“ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ຕໍ່ເພີ່ມກຳລັງໜູນໃໝ່ໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ”. ນີ້ແມ່ນຄຳຢືນຢັນຂອງທ່ານ Marco Della Seta, ເອກອັກຄະລັດຖະທູດ ອີຕາລີ ປະຈຳ ຫວຽດນາມ, ກ່ອນການຢ້ຽມຢາມ ອີຕາລີ ຢ່າງເປັນທາງການຂອງທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ, ເຊິ່ງດຳເນີນໄປໃນລະຫວ່າງວັນທີ 11 – 15 ເມສາ.
ທ່ານເອກອັກຄະລັດຖະທູດ Marco Della Seta ຢືນຢັນວ່າ ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ສ່ອງແສງເນື້ອແທ້ມຸ່ງໄປເຖິງອະນາຄົດໃນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ. ພ້ອມກັບບັນດາການພົບປະຂັ້ນສູງດ້ານລະບອບລະບຽບການຢູ່ ໂຣມ, ລວມມີການພົບປະກັບ ທ່ານ Sergio Mattarella, ປະທານາທິບໍດີ ອີຕາລີ, ຄາດວ່າ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກໍ່ຈະຢ້ຽມຢາມລະບົບຊີວະພາບເສດຖະກິດ ແລະ ນະວັດຕະກຳຂອງ ອີຕາລີ, ຊຸກຍູ້ການແລກປ່ຽນລະຫວ່າງບັນດາລະບອບລະບຽບການ ແລະ ວິສາຫະກິດ.
