ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

ວັນທີ 23 ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຕີລາຄາບັນດາຄວາມມານະພະຍາຍາມສະກັດກັ້ນຄວາມເຄັ່ງຕຶງໃນການປະທະກັນຢູ່ຢູແກຼນທີ່ບັນລຸໄດ້ໝາກຜົນໃນເບື້ອງຕົ້ນ ແລະ ສະພາບການໄດ້ຮັບການຄວບຄຸມສ່ວນໃດສ່ວນໜຶ່ງແລ້ວ. ໂດຍຕອບສຳພາດຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ “ການປຶກສາຫາລືໄດ້ດຳເນີນຢ່າງສົມເຫດສົມຜົນ”. ການນຳອາເມລິກາ ກໍ່ເນັ້ນໜັກວ່າ ການຮັກສາການພົວພັນອັນດີງາມກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງຢູແກຼນ ທ່ານ Volodymyr Zelensky ແມ່ນຂໍ້ກຸນແຈເພື່ອເຈລະຈາຢຸດຕິການປະທະກັນ. ໃນຂະນະນັ້ນ, ສຳນັກຂ່າວສານ Bloomberg News ໄດ້ຄັດສະເໜີບາງແຫຼ່ງຂ່າວໂດຍໃຫ້ຮູ້ວ່າ ອາເມລິກາ ມີຄວາມຫວັງໃຫ້ ລັດເຊຍ ແລະ ຢູແກຼນ ຈະບັນລຸໄດ້ຄຳສັ່ງຢຸດຍິງໃນວົງກວ້າງພາຍໃນເວລາ 2 – 3 ອາທິດຈະມາເຖິງ, ລະອຽດແມ່ນໃນວັນທີ 20 ເມສາຈະມາເຖິງ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Rustem Umerov ໃຫ້ຮູ້ວ່າບັນດາການເຈລະຈາລະຫວ່າງເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ ກ່ຽວກັບຄວາມອາດສາມາດ ຢຸດຍິງສ່ວນໜຶ່ງໃນການປະທະກັນກັບ ລັດເຊຍ ໄລຍະເວລາ 30 ວັນ ໄດ້ເລີ່ມຕົ້ນໃນວັນດຽວກັນຢູ່ ອາຣັບບິ ຊາອຸດິ.