ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Marco Rubio (ພາບເອກະສານ: REUTERS/Umit Bektas)

ວັນທີ 28 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ, Marco Rubio ຢັ້ງຢືນວ່າ ວິຊິງຕັນ ກຽມພ້ອມເຈລະຈາໂດຍກົງກັບ ເຕເຮຣານ ເພື່ອຮັດແຄບບັນດາທັດສະນະແຕກຕ່າງກັນ ແນໃສ່ຊອກຫາມາດຕະການແກ້ໄຂຍາວນານກ່ຽວກັບໂຄງການນິວເຄູຍຂອງ ເຕເຮຣານ. ພ້ອມດຽວກັນນັ້ນ, ທ່ານ Marco Rubio ຖືວ່າ ກົນໄກຈັດວາງຄຳສັ່ງລົງໂທດ ເຊິ່ງກຸ່ມ E3 ໄດ້ດຳເນີນໃນວັນທີ 28 ສິງຫາ ນັ້ນ ບໍ່ຝືນກັບຄວາມມານະພະຍາຍາມທາງການທູດຂອງ ອາເມລິກາ, ເຊິ່ງກົງກັນຂ້າມ, ອາດຈະຊຸກຍູ້ວິວັດການດັ່ງກ່າວ.

ຜູ້ຕາງໜ້າຂັ້ນສູງຂອງ ສປຊ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການພົວພັນຕ່າງປະເທດ, ທ່ານນາງ Kaja Kalllas, ກໍຮຽກຮ້ອງໃຫ້ຍາດແຍ່ງ “ໂອກາດ 30 ວັນ” ເພື່ອບັນລຸໄດ້ມາດຕະການທາງການທູດ ໃຫ້ແກ່ບັນຫານິວເຄຼຍຂອງ ອີຣານ.

ໃນນັ້ນ, ລັດເຊຍ ແລະ ຈີນ ຄັດຄ້ານບາດກ້າວເດີນຂອງກຸ່ມ E3.