ວັນ​ທີ 16 ເມ​ສາ, ສະ​ພາ​ຊາວ​ລີ້​​ໄພ ແດນ​ມາກ (DRC) ໄດ້​ກ່າວ​ເຕືອນ​ວ່າ ​ສົງ​ຄາມ, ການ​ປະ​ທະ​ກັນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ ອາດ​ຈະ​ເຮັດ​ໃຫ້​ສາ​ມັນ​ຊົນ​ປະ​ມານ 4,2 ລ້ານ​ຄ​ົນ ຕ​້ອງ​ປະ​ລະ​ເຮືອນ​ຊານ​ຂອງ​ຕົນ​ໃນ​ທ້າຍ​ປີ 2027. ຕາມ​ສະ​ພາ​ດັ່ງ​ກ່າວ​ແລ້ວ, ຕົວ​ເລກ​ດັ່ງ​ກ່າວ ຍັງ​ບໍ່​ທັນ​ໄດ້​ຄິດ​ໄລ່​ເຖິງ​ບຸກ​ຄົນ​ທີ່​ປະ​ລະ​ເຮືອນ​ຊານ​ຍ້ອນ​ສະ​ພາບ​ກາ​ນ​ປັດ​ຈຸ​ບັນ​ຢູ່​ຕາ​ເວັນ​ອອກ​ກາງ ເພາະ​ວ່າ ການ​ຄາດ​ຄະ​ເນ​ຂອງ DRC ໄດ້​ປະ​ຕິ​ບັດ​ບົນ​ພື້ນ​ຖານ​ຂອງ​ຕົວ​ເລກ​ທີ່​ເກັບ​ກຳ​ໄດ້​ໃນ​ທ້າຍ​ປີ 2025.

ບົດ​ລາຍ​ງານ​ຂອງ DRC ໃສ່​ໃຈ​ວ່າ ບັນ​ດາ​ການ​ຍົກ​ຍ້າຍ​ຫວ່າງ​ມໍ່ໆ​ມາ​ນີ້ ​​ນັບ​ມື້​ນັບ​ແຜ່​ລາມ​ໄປຫຼາຍ​ປະ​ເທດກວ່າ ແມ່ນ​ພຽ​ງ​ແຕ່​ເກີດ​ຂຶ້ນ​ໃນ​ບາງ​ວິ​ກິດ​ການ​ໃຫຍ່​ຄື​ເມື່ອ​ກ່ອນ. ການ​ຫຼຸດ​ເງິນ​ຊ່ວຍ​ເຫຼືອ​ສາ​ກົນລົງ ໄດ້​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ສະ​ພາ​ວະ​ປະ​ຊາ​ຊົນ​ຍົກ​ຍ້າຍບ່ອນ​ຢູ່​ອາ​ໄສ.

ກໍ​ຕາມ​ສະ​ພາ DRC ແລ້ວ, ແຫຼ່ງ​ເງິນ​ຊ່ວຍ​ເຫຼືອ​ໃຫ້​ແກ່ 5 ປະ​ເທດ​ທີ່​ມີ​ຈຳ​ນວນ​ປະ​ຊາ​ຊົນ​ຍົກ​ຍ້າຍ​ຖິ່ນ​ຖານ​ຄາດ​ວ່າ​ສູງ​ສຸດ​ໃນ​ປີ 2025 ໄດ້ຫຼຸດ​ລົງ​ສະ​ເລ່ຍ 23% ໃນ​ປີ 2024. ຕໍ່​ສະ​ພາບ​ການ​ຕົວ​ຈິງ​ດັ່ງ​ກ່າວ, ທ່ານ​ນາງ Charlotte Slente ເລ​ຂາ​ນຸ​ການ​ໃຫຍ່​ສະ​ພາ DRC ໃຫ້​ຮູ້​ວ່າ “ປະ​ຊາ​ຄົມ​ສາ​ກົນ ພວມ​ປະ​ເຊີນ​ໜ້າ​ກັບ​ຄວາມ​ປະ​ລາ​ໄຊ​ໃນ​ການ​ປົກ​ປ້ອງ​ຜູ້​ທີ່​ມີ​ຄວາມ​ສ່ຽງ​ສູງກວ່າ​ເພິ່ນ​ໃນ​ໂລກ.”