າງແຮງ ພາຍຫຼັງທີ່ທ່ານປະທານາທິບໍດີ Donald Trump ກັບຄືນສູ່ທຳນຽບຊາວໃນວັນທີ 20 ມັງກອນ. ເປັນໜ້າສົນໃຈແມ່ນ, ບັນດາການພົບປະຂັ້ນສູງ ແລະ ການປຶກສາຫາລືທາງການທູດລະຫວ່າງ ອາເມລິກາ - ລັດເຊຍ ໃນໄລຍະຜ່ານມາ ລ້ວນແຕ່ໄດ້ດຳເນີນຢູ່ຕາເວັນອອກກາງ. ໃນນັ້ນ, ກອງປະຊຸມຂັ້ນສູງລະຫວ່າງລັດຖະມົນຕີການຕ່າງປະເທດສອງປະເທດໄດ້ຈັດຂຶ້ນຢູ່ ອາຣັບບີ ຊະອຸດິ ໃນກາງເດືອນກຸມພາ, ເຊິ່ງເປັນຂີດໝາຍການພົບປະຂັ້ນສູງຄັ້ງທຳອິດລະຫວ່າງສອງປະເທດມະຫາອຳນາດ ນັບແຕ່ເມື່ອການປະທະກັນ ລັດເຊຍ - ຢູແກຼນ ເກີດຂຶ້ນໃນເດືອນ ກຸມພາ 2022.
ນັກຂ່າວ VOV ປະຈໍາ ອີຢິບ
