ທ່າກ່ຳປັ່ນ Los Angeles, ຢູ່ San Pedro California, ອາເມລິກາ (ພາບ: REUTERS/Mike Blake)

ອາເມລິກາ ຈະຈັດວາງອັດຕາພາສີ 15% ສຳລັບສິນຄ້າເກືອບທັງໝົດຂອງ ສະຫະພາບ ເອີຣົບ (EU) ແລະ ເຫັນດີຫຼຸດອັດຕາພາສີຈາກ 27,5% ລົງເຫຼືອ 15% ສຳລັບລົດໂອໂຕນຳເຂົ້າຈາກ EU ຖ້າກຸ່ມນີ້ປະກາດໃຊ້ກົດໝາຍລົບລ້າງພາສີສຳລັບບັນດາຜະລິດຕະພັນອຸດສາຫະກຳຂອງ ອາເມລິກາ, ພ້ອມທັງສ້າງເງື່ອນໄຂໃຫ້ແກ່ຜະລິດຕະພັນກະເສດຈຳນວນໜຶ່ງຂອງ ອາເມລິກາ ໄດ້ເຂົ້າເຖິງຕະຫຼາດ EU. ນີ້ແມ່ນເນື້ອໃນຂອງຖະແຫຼງການຮ່ວມກ່ຽວກັບຂໍ້ຕົກລົງດ້ານການຄ້າລະຫວ່າງ ອາເມລິກາ ແລະ EU ເຊິ່ງ 2 ຝ່າຍບັນລຸໄດ້ໃນວັນທີ 21 ສິງຫາ.

ຕາມຖະແຫຼງການຮ່ວມ, ທາດເຄິ່ງຊັກນຳໄຟຟ້າ, ຜະລິດຕະພັນການຢາ ແລະ ໄມ້ຈາກ EU ກໍຈະຈັດວາງອັດຕາພາສີ 15%, ຕ່ຳກວ່າຫຼາຍເມື່ອທຽບໃສ່ອັດຕາພາສີ ເຊິ່ງ ອາເມລິກາ ຄາດວ່າຈະຈັດວາງສຳລັບບັນດາຕະຫຼາດອື່ນ. ຖະແຫຼງການກໍຊີ້ແຈ້ງວ່າ ອາເມລິກາ ຕົກລົງເຫັນດີພຽງແຕ່ໝູນໃຊ້ບັນດາລະດັບອັດຕາພາສີອະພິສິດ (MFN), ປັດຈຸບັນ ມີຕ່ຳກວ່າ 15% ນັບແຕ່ວັນທີ 01 ກັນຍາສຳລັບເຮືອບິນ ແລະ ເຄື່ອງອາໄຫຼ່ຈາກ EU.

ຖະແຫຼງການກໍຢັ້ງຢືນຄືນແນວຄິດຂອງ EU ໃນການຊື້ອາຍແກັດທຳມະຊາດແຫຼວ (LNG), ນ້ຳມັນບໍ່ ແລະ ບັນດາຜະລິດຕະພັນພະລັງງານນິວເຄຼຍຂອງ ອາເມລິກາ ລວມມູນຄ່າ 750 ຕື້ USD, ພ້ອມດຽວກັນນັ້ນແມ່ນ ຊິບປັນຍາປະດິດໂດຍ ອາເມລິກາ ຜະລິດ 40 ຕື້ USD. ເອກະສານດັ່ງກ່າວ ກໍຢ້ຳຄືນແຜນການບັນດາບໍລິສັດ EU ທີ່ຈະລົງທຶນຕື່ມອີກ 600 ຕື້ USD ເຂົ້າໃນບັນດາຂົງເຂດຍຸດທະສາດຂອງ ອາເມລິກາ ຮອດປີ 2028. ສອງຝ່າຍໃຫ້ຄຳໝັ້ນສັນຍາສືບຕໍ່ສົມທົບ ເພື່ອແນໃສ່ຫຼຸດ ຫຼື ລົບລ້າງບັນດາຮົ້ວກີດຂວາງການປອດພາສີອາກອນ.

ຟ້າມຮວນ - ນັກຂ່າວ VOV ປະຈຳ ອາເມລິກາ