(ພາບປະກອບ: ທ່າກ່ຳປັ່ນ Oakland, California, ອາເມລິກາ ຖ່າຍໂດຍ Reuters)

ຕາມແຈ້ງການຂອງກະຊວງການຄ້າ ອາເມລິກາ ແລ້ວ, ການກະທຳດັ່ງກ່າວ ແນໃສ່ 80 ອົງການຂອງຫຼາຍປະເທດ, ໃນນັ້ນ ມີ ອີຣານ ແລະ ສະຫະລັດ ອາຣັບ ເອມມີເລດ (UAE). ກະຊວງການຄ້າ ອາເມລິກາ ໄດ້ຊີ້ແຈ້ງວ່າ ນີ້ແມ່ນບັນດາອົງການທີ່ຖືກກ່າວຫາວ່າ ມີບັນດາການເຄື່ອນໄຫວກໍ່ຜົນເສຍຫາຍຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ໄປຝືນກັບນະໂຍບາຍການຕ່າງປະເທດຂອງ ອາເມລິກາ. ບັນດາອົງການດັ່ງກ່າວ ຈະບໍ່ສາມາດເຂົ້າເຖິງເຕັກໂນໂລຢີ ແລະ ສິນຄ້າ ອາເມລິກາໄດ້ ຖ້າຫາກວ່າ ບໍ່ມີການອະນຸຍາດຂອງລັດຖະບານ.