ການເຈລະຈາ ລະຫວ່າງທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ແລະ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ທຳນຽບຂາວ (ພາບ: REUTERS/Alexander Drago) |
ເມື່ອກ່າວຄຳເຫັນພາຍຫຼັງການເຈລະຈາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ພ້ອມແລ້ວທີ່ຈະສົມທົບກັບບັນດາປະເທດ ເອີຣົບ ເພື່ອຮັບປະກັນຄວາມໝັ້ນຄົງໃຫ້ແກ່ ຢູແກຼນ; ພ້ອມທັງເນັ້ນໜັກເຖິງຄວາມສາມາດໃນການຈັດຕັ້ງການພົບປະສາມຝ່າຍ ໂດຍມີການເຂົ້າຮ່ວມຂອງ ລັດເຊຍ, ແນໃສ່ຊອກຫາໂອກາດຢຸດຕິການປະທະກັນ. ທ່ານກ່າວວ່າ:
“ຂ້າພະເຈົ້າບໍ່ຄິດວ່າ ຈະຕ້ອງບັນລຸໄດ້ຂໍ້ຕົກລົງຢຸດຍິງ. ຂ້າພະເຈົ້າມັກແນວຄວາມຄິດຢຸດຍິງ ຍ້ອນເຫດຜົນອັນດຽວ ນັ້ນແມ່ນ ປະຊາຊົນຈະບໍ່ຖືກເຂັ່ນຂ້າໃນທັນທີ. ພວກຂ້າພະເຈົ້າອາດຈະມຸ່ງໄປເຖິງຂໍ້ຕົກລົງສັນຕິພາບ ແລະ ຂ້າພະເຈົ້າຫວັງວ່າ ການປະທະກັນຈະຢຸດຕິ. ໃນແງ່ມູມຍຸດທະສາດ, ການຢຸດຍິງອາດບໍ່ແມ່ນທ່າໄດ້ປຽບໃຫ້ບໍ່ວ່າຝ່າຍໃດ ແຕ່ຂໍ້ຕົກລົງສັນຕິພາບທັງໝົດທີ່ຂ້າພະເຈົ້າເຄີຍເຂົ້າຮ່ວມ ບໍ່ເຄີຍມີຄຳທີ່ວ່າ ຢຸດຍິງຈັກເທື່ອ”.
ສ່ວນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ຢັ້ງຢືນວ່າ ຢູແກຼນ ສະໜັບສະໜູນບັນດາຂໍ້ລິເລີ່ມສາກົນ ເພື່ອແນໃສ່ຢຸດຕິການປະທະກັນ, ພ້ອມທັງສະແດງ ໃຫ້ເຫັນພ້ອມ ແລ້ວທີ່ຈະເຂົ້າຮ່ວມກົນໄກເຈລະຈາ 3 ຝ່າຍ.
ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Donald Trump ໄດ້ມີການພົບປະກັບການນຳເອີຣົບ ຫຼາຍທ່ານ. ເມື່ອກ່າວຄຳເຫັນທີ່ການພົບປະນີ້, ທ່ານ Donald Trump ເຊື່ອໝັ້ນວ່າ ທ່ານ Vladimir Putin ປະທານາທິບໍດີ ລັດເຊຍ ແລະ ທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ສາມາດຊອກໄດ້ທັດສະນະລວມເພື່ອຢຸດຕິການປະທະກັນ.
ນັກຂ່າວ VOV ປະຈຳ ອາເມລິກາ ແລະ ລັດເຊຍ

