(ພາບປະກອບ: REUTERS/Yves Herman) |
ວັນທີ 30 ກໍລະກົດ, ອຳນາດການປົກຄອງອາເມລິກາຂອງ ທ່ານປະທານາທິບໍດີ ອາເມລິກາ Donald Trump, ໄດ້ປະກາດອັດຕາພາສີເຊິ່ງປະເທດ ນີ້ຈະຈັດວາງໃສ່ສຳລັບຄູ່ຮ່ວມມືເສດຖະກິດໃຫຍ່ຈຳນວນໜຶ່ງນັບແຕ່ວັນທີ 1 ສິງຫາ. ຕາມນັ້ນແລ້ວ, ນັບແຕ່ວັນທີ 1 ສິງຫາ, ອາເມລິກາ ຈະຈັດວາງອັດຕາພາສີ 25% ສຳລັບສິນຄ້າສົ່ງອອກຂອງ ອິນເດຍ ເຊິ່ງແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ຂອງໂລກ. ນອກຈາກອັດຕາພາສີນີ້, ທ່ານປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າຈະມີຄຳສັ່ງລົງໂທດໃໝ່ສຳລັບອິນເດຍ ຍ້ອນວ່າ ອິນເດຍໄດ້ຊື້ ນ້ຳມັນອາຍແກັດຂອງ ລັດເຊຍ, ເຖິງວ່າຍັງບໍ່ທັນເປີດເຜີຍຄຳສັ່ງລົງໂທດນີ້ລະອຽດ. ສຳລັບ, ບຣາຊິນ, ທ່ານປະທານາທິບໍດີ ອາເມລິກາ ໄດ້ລົງນາມລັດຖະບັນຍັດນິຕິກຳຈັດວາງອັດຕາພາສີອາກອນເພີ່ມເຕີມ 40% ສຳລັບ ບຣາຊິນ, ຍົກຍອດອັດຕາພາສີຂຶ້ນເຖິງ 50%. ແລະກໍ່ໃນວັນດຽວກັນ, ຕາມເວລາທ້ອງຖິ່ນ, ອຳນາດການປົກຄອງ ອາເມລິກາ ໄດ້ປະກາດວ່າ ວໍຊິງຕັນ ຈະຈັດວາງອັດຕາພາສີຢູ່ລະດັບ 15% ສຳລັບສິນຄ້າປະເພດນຳເຂົ້າຈາກ ສ.ເກົາຫລີ, ແທນໃຫ້ລະດັບ 25%ຄືການກ່າວເຕືອນກ່ອນນັ້ນ, ໃນກອບຂໍ້ຕົກລົງທາງການຄ້າສະບັບໃໝ່ທີ່ຫາກໍ່ບັນລຸໄດ້ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງສອງຝ່າຍ. ໃນສື່ສັງຄົມອອນໄລ Truth Social, ທ່ານ Donald Trump ໃຫ້ຮູ້ວ່າໄດ້ບັນລຸຂໍ້ຕົກລົງທາງການຄ້າຮອບດ້ານກັບ ສ.ເກົາຫຼີ. ຕາມນັ້ນແລ້ວ, ເຊີອູນ ຕົກລົງລົງທຶນເງິນເປັນຈຳນວນ 350 ຕື້ USD ເຂົ້່າບັນດາໂຄງການໂດຍ ອາເມລິກາ ຄັດເລືອກ ແລະ ຄວບຄຸມ, ໃນນັ້ນມີ 150 ຕື້ USD ສະຫງວນສະເພາະໃຫ້ແກ່ຂົງເຂດຕໍ່ກຳປັ່ນ. ນອກຈາກນັ້ນ, ສ.ເກົາຫຼີກໍ່ຈະຊື້ອາຍແກັດທຳມະຊາດ ປະເພດແຫລວ(LNG) ແລະ ບັນດາຜະລິດຕະພັນພະລັງງານອື່ນໆຂອງ ອາເມລິກາ.

