ວັນທີ 18 ມັງກອນ, ທ່ານ Rustem Umerov ຫົວໜ້າຄະນະເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ບັນດາການເຈລະຈາກັບບັນດາເຈົ້າໜ້າທີ່ອາເມລິກາ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີກັບ ລັດເຊຍ ຈະສືບຕໍ່ໄດ້ດຳເນີນຢູ່ນອກເວທີປາໄສເສດຖະກິດໂລກ ຢູ່ນະຄອນ Davos, ປະເທດ ສະວິດໃນອາທິດນີ້. ທ່ານ Rustem Umerov ໃຫ້ຮູ້ວ່າພາຍຫຼັງການເຮັດວຽກເປັນເວລາ 2 ວັນຢູ່ Florida, ອາເມລິກາ ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດວຽກຢູ່ລະດັບກຸ່ມໃນໄລຍະປຶກສາຫາລືຕໍ່ໄປຢູ່ Davos. ການພົບປະຢູ່ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Steve Witkoff ທູດພິເສດ ແລະ ທ່ານ Jared Kushner. ຕາມທ່ານ Rustem Umerov ແລ້ວ, ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະ ແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.
ອາເມລິກາ ແລະ ຢູແກຼນ ຍັງບໍ່ທັນເຫັນດີເປັນເອກະພາບກ່ຽວກັບຂໍ້ຕົກລົງສັນຕິພາບລະຫວ່າງ ລັດເຊຍ ແລະ ຢູແກຼນ
(VOVWORLD) - ຕາມທ່ານ Rustem Umerov ແລ້ວ, ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະ ແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
