ຕອຄ່ຳວັນທີ 10 ເມສາ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ແລະ ຄະນະູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງກັບເມືອຮອດ ຮ່າໂນ້ຍ, ສິ້ສຸດການຢ້ຽມຢາມປະເທດ ສປ.ລາວແລະ ລາຊະອານາຈັກ ກຳປູເຈຍ ຢ່າງເປັທາງການ, ແຕ່ວັນທີ 09 10 ເມສາ, ຕາມຄຳເຊີນຂອງ ທ່ານ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະເລຂາທິການສູນກາງພັກປະຊາຊົນປະຕິວັດ ລາວ ແລະ ທ່ານ Samdech Say Chhum, ຮອງປະທານພັກປະຊາຊົນ ກຳປູເຈຍ, ຫົວໜ້າຄະນະຜູ້ປະຈຳການຄະນະປະຈຳ​​ສູນກາງພັປະຊາຊົນ ກຳປູເຈຍ.

ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະູ້ແທຂັ້ນສູງຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.

ໃນຂອບເຂດການຢ້ຽມຢາມ, ຝ່າຍ ຫວຽດນາມ ໄດ້ແລກປ່ຽນກັບການນຂັ້ນສູງຂອງ ລາວ ແລະ ກຳປູເຈຍ ກ່ຽວກັບບັນດາການກຳນົດທິດໃຫຍ່ ແນໃສ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ໃນນັ້ນເນັ້ນໜັກເຖິງເລື່ອງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ຢ່າງມີປະສິດທິຜົນ. ຈຸດສຸມແມ່ນນຳການພົວພັນໃຫ້ເຂົ້າສູ່ລວງເລິກ, ແທດຈິງ, ຕິດພັນກັບຜົນປະໂຫຍດຕົວຈິງຂອງປະຊາຊົນ.

ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ກໍ່ໄດ້ເປັນສັກຂີພິຍານທີ່ພິທີມອບ-ຮັບເອກະສານຮ່ວມມືລະຫວ່າງຫ້ອງວ່າການສູນກາງພັກກອມມູນິດ ຫວຽດນາມ ກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ; ບົດບັນທຶກຊ່ວຍຈຳລະຫວ່າງທ້ອງຖິ່ນຈຳນວນໜຶ່ງຂອງ ຫວຽດນາມ ກັບແຂວງ​​ເຂດຊາຍແດນຈຳນວນໜຶ່ງຂອງ ລາວ ແລະ ກຳປູເຈຍ.